ລົດໄຟ ເອົາໄປນຳຄວາມມຸ່ງຫວັງ “ປ່ຽນແປງໃໝ່”
ປີ 1936, ໃນເວລາທີ່ຂຸດຄົ້ນປະເທດຫົວເມືອງຂຶ້ນ, ຝຣັ່ງ ໄດ້ກໍ່ສ້າງ ທາງລົດໄຟ ແຕ່ພາກເໜືອຫາພາກໃຕ້ ຫວຽດນາມ ດ້ວຍລວງຍາວ ທັງໝົດ 2.600 ກິໂລແມັດ. ໃນໄລຍະສົງຄາມ, ສາຍທາງລົດໄຟດັ່ງ ກ່າວ ຖືກທຳລາຍຢ່າງໜັກໜ່ວງ, ແຕ່ຫຼັງຈາກປະເທດຊາດ ລວມເປັນ ເອກະພາບເມື່ອປີ 1975, ລົດໄຟ ສາຍນີ້ ກໍ່ໄດ້ຮັບການ ຟື້ນຟູຄືນ ໃໝ່. ໃນສະໄໝສົງຄາມ 2 ຄັ້ງຜ່ານມາ, ລົດໄຟ ຫວຽດນາມ ໄດ້ສຳ ເລັດພາລະໜ້າ ທ່ີອັນສະຫງ່າງາມ ຂອງ ຕົນ ແລະ ປະຈຸບັນ ໄດ້ ສືບຕໍ່ ພັດທະນາດ້ວຍ ສອງໜ້າທີ່ສຳຄັນຄື ເຊື່ອມຕໍ່ ການທ່ອງທ່ຽວ ແລະ ຂົນສົ່ງສິນຄ້າ.
ທ່ານ OEP JANSSEN, ນັກທ່ອງທ່ຽວ ທີ່ມາຈາກ ປະເທດໂຮນລັງ ໃຫ້ຮູ້ວ່າ: “ຖ້າພວກເຮົາຖືການນຳໃຊ້ລົດໄຟຄືອ່ານປຶ້ມຫົວໜຶ່ງ, ມັນ ບໍ່ພຽງແຕ່ມີຄວາມໝາຍວ່າ ໄປແຕ່ A ຫາ B ອີກ, ມັນຍັງເປັນ ວິທີ ໜຶ່ງເພື່ອໃຫ້ ພວກເຮົາ “ອ່ານ” ກ່ຽວກັບທັດສະນີຍະພາບ, ຜູ້ຄົນ ແລະ ວັດທະນະທຳ ອີກດ້ວຍ”. (ຄັກຈາກໜັງສືພີມ ຕ້ວຍແຈ) |
ສາຍທາງລົດໄຟຂອງ ຫວຽດນາມ ໄປແຕ່ເໜືອ ເຖິງ ໃຕ້, ຂ້າມຜ່ານ ບັນດາສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງຂອງ ຫວຽດນາມ ຄື: ພູ ຮ່າມຣົ່ງ (ແທງຮວ໋າ), ທ່າກຳປັ່ນ ບຽນຖຸຍ (ເງະອານ), ຮ່ອມພູ ງາງ (ຢູ່ລະ ຫວ່າງ ຮ່າຕິງ ແລະ ກວາງບິ່ງ), ເທດສະບານ ລັງໂກ (ເທື່ອ ທຽນ ເຫວ້), ຮ່ອມ ພູ ຫາຍເວີນ (ຢູ່ລະຫວ່າງ ເທື່ອທຽນເຫວ້-ດ່າໜັງ), ຈັກ ກຳເນີດໄຟຟ້າ ດ້ວຍ ພະລັງແຮງລົມທີ່ (ບິ່ງຖ້ວນ), ທະເລກ່ານາ (ນິງ ຖ້ວນ), ອ່າວ ຫວູ໊ງໂຣ, ແຫຼມ ດ້ຽນ (ຝູ໋ອຽນ) ແລະ ອື່ນໆ.
