ຈາກມະຕິ ກ້າວໄປສູ່ການເຄື່ອນໄຫວຕົວຈິງ
ງານຕະຫຼາດນັດລະດູບານໃໝ່ 2026: ຈຸດເຕົ້າໂຮມຂອງສິນຄ້າ ທີ່ມີຄຸນນະພາບ ແລະ ສີສັນລະດູບານໃໝ່ ທຳອິດ ຂອງ ຍຸກສະໄໝ ແຫ່ງການບືນຕົວກ້າວຂຶ້ນ
ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນຢໍ້າ ຂໍ້ກໍານົດເບື້ອງຕົ້ນ ໃນຂະນະ ທີ່ລົງກວດກາຕົວຈິງ ວຽກງານການກະກຽມຄວາມພ້ອມ ໃຫ້ແກ່ ງານຕະຫຼາດນັດລະດູບານໃໝ່ 2026 ຢູ່ສູນວາງສະແດງ ຫວຽດນາມ (VEC) ທີ່ເມືອງ ດົງແອງ, ຮ່າໂນ້ຍ, ໃນຕອນເຊົ້າວັນທີ 30 ມັງກອນ.
ທ່ານ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ງານຕະຫຼາດນັດ ລະດູບານໃໝ່ 2026 ແມ່ນງານຕະຫຼາດນັດ ທຳອິດ ທີ່ຖືກຈັດຂຶ້ນ ເພື່ອຕ້ອນ ຮັບລະດູບານໃໝ່ ຄັ້ງໃໝ່, ຕ້ອນຮັບ ຍຸກສະໄໝໃໝ່ ຂອງ ປະເທດ ຊາດ ພາຍຫຼັງຜົນສຳເລັດ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຂອງພັກ ຄັ້ງທີ XIV.
ຜ່ານການກວດກາ, ທ່ານ ຮອງນາຍົກລັດຖະມົນຕີ ສັງເກດເຫັນວ່າ ເຖິງວ່າຈະມີເວລາສັ້ນ, ແຕ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ ພ້ອມກັບ VEC ໄດ້ເປັນເຈົ້າການ ໃນການຜັນຂະ ຫຍາຍ ວຽກງານກະກຽມ, ໂດຍພື້ນຖານ ແມ່ນຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການ ຂອງ ຄວາມຄືບໜ້າ.
ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມອບໃຫ້ ກະຊວງອຸດສາຫະກຳ ແລະ ການຄ້າ ປະສານສົມທົບ ຢ່າງແໜ້ນແຟ້ນກັບ VEC, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອຮັບປະກັນ ຄວາມຄືບໜ້າ ແລະ ຄຸນນະພາບ ຂອງ ບັນດາຮ້ານວາງສະແດງ; ຮວບຮວມຂໍ້ສະເໜີ ຊ່ວຍເຫ5ືອດ້ານງົບປະມານ ຂອງ ບັນດາ ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ຮ່ວມກັບ ກະຊວງ ການເງິນ ກວດກາ, ປະເມີນຄືນ, ຮັບປະກັນ ບໍ່ໃຫ້ເກີດ ປະກົດການ ຫຍໍ້ທໍ້ ແລະ ການຟຸ່ມເຟືອຍ.
ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ປະສານສົມທົບ ກັບ ສະຖານີໂທລະພາບ ຫວຽດນາມ ກະກຽມ ຢ່າງລະອຽດຮອບຄອບ ໃຫ້ແກ່ ພິທີເປີດ ແລະ ປິດງານ; ປະສານສົມທົບ ກັບບັນດາທ້ອງຖິ່ນ ຈັດ ກິດຈະກຳ ຈັບສະຫຼາກ, ມອບຂອງຂວັນ ໃຫ້ແກ່ຜູ້ບໍລິໂພກ; ຈັດການສະແດງດົນຕີ, ວັດທະນະທຳ ທີ່ເປັນເອກະລັກ ຂອງ ບັນດາທ້ອງຖິ່ນ ເພື່ອສ້າງ ບັນຍາກາດ ທີ່ເບີກບານມ່ວນຊື່ນ ໃຫ້ແກ່ ມວນຊົນ.
