• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄຸ້ມຖະໜົນ ຮ່າງໝ໊າ ງົດງາມອະລັງການ ໃນເທສະການ ບຸນໄຫວ້ພະຈັນ

ຢູ່ໃຈກາງຄຸ້ມເມືອງເກົ່າ 36 ສາຍ ຂອງ ຮ່າໂນ້ຍ, ໃນຊ່ວງເທສະ ການ ບຸນໄຫວ້ພະຈັນ, ຄຸ້ມຖະໜົນ ຮ່າງໝ໊າ ໄດ້ກາຍເປັນຈຸດສົນ ໃຈ ດຶງດູດ ທຸກສາຍຕາ ຂອງ ປະຊາຊົນ ແລະ ນັກທ່ອງທ່ຽວ, ທັງ ແມ່ນບ່ອນປຸກຄວາມຊົງຈຳ ຕອນສະໄໝເຍົາໄວ ໃນຈິດໃຈ ຂອງ ຊາວ ຮ່າໂນ້ຍ ແຕ່ລະຄົນ. ຍ່າງເຂົ້າສູ່ຖະໜົນ ຮ່າງໝ໊າ ໃນຊຸມວັນ ໃກ້ຈະຮອດ ມື້ເພັງ 15 ຄໍ່າ ເດືອນແປດ, ສິ່ງທຳອິດ ທີ່ສ້າງຄວາມ ປະທັບໃຈຜູ້ຄົນແມ່ນ ແສງສະຫວ່າງ ແລະ ສີສັນ ຢູ່ເທິງ ຄຸ້ມຖະ ໜົນສາຍນີ້. ຢູ່ຕາມສອງຟາກທາງແມ່ນ ຮ້ານຄ້າ ຫຼາຍຮ້ອຍຮ້ານ ທີ່ວາງຂາຍເຄື່ອງຫຼິ້ນພື້ນເມືອງ ແລະ ທັນສະໄໝ ທຸກຊະນິດສີສົດ ໃສ ຂອງ ໂຄມໄຟ ຫຼາກຫຼາຍຮູບແບບ, ສີເຫຼືອງເຫຼື້ອມ ຂອງ ໂຄມ ໄຟ ຮູບດາວ 5 ແຈ, ປະກາຍລະຍິບລະຍັບ ຈາກບັນດາໜ້າກາກ ທີ່ເຮັດດ້ວຍເຈ້ຍແຂງ ຕະຫຼອດຮອດ ບັນດາເຄື່ອງຫຼິ້ນ ປະດິດສ້າງ ໃນຍຸກເຕັກໂນໂລຊີ. ພາຍໃຕ້ແສງໄຟ ແລະ ແສງສະທ້ອນ ຈາກ ບັນດາເຄື່ອງຫຼິ້ນ, ທົ່ວຄຸ້ມຖະໜົນ ຄື ກັນກັບ ຫໍພິພິທະພັນ ວັດທະ ນະທຳ ພື້ນເມືອງ ຂະໜາດນ້ອຍ ຢູ່ ທ່າມກາງ ຕົວເມືອງ ທັນສະ ໄໝ.

ບົດ ແລະ ພາບ: ເຈິ່ນແທັງຢາງ/VNP

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ດ້ວຍທິວທັດທໍາມະຊາດງົດງາມໃຫຍ່ໂຕມະໂຫຖານ ທີ່ເປັນເອກະລັກ ຢູ່ເຂດຊາຍແດນ ພາກຕາເວັນອອກສ່ຽງເໜືອ ຂອງ ຫວຽດນາມ, ນ້ຳຕົກຕາດ ບ້ານຢົກ ຢູ່ ແຂວງ ກາວບັ່ງ ກຳລັງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັບມື້ນັບເພີ່ມຂຶ້ນ. ທາງທ້ອງຖິ່ນກຳລັງເພີ່ມທະວີ ການປັບປຸງພື້ນຖານໂຄງລ່າງ, ຫັນເປັນຫຼາກຫຼາຍ ຜະລິດຕະພັນການທ່ອງທ່ຽວ ແລະ ຍົກສູງຄຸນນະພາບການບໍລິການ, ດ້ວຍຄວາມມຸ່ງຫວັງທີ່ຈະເຮັດໃຫ້ນ້ຳຕົກຕາດແຫ່ງນີ້ ກາຍເປັນຈຸດໝາຍປາຍທາງທີ່ດຶງດູດໃຈ, ເປັນມິດ ແລະ ຍືນຍົງ.

Top