• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນຊາສາກົນ: ໂຄສະນາເຄື່ອງໝາຍຊາ ຫວຽດນາມ, ຊຸກຍູ້ການຮ່ວມມືທົ່ວໂລກ

ດ້ວຍຫົວຂໍ້ “ແຫ່ງເຊື່ອມຕໍ່ສິ່ງຍອດຍິ່ງຊາຂອງມວນມະນຸດ”, ງານບຸນນີ້ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ ຫວຽດນາມ ແຕ່ວັນທີ 05 – 07 ທັນວາ, ຢູ່ເຂດ ດ່າຫຼາດ, ບາວລົກ ແລະ ບັນດາເຂດປູກຊາດີເດັ່ນຂອງແຂວງ ເລິມດົ່ງ.
(ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ງານບຸນ)

ຕອນຄ່ຳວັນທີ 05 ທັນວາ, ຢູ່ແຂວງ ເລິມດົ່ງ, ງານບຸນຊາສາກົນ 2025 ໄດ້ໄຂຂຶ້ນຢ່າງເປັນທາງການ. ເຂົ້າຮ່ວມງານບຸນມີ ທ່ານນາງ ຫງວຽນທິກິມເງິນ, ອະດີດປະທານສະພາແຫງ່ຊາດ ຫວຽດນາມ; ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ; ການນຳບັນດາກະຊວງ, ຄະນະ, ຂະແໜງການ, ແຂວງ, ນະຄອນ; ເອກອັກຄະລັດຖະທູດຂອງ 40 ປະເທດ; ຜູ້ຕາງໜ້າ UNESCO, ອົງການຈັດຕັ້ງສາກົນ…

ດ້ວຍຫົວຂໍ້ “ແຫ່ງເຊື່ອມຕໍ່ສິ່ງຍອດຍິ່ງຊາຂອງມວນມະນຸດ”, ງານບຸນນີ້ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ ຫວຽດນາມ ແຕ່ວັນທີ 05 – 07 ທັນວາ, ຢູ່ເຂດ ດ່າຫຼາດ, ບາວລົກ ແລະ ບັນດາເຂດປູກຊາດີເດັ່ນຂອງແຂວງ ເລິມດົ່ງ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ ງານບຸນຊາສາກົນ ໄດ້ປະກອບສ່ວນໂຄສະນາເຄື່ອງໝາຍການຄ້າຊາ ຫວຽດນາມ, ຊຸກຍູ້ການຮ່ວມມືທົ່ວໂລກ.

“ເພື່ອໃຫ້ຂະແໜງຊາ ຫວຽດນາມ ພັດທະນານັບມື້ນັບຍືນຍົງ ຕາມທິດສີຂຽວ, ສະອາດ, ມີຄຸນນະພາບສູງ, ຂ້າພະເຈົ້າສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ໃນນັ້ນມີແຂວງ ເລິມດົ່ງ ສືບຕໍ່ສ້າງໂຄງປະກອບຂະແໜງຊາຄືນໃໝ່, ປະຕິບັດແຜນຮ່າງພັດທະນາຕົ້ນໄມ້ອຸດສາຫະກຳຫຼັກຮອດປີ 2030. ໃນນັ້ນມີ ຕົນຊາ, ມຸ່ງໄປເຖິງການຜະລິດທີ່ມີຂອບຂະໜາດໃຫຍ່, ເຊື່ອມຕໍ່ຕາມລະບົບມູນຄ່າເພີ່ມ, ນຳໃຊ້ເຕັກໂນໂລຊີສູງ ຕິດພັນກັບວັດທະນະທຳ, ການທ່ອງທ່ຽວ ແລະ ການບໍລິການ”.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top