![]() ຖັນແຖວພະນັກງານບໍລິການ ແລະ ຜູ້ຂັບລົດໄຟ. ພາບ: ເອກະສານ ![]() ພະນັກງານຮັບໃຊ້ເປີດສັນຍານໄຟ ໃຫ້ລົດໄຟສາມາດອອກເດີນ ທາງດ້ວຍຄວາມປອດໄພ. ພາບ: ເຕິດເຊີນ/VNP ![]() ລົດໄຟຂອງບໍລິສັດຫຸ້ນສ່ວນຂົນສົ່ງທາງລົດໄຟ ຮ່າໂນ້ຍ ຕ້ອນຮັບຜູ້ໂດຍສານທີ່ສະຖານີລົດໄຟ ຮ່າໂນ້ຍ. ພາບ: ເຕິດເຊີນ/VNP ![]() ອ້າຍ ຫວໍດຶກກີ (ຫົວໜ້າລົດໄຟ ໝາຍເລກ SE3-ສາຍທາງ ຮ່າ ໂນ້ຍ-ນະຄອນ ໂຮ່ຈີມິນ) ພ້ອມກັບຜູ້ໂດຍສານເດັກ. ພາບ: ເຕິດ ເຊີນ/VNP ![]() ຫວ່າງເວຫາທີ່ກວ້າງຂວາງເທິງຕູ້ລົດໄຟ ເຮັດໃຫ້ຜູ້ໂດຍສານຮູ້ສຶກ ສະບາຍໃຈ. ພາບ: ເຕິດເຊີນ/VNP ![]() ພະນັກງານບໍລິການ ແຈກໜັງສືພິມ ຟຣີ ໃຫ້ຜູ້ໂດຍສານ. ພາບ: ເອກະສານ ![]() ບໍລິສັດຫຸ້ນສ່ວນລົດໄຟ ຢີອານ, ບ່ອນອອກແບບ, ປະກອບ ຕູ້ລົດ ໄຟຕາມເຕັກໂນໂລຊີໃໝ່. ພາບ: ທົງຫາຍ/VNP ![]() ສາຂາຕູ້ລົດໄຟ ຮ່າໂນ້ຍ ຂຶ້ນກັບບໍລິສັດທາງລົດໄຟ ຮ່າໂນ້ຍ ເປັນ ບ່ອນສ້ອມແປງຕູ້ລົດໄຟ. ພາບ: ກົງດາດ/VNP ![]() ໜ່ວຍງານກວດກາ, ສ້ອມແປງເສັ້ນທາງລົດໄຟຢູ່ຮ່ອມພູ ຫາຍເວີນ, ດ່າໜັງ. ພາບ: ກົງດາດ/VNP |
ຈາກສະຖານີລົດໄຟຮ່າໂນ້ຍ, ພວກຂ້າພະເຈົ້າພ້ອມກັບນາງ Choloe Maxwel ແລະ ນັກທ່ອງທ່ຽວ ຈຳນວນໜຶ່ງມາຈາກ ອົສຕຣາລີ ຕັດ ສິນໃຈໄປຫານະຄອນ ດ່າໜັງ ດ້ວຍລົດໄຟ. ນາງ Choloe Maxwel ນຳໃຊ້ພາຫະນະລົດໄຟ ຍ້ອນລາວໄດ້ຍິນຂ່າວ ຈາກໜັງສືພິມ Telegraph ຂອງ ອັງກິດ ທີ່ໄດ້ເລືອກເຟັ້ນ ໃຫ້ເປັນໜຶ່ງໃນ 10 ການ ທ່ອງ ທ່ຽວ ທາງລົດໄຟ ທີ່ປະທັບໃຈທີ່ສຸດໃນໂລກ.
“ສາຍທາງລົດໄຟ ເໜືອ-ໃຕ້ ເປັນສາຍທາງເດີນທີ່ຈັບໃຈກັບ ທັດສະ ນີຍະພາບ, ວັດທະນະທຳ ແລະ ອາກາດ-ຄວາມສວຍງາມ ຂອງ ຫວຽດນາມ ເຊິ່ງນັກທ່ອງທ່ຽວ ຈະບໍ່ເຫັນໄດ້ຖ້າຂີ່ຍົນ”.
