ວັນທີ 3 ຕຸລາ 2026, ຢູ່ບໍລິເວນ ຖະໜົນຄົນຍ່າງ ອ້ອມຮອບ ໜອງ ຮວ່ານກ໋ຽມ, ໄດ້ຈັດງານບຸນຢູ່ເທິງຖະໜົນ “ສີສັນ ຫ້າທະວີບ” ຂຶ້ນ. ລາຍການດັ່ງກ່າວ ໄດ້ຮັບການຊີ້ນຳດ້ານເນື້ອໃນ ໂດຍ ງປະທານຄະນະກຳມະການປະຊາຊົນ ນະຄອນຫຼວງ ຮ່າໂນ້ຍ; ພະແນກ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່າໂນ້ຍ ເປັນປະທານ ແລະ ຊີ້ນຳ ໂຮງລະຄອນ ຫຸ່ນກະບອກ ທັງລອງ ຈັດຕັ້ງປະຕິບັດ, ໂດຍມີການຊຸມນຸມຂອງ ບັນດາຄະນະສິລະປະ ທັງພາຍໃນ ແລະ ຕ່າງປະເທດ, ພ້ອມດ້ວຍ ບັນດານັກສິລະປິນ, ຊ່າງສີມື, ນາງແບບ, ປະຊາຄົມສາກົນ, ປະຊາຊົນຊາວນະຄອນຫຼວງ ແລະ ແຂກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ. ລາຍການດັ່ງກ່າວ ແມ່ນນອນຢູ່ໃນຂອບເຂດ ງານບຸນ ວັດທະນະທຳ ໂລກ ຢູ່ ຮ່າໂນ້ຍ ຄັ້ງທຳອິດ.
ດ້ວຍທິດທາງເນື້ອໃນ “ສົມທົບມໍລະດົກ - ສ້າງສາອະນາຄົດ”, ງານບຸນ “ສີສັນ ຫ້າທະວີບ” ໄດ້ຮັບການສ້າງຂຶ້ນ ຄືດັ່ງ ພື້ນທີ່ ແລກປ່ຽນ ວັດທະນະທຳ ທີ່ເປີດກວ້າງ ແລະ ມີຊີວິດຊີວາ. ຜ່ານຊຸດ ອ໋າວຢ່າຍ, ສິລະປະການສະແດງ ແລະ ບັນດາກິດຈະກຳ ຢູ່ຕາມຖະໜົນຫົນທາງ, ລາຍການໄດ້ແນະນຳ ບັນດາຄຸນຄ່າ ທີ່ໂດດເດັ່ນ ຂອງ ວັດທະນະທຳ ຫວຽດນາມ, ພ້ອມດຽວກັນນັ້ນ ຍັງສ້າງໂອກາດ ໃຫ້ ບັນດາປະເທດ ທີ່ເຂົ້າຮ່ວມ ໄດ້ພ້ອມກັນແບ່ງປັນ, ແລກປ່ຽນ ແລະ ຍົກຍ້ອງ ບັນດາຈຸດວັດທະນະທຳ ເປັນເອກະລັກ ຂອງ ແຕ່ລະຊົນຊາດ.
ຈຸດພົ້ນເດັ່ນ ຂອງ ງານບຸນຢູ່ເທິງຖະໜົນ “ສີສັນ ຫ້າທະວີບ” ແມ່ນ ການແຫ່ຂະບວນ ຊຸດອ໋າວຢ່າຍ ຫວຽດນາມ ປະສານສົມທົບ ກັບ ເຄື່ອງແຕ່ງກາຍ ປະເພນີ ຂອງ ບັນດາປະເທດ, ໂດຍມີການຊຸມນຸມຂອງ ຜູ້ເຂົ້າຮ່ວມ ຫຼາຍກວ່າ 1.000 ຄົນ. ບັນດາຊຸດ ອ໋າວຢ່າຍ ຫວຽດນາມ ພ້ອມກັບ ສີສັນ ເຄື່ອງແຕ່ງກາຍ ປະເພນີ ຂອງ ບັນດາປະເທດ ຈະສ້າງເປັນ ພາບ ວັດທະນະທຳ ທີ່ຫຼາກຫຼາຍ ແລະ ປ່ຽມລົ້ນໄປດ້ວຍສີສັນ ຢູ່ໃຈກາງ ນະຄອນຫຼວງ.
ງານບຸນ ໃນປີນີ້ ມີການເຂົ້າຮ່ວມ ຂອງ ບັນດາຄະນະສິລະປະ ແລະ ອົງການວັດທະນະທຳ ມາຈາກ 15 ປະເທດ, ປະກອບມີ: ໂອຕຣິດ, ອັງໂກລາ, ອາເຊບານຊານ, ບັງກະລາເທດ, ສປ.ຈີນ, ອີຣານ, ລາວ, ມົງໂກນ, ມາຣົກ, ຟີລິບປິນ, ແອັດສະປາຍ, ອູແກຣນ, ເປຣູ, ສີລັງກາ ແລະ ຫວຽດນາມ.
