• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນແຂ່ງຂັນແຕ້ມໃສ່ໂຕຄວາຍເປັນເອກະລັກສະເພາະທີ່ງານບຸນລົງນາ ດ້ອຍເຊີນ

ເຂົ້າຮ່ວມງານບຸນນີ້ມີນັກແຕ້ມ 15 ຄົນ ເປັນສະມາຊິກສະມາຄົມວັນນະຄະດີສິລະປະແຂວງ ນິງບິ່ງ.
  ນັກແຕ້ມພວມແຕ້ມໃສ່ໂຕຄວາຍ (ພາບ: TTXVN)  

ວັນທີ 22 ກຸມພາ (ກົງກັບວັນທີ 06 ເດືອນຈຽງປີມະເມຍ), ຢູ່ເຂດທົ່ງນາ ດ້ອຍຕິນ, ສະມາຄົມວັນນະຄະດີສິລະປະແຂວງ ນິງບິ່ງ ໄດ້ສົມທົບກັບຄະນະກຳມະການປະຊາຊົນຕາແສງ ຕຽນເຊີນ ໄດ້ຈັດງານບຸນແຕ້ມປະດັບປະດາໃສ່ໂຕຄວາຍທີ່ງານບຸນລົງນາ ດ້ອຍເຊີນ ປີ 2026.

        ເຂົ້າຮ່ວມງານບຸນນີ້ມີນັກແຕ້ມ 15 ຄົນ ເປັນສະມາຊິກສະມາຄົມວັນນະຄະດີສິລະປະແຂວງ ນິງບິ່ງ. ຫົວຂໍ້ເຊິ່ງບັນດານັກແຕ້ມສຸມໃສ່ແຕ້ມໃສ່ໂຕຄວາຍ ເປັນຕົ້ນແມ່ນກ່ຽວຂ້ອງເຖິງສັດມົງຄູນໂຕມ້າ, ຊົມເຊີນພັກ, ຊົມເຊີຍລະດູບານໃໝ່, ບ້ານເກີດເມືອງນອນ, ປະເທດຊາດປ່ຽນແປງໃໝ່…

        ຄວາຍທີ່ໄດ້ຮັບລາງວັນໃນງານບຸນນີ້ຈະເຂົ້າຮ່ວມພິທີລົງນາໃນວັນທີ 23 ກຸມພາ (ກົງກັບວັນທີ 07 ເດືອນຈຽງ ປີມະເມຍ). ນີ້ແມ່ນພາກສ່ວນສຳຄັນຂອງງານບຸນລົງ ນາ ດ້ອຍເຊີນ, ສະແດງໃຫ້ເຫັນຄວາມປາດຖະໜາວ່າ ປີໜຶ່ງດິນຟ້າອາກາດເອື້ອອຳນວຍສະດວກ, ລະດູການເກັບກຽວໄດ້ຮັບຜົນດີ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ: ນຳ​ສະຖາ​ບັນ​ບັນ​ດິດ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ​ກາຍ​ເປັນ​ອົງ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ນາ​ຍົກ​ລັດ​ຖະ​ມົນ​ຕີ: ນຳ​ສະຖາ​ບັນ​ບັນ​ດິດ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ​ກາຍ​ເປັນ​ອົງ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ທ່ານນາຍົກລັດຖະມົນຕີ ຖືວ່າວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ແມ່ນທ່າອ່ຽງຕ້ອງເປັນໄປ, ແມ່ນຂໍ້ກຸນແຈເປີດປະຕູການພັດທະນາບຸກທະລຸ ແລະ ກຳລັງໜູນສຳຄັນພັດທະນາເສດຖະກິດໂດຍໄວ, ຍືນຍົງ ຂອງບັນດາປະເທດ

Top