ຮາມາສ ໃຫ້ຮູ້ວ່າຈະປ່ອຍ ຕົວປະກັນຊາວອິດສະລາແອັນ 3 ຄົນເປັນອິດສະຫຼະຖືກຕ້ອງຕາມແຜນການໃນວັນທີ 15 ກຸມພາ, ພ້ອມທັງຢັ້ງຢືນບໍ່ຢາກເຮັດໃຫ້ຂໍ້ຕົກລົງຢຸດຍິງຢູ່ເຂດກາຊາຖືກລົ້ມລະລາຍ.
ຮາມາສ ໃຫ້ຮູ້ວ່າຈະປ່ອຍ ຕົວປະກັນຊາວອິດສະລາແອັນ (ພາບ: TTXVN)
ວັນທີ 13 ກຸມພາ, ກຸ່ມອິດສະລາມ ຮາມາສ ໃຫ້ຮູ້ວ່າຈະປ່ອຍຕົວປະກັນຊາວອິດສະລາແອັນ 3 ຄົນເປັນອິດສະຫຼະຖືກຕ້ອງຕາມແຜນການໃນວັນທີ 15 ກຸມພາ, ພ້ອມທັງຢັ້ງຢືນບໍ່ຢາກເຮັດໃຫ້ຂໍ້ຕົກລົງຢຸດຍິງຢູ່ເຂດກາຊາຖືກລົ້ມລະລາຍ. ທ່ານ Abdel-Latif Al-Qanoua ໂຄສົກຂອງ ຮາມາສ ຖະແຫຼງວ່າ ຂະບວນການນີ້ຢາກປະຕິບັດຂໍ້ຕົກລົງຢຸດຍິງ ແລະ ປາດຖະໜາຢາກ ໃຫ້ຝ່າຍອິດສະລາແອັນ ປະຕິບັດບັນດາຄຳໝັ້ນສັນຍາຢ່າງຄົບຖ້ວນ. ທ່ານ Abdel-Latif Al-Qanoua ກໍ່ຖືວ່າບັນດາຖະແຫຼງການແຂງກະດ້າງຂອງທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ແລະ ທ່ານປະທານາທິບໍດີ Donald Trump ຈະບໍ່ມີປະໂຫຍດຫຍັງຕໍ່ການຜັນຂະຫຍາຍຂໍ້ຕົກລົງ.
ໃນເຫດການທີ່ກ່ຽວຂ້ອງ, ສື່ມວນຊົນອິດສະລາແອັນ ໄດ້ລົງຂ່າວທ່ານລັດຖະມົນຕີກການຕ່າງປະເທດ ອາເມລິກກາ Marco Rubio ຈະໄປຍັງ Tel Avivໃນຕອນຄ່ຳວັນທີ 15 ກຸມພາ ແລະ ມີການພົບປະກັບບັນດາຄອບຄົວຂອງຕົວປະກັນຫຼັງຈາກນັ້ນ 1 ວັນ. ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ພາກຕາເວັນອອກກາງຄັ້ງທຳອິດຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ນັບແຕ່ເວລາຄຳສັ່ງຢຸດຍິງໄດ້ຮັບການປະຕິບັດຢູ່ເຂດກາຊາ, ຫຼັງຈາກນັ້ນ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະໄປຢ້ຽມຢາມ ອາຣັບບິ ຊາອຸດິ ແລະ ສະຫະລັດ ອາຣັບເອມີເລດ(UAE).
(ແຫຼ່ງຄັດຈາກ VOV)