ການເຂົ້າຮ່ວມ ຂອງ ບັນດາຄະນະສິລະປະສາກົນ ໄດ້ນຳມາເຊິ່ງ ປະເພດສິລະປະ ແລະ ມໍລະດົກ ວັດທະນະທຳ ທີ່ໂດດເດັ່ນ ຫຼາກຫຼາຍປະເພດ, ຕັ້ງແຕ່ ດົນຕີພື້ນເມືອງ ເປີເຊຍ, ລະບຳພື້ນເມືອງ ເມັກຊິໂກ ແລະ ເປຣູ, ສິລະປະການສະແດງ ພື້ນເມືອງ ຂອງ ສະຫະລັດ ອາຣັບ ເອມີເຣດ (UAE) ຕະຫຼອດຮອດ ກິລາ ເທຄວັນໂດ ສ.ເກົາຫຼີ. ຮ່ວມເດີນທາງ ພ້ອມກັບ ບັນດາຄະນະສາກົນ ແມ່ນ ບັນດາສະມາຊິກ ຄະນະຟ້ອນ ສິງໂຕ, ຊ່າງສີມື, ນັກສິລະປິນ ພື້ນເມືອງ ຂອງ ນະຄອນຫຼວງ, ແມ່ຍິງ ຊາວນະຄອນຫຼວງ, ສະໂມສອນ ວັດທະນະທຳ ອ໋າວຢ່າຍ ຫວຽດນາມ, ບັນດານາງແບບ ແລະ ນັກສິລະປິນ.
ງານບຸນຢູ່ເທິງຖະໜົນ “ສີສັນ ຫ້າທະວີບ” ບໍ່ພຽງແຕ່ ເປັນກິດຈະກຳ ສິລະປະ ແລະ ວັດທະນະທຳ ທີ່ມີຂະໜາດໃຫຍ່ ເທົ່ານັ້ນ, ຫາກຍັງເປັນໂອກາດ ໃຫ້ ບັນດາພື້ນຖານວັດທະນະທຳ ໄດ້ພົບປະ, ແລກປ່ຽນ, ເພີ່ມທະວີ ຄວາມສາມັກຄີຮັກແພງ ແລະ ພ້ອມກັນມຸ່ງໄປ ຫາ ອະນາຄົດ ທີ່ສັນຕິພາບ, ພັດທະນາ ຢ່າງຍືນຍົງ.
ນີ້ຍັງເປັນໂອກາດ ໂຄສະນາ ພາບລັກ ຂອງ ນະຄອນຫຼວງ ຮ່າໂນ້ຍ - ນະຄອນ “ເພື່ອສັນຕິພາບ”, ເຊິ່ງເປັນ ນະຄອນຫຼວງ ທີ່ອຸດົມສົມບູນ ໄປດ້ວຍມູນເຊື້ອ, ເປັນມິດ, ເປີດກວ້າງ ແລະ ເຊື່ອມໂຍງ. ຜ່ານການພົບປະ ຂອງ ບັນດາພື້ນຖານວັດທະນະທຳ, ງານບຸນ ໄດ້ສືບຕໍ່ ຢືນຢັນ ບົດບາດ ຂອງ ວັດທະນະທຳ ຄືດັ່ງ ຂົວຕໍ່ ເຊື່ອມຈອດ ບັນດາປະຊາຄົມ ແລະ ບັນດາຊົນຊາດ, ປະກອບສ່ວນ ເຜີຍແຜ່ ບົດສານ ກ່ຽວກັບ ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຮ່ວມກັນ.
ດ້ວຍການຊຸມນຸມ ຂອງ ບັນດາຄຸນຄ່າ ມໍລະດົກ, ສິລະປະພື້ນເມືອງ, ເຄື່ອງແຕ່ງກາຍ ແລະ ມະນຸດ ມາຈາກ ຫຼາຍປະເທດ, “ສີສັນ ຫ້າທະວີບ” ໄດ້ນຳມາເຊິ່ງ ພື້ນທີ່ ວັດທະນະທຳ ທີ່ປ່ຽມລົ້ນ ໄປດ້ວຍພະລັງຊີວິດ ຢູ່ໃຈກາງ ຮ່າໂນ້ຍ - ເຊິ່ງເປັນບ່ອນທີ່ ມໍລະດົກ ໄດ້ຮັບການຍ້ອງຍໍ, ເອກະລັກ ໄດ້ຮັບການແບ່ງປັນ ແລະ ບັນດາຄຸນຄ່າຮ່ວມກັນ ຂອງມະນຸດຊາດ ໄດ້ຮັບການເຊື່ອມຈອດ ເພື່ອພ້ອມກັນ ສ້າງສາອະນາຄົດ.
ບົດ ແລະ ພາບ: ເຈິ່ນແທັງຢາງ/VNP