(ທ່ານ OEP JANSSEN, ນັກທ່ອງທ່ຽວມາຈາກ ປະເທດໂຮນລັງ)
(ຄັກຈາກໜັງສືພິມ ຕ້ວຍແຈ) |
ຢູ່ນະຄອນ ໂຮ່ຈີມິນ, ພວກຂ້າພະເຈົ້າພ້ອມກັບຄອບຄົວອ້າຍ ຫວໍດິ່ງ ຄາງ ໄດ້ມີໜ້າເທິງລົດໄຟ ໝາຍເລກ SNT2 ໄຊງ່ອນ-ຍາຈາງ. ໄດ້ ຮູ້ວ່າ ນີ້ແມ່ນລົດໄຟລະດັບ “5 ດາວ” ໄດ້ຕິດຕັ້ງ ບັນດາພາຫະນະອຸ ປະກອນທີ່ທັນສະໄໝ. ກ່ອນລົງສະຖານີລົດໄຟ ຍາຈາງ, ອ້າຍ ຄາງ ໃຫ້ຮູ້ວ່າ: “ເຄື່ອງຕົບແຕ່ງພາຍໃນຂອງລົດໄຟງາມຫຼາຍ, ລູກຂອງ ຂ້ອຍ ຮູ້ສຶກດີໃຈທີ່ໄດ້ໄປທ່ຽວດ້ວຍທາງລົດໄຟ”.
ທ່ານ ດ່າວແອງຕວັນ-ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ຂົນສົ່ງ ທາງລົດດໄຟ ໄຊງ່ອນ ໃຫ້ຮູ້ວ່າ ທາງບໍລິສັດໄດ້ມີການຕິດຕໍ່ ກັບບໍລິ ສັດທ່ອງທ່ຽວ 150 ແຫ່ງ, ສະນັ້ນ ຈຶ່ງບັນລຸໄດ້ຈຳນວນນັກທ່ອງທ່ຽວ ທີ່ມານຳໃຊ້ບໍລິການຢ່າງໝັ້ນຄົງ. ພ້ອມກັບບັນດາ ນະໂຍບາຍຄື ຫຼຸດ ລາຄາປີ້ລົດໄຟ, ເປີດນຳໃຊ້ລົດໄຟລະດັບ 5 ດາວ ດ້ວຍພາຫະ ນະ ອຸປະກອນທີ່ທັນສະໄໝ, ຍົກສູງວິທີການຮັບໃຊ້ຂອງ ພະນັກງານ... ສະນັ້ນ, ຈຳນວນຜູ້ໂດຍສານນັບມື້ນັບຫຼາຍຂຶ້ນ.
ການຂົນສົ່ງສິນຄ້າ ດ້ວຍທາງລົດໄຟ
ປະຈຸບັນ, ຫວຽດນາມ ຄຸ້ມຄອງທາງລົດໄຟ 3.160 ກິໂລແມັດ. ໃນນັ້ນ 7 ສາຍຕົ້ນຕໍ່ຍາວ 2.524 ກິໂລແມັດ ລວມມີ: ຮ່າໂນ້ຍ-ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ-ລ່າວກາຍ, ຮ່າໂນ້ຍ-ຫາຍຟ່ອງ, ຮ່າ ໂນ້ຍ-ດົ່ງດັງ, ຮ່າໂນ້ຍ-ກວານຈ່ຽວ, ແກບ-ຮ້າລອງ, ແກບ-ລືວຊາ. ແຕ່ລະປີ ຂົນສົ່ງ ຜູ້ໂດຍສານ ເກືອບ 12 ລ້ານເທື່ອຄົນ/ປີ. |
ໃນແຜນຍຸດທະສາດ ພັດທະນາບໍລິການຂົນສົ່ງທາງລົດໄຟ ເຖິງປີ 2020, ກຳນົດທິດເຖິງປີ 2030 ທີ່ຫາກໍ່ໄດ້ທ່ານນາຍົກລັດຖະມົນຕີ ອະນຸມັດຜ່ານ ມີເນື້ອໃນວ່າ: ຈັດໂຄງປະກອບຄືນໃໝ່ ແລະ ພັດທະ ນາຕະ ຫຼາດຂົນສົ່ງຢູ່ພາຍໃນຕາມທິດຫຼຸດຜ່ອນອັດຕາສ່ວນ ຂົນສົ່ງ ທາງບົກ, ເພີ່ມອັດຕາສ່ວນ, ບຸລິມະສິດພັດທະນາ ບໍລິການຂົນສົ່ງ ທາງລົດໄຟ ແລະ ທາງນຳ້. ດ້ວຍນະໂຍບາຍດັ່ງກ່າວ, ຂະແໜງລົດ ໄຟ ພວມສຸມໃສ່ໃນການຈັດໂຄງປະກອບຄືນໃໝ່, ປ່ຽນແປງໃໝ່ ຫັນ ເປັນທັນສະໄໝພື້ນຖານໂຄງລ່າງ, ພາຫະນະ ອຸປະ ກອນ, ນຳໃຊ້ ເຕັກ ໂນໂລຊີ ກ້າວໜ້າ ເພື່ອປະຕິບັດໃຫ້ດີຄວາມຮຽກ ຮ້ອງຕ້ອງການ ທີ່ປະເທດຊາດໄດ້ວາງອອກ.