ທ່ານ ຮອງນາຍົກລັດຖະມົນຕີ ສະເໜີໃຫ້ VEC ກວດກາຄືນ, ປຶກສາຫາລືກັບ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອ ເປັນເອກະພາບ ແລະ ແຈ້ງລະດັບການໜູນຊ່ວຍ ໃຫ້ແກ່ບັນດາ ທ້ອງຖິ່ນ ແລະ ວິສາ ຫະກິດ ທີ່ເຂົ້າຮ່ວມງານຕະຫຼາດນັດ.
ທ່ານ ຮອງນາຍົກລັດຖະມົນຕີ ສະເໜີໃຫ້ ນະຄອນ ຮ່າໂນ້ຍ ຊີ້ນຳ ກຳ ລັງຄຸ້ມຄອງຕະຫຼາດ ປະສານສົມທົບກັບ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການກວດກາ, ຄວບຄຸມຄຸນນະພາບສິນຄ້າ ທີ່ນຳເຂົ້າມາ ໃນງານຕະຫຼາດນັດ; ຊີ້ນຳກຳລັງທີ່ກ່ຽວຂ້ອງ ຮັບປະກັນຄວາມສະຫງົບ, ຄວາມປອດໄພຢ່າງເຕັມທ່ີ ໃນງານ ຕະຫຼາດນັດ, ບໍ່ໃຫ້ມີປະກົດການ ລັກຊັບເກີດຂຶ້ນຢ່າງເດັດຂາດ; ຈັດສັນການສັນຈອນ, ເພີ່ມທະວີ ຖ້ຽວລົດເມ ມາຫາ ສູນວາງສະແດງ.
ກ່ຽວກັບວຽກງານຂໍ້ມູນຂ່າວສານ, ທ່ານ ຮອງນາຍົກລັດຖະມົນຕີ ສະ ເໜີ ໃຫ້ບັນດາກະຊວງ, ທ້ອງຖິ່ນ, ວິສາຫະກິດ ເປັນເຈົ້າການ ປະສານສົມທົບ ກັບບັນດາອົງການສື່ມວນຊົນ ໃນວຽກງານ ໂຄສະນາເຜີຍແຜ່ ກ່ຽວກັບ ຜະລິດຕະພັນ, ວິທີການສົ່ງສິນຄ້າ… ເພື່ອສ້າງຄວາມສະ ດວກ ໃຫ້ແກ່ພໍ່ແມ່ປະຊາຊົນ ໃນການຊື້ເຄື່ອງ.
ງານຕະຫຼາດນັດລະດູບານໃໝ່ 2026 ຄາດວ່າ ຈະຈັດຂຶ້ນແຕ່ວັນທີ 2-13 ກຸມພາ 2026, ບໍ່ພຽງແຕ່ຮັບໃຊ້ເປົ້າໝາຍໃນໄລຍະສັ້ນ ເພື່ອການກະຕຸ້ນຄວາມຕ້ອງການບໍລິໂພກ ໃນໂອກາດ ບຸນເຕັດເທົ່ານັ້ນ, ແຕ່ຍັງມຸ່ງໄປເຖິງເປົ້າໝາຍ ໃນໄລຍະຍາວ ຄື ສ້າງການສົ່ງເສີມການຄ້າແບບສັງລວມ, ມີຄວາມເປັນມືອາຊີບ ຕາມມາດຕະຖານສາກົນ ເທື່ອລະກ້າວໄປສູ່ການເຮັດໃຫ້ ຫວຽດນາມ ກາຍເປັນສູນກາງ ງານວາງສະແດງ ແລະ ຕະຫຼາດນັດ ຂອງ ພາກພື້ນ.