ລົດໄຟ ແລ່ນຂ້າມຜ່ານຊ່ອງທະເລ ຝູ໋ອຽນ. ພາບ: ທົງຫາຍ/VNP ຂະບວນລົດໄຟ ກຽມເຂົ້າຈອດຢູ່ສະຖານີລົດໄຟ ຍາຈາງ. ພາບ: ທົງຫາຍ/VNP ![]() ລົດໄຟ ແລ່ນຂ້າມຜ່ານຮ່ອມພູ ຫາຍເວີນ. ພາບ: ເຕິດເຊີນ/VNP ![]() ສາຍທາງລົດໄຟ ເໜືອ-ໃຕ້ ຄູ່ຂະໝານ ກັບທາງບົກ ຢູ່ຊ່ອງແຄບ ທະເລ ກ່ານາ, ແຂວງ ນິງຖ້ວນ. ພາບ: ທົງຫາຍ/VNP ![]() ລົດໄຟ ເໜືອ-ໃຕ້ ພານັກທ່ອງທ່ຽວແລ່ນຂ້າມຜ່ານບັນດາທົ່ງນາ ທີ່ສວຍງາມ. ພາບ: ທົງຫາຍ/VNP ![]() ລົດໄຟ ຫວຽດນາມ ແລະ ລົດໄຟ ຈີນ ໄດ້ຕ້ອນຮັບຂະບວນ ລົດໄຟ ຂົນສົ່ງສິນຄ້າ ດ້ວຍຕູ້ ຄອນເທນເນີ ທໍາອິດ ເຊື່ອມຕໍ່ ລະຫວ່າງ ສອງ ປະເທດ ທີ່ສະຖານີ ດົ່ງດັງ (ລ້າງເຊີນ) ເມື່ອວັນທີ 25 ພະຈິກ 2017. ຂະບວນລົດໄຟດັ່ງກ່າວ ເລີ່ມຕົ້ນການເດີນທາງ ເມື່ອວັນທີ 22 ພະ ຈິກ, ແຕ່ສະຖານີລົດໄຟ ຫວາງກາງ, ນະຄອນ ໜານຊາງ, ແຂວງ ຈຽງຊີ, ສປ ຈີນ ໄປຍັງສະຖານີລົດໄຟ ອຽນວຽນ, ຮ່າໂນ້ຍ, ຫວຽດ ນາມ. |
ການນຳລົດໄຟ ຫວຽດນາມ ກ່າວວ່າ “ຕົວແບບຂົນສົ່ງດ້ວຍຕູ້ ຄອນ ເທນເນີ ທາງລົດໄຟ ຈະເປັນ ທາງ ເລືອກແຖວໜ້າໃຫ້ແກ່ລູກຄ້າ ຢູ່ ແຕ່ລະປະເທດ. ຈຳນວນສິນຄ້າ ນຳ ເຂົ້າ-ສົ່ງອອກລະຫວ່າງ ຫວຽດ ນາມ ແລະ ສປຈີນ ກໍ່ຄືຜ່ານ ປະເທດ ທີສາມ ນັບມື້ນັບເພີ່ມສູງຂຶ້ນ”. (ຄັດຈາກ Vietnamplus) |
ຕາມທ່ານ ຫວູແອງມິນ-ປະທານສະພາສະມາຊິກ ສະຫະບໍລິສັດ ລົດໄຟ ຫວຽດນາມ ໃຫ້ຮູ້ວ່າ ບໍລິສັດພວມມີການປ່ຽນແປງ ວິທີ ການ ເຮັດ ວຽກເພື່ອໃຫ້ລູກຄ້າໄດ້ນຳໃຊ້ບໍລິການທີ່ດີທີສຸດ. ບໍລິສັດ ລົດ ໄຟ ຈະປະສານສົມທົບກັບປະເພດຂົນສົ່ງຕ່າງໆ ເພື່ອສ້າງ ບໍລິ ການ ຂົນສົ່ງສິນຄ້າເຖິງເປົ້າໝາຍ. ພະນັກງານ ຂອງ ບໍລິສັດ ຈະໄປຫາວິ ສາຫະກິດເພື່ອສຳເລັດຂັ້ນຕອນ ເອກະສານ, ນຳໃຊ້ ບໍລິການຂົນ ສົ່ງ ແບບຄົບວົງຈອນ, ຮັບປະກັນ ຕໍ່ຄວາມປອດໄຟ, ທັນເວລາ ຕາມ ຄວາມຕ້ອງການຂອງລູກຄ້າ.