ງານຕະຫຼາດນັດ ໄດ້ຮັບການອອກແບບ ດ້ວຍຂະໜາດ ເນື້ອທີ່ ໃນຮົ່ມປະມານ 100.000 ມ2 ແລະ ພື້ນທີ່ກາງແຈ້ງ ກວ່າ 45.000 ມ2, ປະ ກອບມີ 10 ຫ້ອງໂຖງ ວາງສະແດງ, ແຕ່ລະຫ້ອງມີເນື້ອທີ່ ປະມານ 10.000 ມ2, ໂດຍມີຮ້ານວາງສະແດງ ມາດຕະຖານ ປະມານ 3.000 ຮ້ານ ພ້ອມກັບ ເຂດບໍລິການກິດ ຈະກຳທາງດ້ານ ວັດທະນະທຳ, ອາ ຫານ ແລະ ການສຳຜັດຕົວຈິງ.
ໜຶ່ງໃນບັນດາຈຸດ ທີ່ພົ້ນເດັ່ນ ຂອງ ງານຕະຫຼາດນັດ ລະດູບານໃໝ່ 2026 ແມ່ນວິທີການຈັດຕັ້ງ ຕາມແນວຄວາມຄິດ “ການເດີນທາງ ທ່ຽວຊົມລະດູບານໃໝ່ ທົ່ວ ຫວຽດນາມ”, ເຊິ່ງເປັນ ການປະສົມປະສານ ຢ່າງກົມກຽວ ລະຫວ່າງການຄ້າ, ວັດທະນະທຳ ແລະ ປະສົບການເຂົ້າກັນຢ່າງກົມກຽວ. ດັ່ງນັ້ນ, ງານນີ້ ໄດ້ຖືກແບ່ງອອກເປັນ 8 ເຂດໃຫຍ່, ເຊິ່ງແຕ່ລະເຂດມີສີສັນ ສະເພາະຕົວ, ແຕ່ມີຄວາມເປັນເອກະພາບໃນພາບລວມທັງໝົດ.
ເຂດ “ທ້ອງຖິ່ນຫົວຂໍ້ຫຼັກ” ໂດຍຄະນະກໍາມະການປະຊາຊົນ ນະຄອນ ໂຮ່ຈີມິນ ເປັນຜູ້ຈັດຕັ້ງ, ແນະນຳບັນດາຜົນສຳເລັດ ທີ່ພົ້ນເດັ່ນ ທາງດ້ານເສດຖະກິດ, ການເງິນ, ນະວັດຕະກຳ ແລະ ພື້ນທີ່ບຸນເຕັດ ຂອງພາກໃຕ້ ເຊິ່ງເປັນ “ຫົວຈັກດ້ານເສດຖະກິດ” ຂອງທົ່ວປະເທດ. ຖັດມາແມ່ນເຂດ “ທ່ຽວຊົມລະດູບານໃໝ່ ທ່ີບ້ານເກີດ - ຜະລິດຕະພັນຈາກທົ່ວທຸກສາລະທິດ” ເຊິ່ງ ເຕົ້າໂຮມເອົາ ສິ່ງຍອດຍິ່ງ ຂອງ ຜະລິດຕະພັນທ້ອງຖິ່ນ, ຜະລິດຕະພັນ OCOP ແລະ ທ່າແຮງບົ່ມຊ້ອນ ດ້ານການລົງທຶນ ຂອງ ບັນດາແຂວງ, ນະຄອນ ໃນທົ່ວປະເທດ.
ໃນຂະນະດຽວກັນ, ເຂດ “ຜະລິດພັນກະສິກຳ ຫວຽດນາມ - ເຜີຍແຜ່ ສີສັນ ລະດູບານໃໝ່” ໂດຍແມ່ນກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນເຈົ້າພາບ, ສຸມໃສ່ວາງສະແດງ ບັນດາຜະລິດຕະພັນກະສິກຳຫຼັກ, ຮູບແບບກະສິກຳເຕັກໂນໂລຊີສູງ, ກະສິກຳສີຂຽວ ແລະ ເສດຖະກິດ ໝູນວຽນ.
ເຂດ “ລະດູບານໃໝ່ແຫ່ງຄວາມຮັ່ງມີ” ໂດຍແມ່ນ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດຕັ້ງຂຶ້ນ ແມ່ນພື້ນທີ່ ເຕົ້າໂຮມ ຂອງ ບັນດາວິສາຫະກິດ ຫຼາຍຂະແໜງ ໃນຂົງເຂດ ອຸດສາຫະກຳ, ການຄ້າ ແລະ ການບໍລິການ, ເພື່ອຊຸກຍູ້ ການເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ ພາຍໃນປະເທດ.