ພ້ອມກັບນະໂຍບາຍ ຊຸກຍູ້ເພີ່ມອັດຕາສ່ວນຂົນສົ່ງຢູ່ພາຍໃນປະເທດ, ລົດໄຟ ຫວຽດນາມ ພວມຂຸດຄົ້ນການຂົນສົ່ງສິນຄ້າດ້ວຍຕູ້ ຄອນເທນ ເນີ ສາກົນ ຫວຽດນາມ-ຈີນ. ທ່ານ ໂດວັນຮວານ ຮອງຜູ້ອຳນວຍການ ໃຫຍ່ ບໍລິສັດຫຸ້ນສ່ວນຂົນສົ່ງທາງລົດໄຟ ຮ່າໂນ້ຍ ໄດ້ຕີລາຄາວ່າ ການຂົນສົ່ງ ດ້ວຍຕູ້ ຄອນເທນເນີ ສາກົນ ໄດ້ເປີດໂອກາດ ທີ່ຍິ່ງ ໃຫຍ່ ໃຫ້ ແກ່ການຂົນສົ່ງດ້ວຍທາງລົດໄຟ. ຈຳນວນສິນຄ້າໄດ້ ຂົນສົ່ງ ຜ່ານ ຂະບວນລົດໄຟດ່ວນສາກົນເພີ່ມແຕ່ 386.000 ໂຕນໃນ ປີ 2016 ຂຶ້ນ ກວ່າ 800.000 ໂຕນໃນປີ 2017.
ເພື່ອຮັບໃຊ້ໃຫ້ການຂົນສົ່ງທາງລົດໄຟ ສາກົນໃຫ້ດີ, 2 ສະຖານີລົດ ໄຟ ຂົນສົ່ງສິນຄ້າຕົ້ນຕໍ່ຄື ອຽນວຽນ (ຮ່າໂນ້ຍ) ແລະ ຊອງເທີ່ນ (ບິ່ງ ເຢືອງ) ກຳລັງ ໄດ້ຮັບການລົງທຶນສ້າງ ຕາມທິດຫັນເປັນທັນສະໄໝ, ຮັບປະກັນ ຄວາມສາມາດຂົນສົ່ງ ສິນຄ້າ.
“ດ້ວຍເປົ້າໝາຍກ້າວສູ່ອະນາຄົດ, ທາງລົດໄຟ ຫວຽດນາມ ຈະ ເພີ່ມ ຄວາມໄວຂອງລົດໄຟຂົນສົ່ງຜູ້ໂດຍສານແຕ່ 80-90 ກິໂລ ແມັດ/ຊົ່ວ ໂມງ, ລົດໄຟຂົນສົ່ງສິນຄ້າແຕ່ 50-60 ກິໂລແມັດ/ຊົ່ວໂມງ ໃນປີ 2020. ເຖິງປີ 2030, ຈະເລີ່ມກໍ່ສ້າງ ສາຍທາງລົດໄຟ ດ່ວນ ດ້ວຍ ຄວາມໄວແຕ່ 160-200 ກິໂລແມັດ/ຊົ່ວໂມງ ແລະ ສຳເລັດ ການກໍ່ ສ້າງ ສາຍທາງລົດໄຟ ດ່ວນໃນປີ 2050 ດ້ວຍຄວາມໄວ 350 ກິໂລ ແມັດ/ຊົ່ວໂມງ”.
(ທ່ານ ຫວູແອງມິນ, ປະທານສະພາ ສະມາຊິກ ສະຫະບໍລິ ສັດທາງ ລົດໄຟ ຫວຽດນາມ) |
ບົດ: ຫງວຽນແອງ - ພາບ: ເຕິດເຊີນ, ກົງດາດ, ທົງຫາຍ ແລະ ເອກະສານ