ສິ່ງທີ່ໜ້າສົນໃຈແມ່ນ, ງານວາງສະແດງ VIVC 2026 ໂດຍກະຊວງ ອຸດສາຫະກຳ ແລະ ການຄ້າ ປະສານສົມທົບກັບ ບັນດາສະມາຄົມ ຈັດຂຶ້ນ ໄດ້ສຸມໃສ່ຕ່ອງໂສ້ມູນຄ່າ ເຄື່ອງນຸ່ງຫົ່ມ, ເກີບໜັງ, ເຄື່ອງເຟີນີເຈີ ແລະ ເຄືີ່ອງຫັດຖະກຳສິລະປະ ພາຍໃຕ້ຂໍ້ຄວາມ “ຈາກວັດຖຸດິບ ສູ່ຕະຫຼາດ”. ຄຽງຄູ່ກັນນັ້ນ, ເຂດ “ບຸນເຕັດ ແຫ່ງການ ປຸ້ມລຸມກັນ” ຂອງຄະນະກຳມະການ ປະຊາຊົນ ນະຄອນ ຮ່າໂນ້ຍ ໄດ້ຟື້ນຄືນໃໝ່ ຍ່ານບັນຍາກາດບຸນປີໃໝ່ ປະຈຳຊາດ, ໝູ່ບ້ານອາຊີບ ດັ້ງເດີມ ແລະ ສິ່ງຍອດຢ້ຽມ ຂອງ ອາຫານ ໃນ ນະຄອນຫຼວງ, ສ້າງຈຸດເດັ່ນ ທາງດ້ານວັດທະນະທຳ ທີ່ເຕັມໄປດ້ວຍ ສີສັນເອກະລັກ.
ນອກຈາກນັ້ນ, ເຂດ “ສິ່ງຍອດຍິ່ງ ວັດທະນະທຳ ຫວຽດນາມ” ໂດຍ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຈັດຂຶ້ນ, ໄດ້ແນະນຳ ບັນດາຜະລິດຕະພັນ ອຸດສາຫະກຳ ວັດທະນະທຳ, ສິລະປະການສະແດງ ແລະ ການຫຼິ້ນພື້ນເມືອງ ໃນພື້ນທີ່ຂອງ “ສີສັນລະດູບານໃໝ່ ຫວຽດນາມ”.
ທ່ານ ຮວ່າງມິງຈ໋ຽນ, ຮອງຫົວໜ້າກົມສົ່ງເສີມການຄ້າ (ກະຊວງ ອຸດ ສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ ການປະສານສົມທົບ ເຂດຕ່າງໆ ທີ່ຫຼາກຫຼາຍ ບໍ່ພຽງແຕ່ຊ່ວຍເປີດກວ້າງໂອກາດ ການເຂົ້າເຖິງຕະຫຼາດ ໃຫ້ແກ່ວິສາຫະກິດ, ໂດຍສະເພາະ ແມ່ນ ວິສາຫະກິດຂະໜາດນ້ອຍ ແລະ ກາງເທົ່ານັ້ນ, ແຕ່ຍັງ ປະກອບສ່ວນ ເຂົ້າໃນການ “ເຊື່ອມຕໍ່ ວັດທະນະທຳ, ຟື້ນຄືນໃໝ່ ຍ່ານບັນຍາກາດບຸນປີໃໝ່ ປະຈຳຊາດ, ໂຄ ສະນາ ການທ່ອງ ທ່ຽວ ແລະ ສິລະປະພື້ນເມືອງ, ໂດຍຜ່ານນັ້ນ ກໍ່ເພີ່ມມູນຄ່າ ການສຳຜັດຕົວຈິງ ໃຫ້ແກ່ງານຕະຫຼາດນັດ”.
ບົດໂດຍ: ມິງຫງວຽດ - ພາບໂດຍ: VNP - ແປໂດຍ: ບິກລຽນ










