• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມຊົງຈຳ ຂົວຮ່ຽນເລືອງ

ປະຫວັດສາດຂອງການຕໍ່ສູ້ກູ້ຊາດຕ້ານຈັກກະພັດ ອາເມລິກາຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ຍັງຈະຂີດໝາຍ ຈົດຈໍາຕະຫລອດໄປ ກ່ຽວກັບເລື່ອງລາວຕ່າງໆທີ່ຕື້ນຕັນໃຈ ຕິດພັນກັບຂົວຮ່ຽນເລືອງ ຊຶ່ງເປັນຂົວ ກ່າຍຂ້າມສອງຝັ່ງແມ່ນ້ຳ ເບ້ນຫາຍ ຢູ່ເມືອງ ຫວີງລິງ, ແຂວງ ກວາງຈິ.

ປີ 1954, ຫຼັງຈາກສັນຍາ ເຊີແນວ ໄດ້ຮັບການລົງນາມ,   ປະເທດຫວຽດນາມໄດ້ ຖືກຕັດແບ່ງອອກເປັນສອງພາກເໜືອ-ໃຕ້ ໂດຍເອົາເສັ້ນຂະໜານ 17, ບ່ອນທີ່ມີສາຍແມ່ນ້ຳ ເບ້ນຫາຍໄຫຼຜ່ານ ເປັນເສັ້ນຂີດຂັ້ນຊົ່ວຄາວ. ເບື້ອງຕົ້ນຄິດວ່າການແບ່ງແຍກ ຊົ່ວຄາວນີ້ ຈະແກ່ຍາວພຽງ 2 ປີແລ້ວຈະສິ້ນສຸດພາຍຫລັງວັນເລືອກຕັ້ງ ທ້ອນໂຮມເປັນເອກະພາບທົ່ວປະເທດ, ແຕ່ ໃນຕົວຈິງ ແລ້ວມັນໄດ້ຖືກແກ່ຍາວໄປເຖິງ  21 ປີ, ໝາຍຄວາມວ່າຈົນເຖິງວັນພາກໃຕ້ຫວຽດນາມໄດ້ຮັບການປົດປ່ອຍຢ່າງສົມບູນ ໃນປີ 1975 ພາກເໜືອ, ພາກໃຕ້ຈຶ່ງໄດ້ມາທ້ອນໂຮມຢູ່ພາຍໃຕ້ຫລັງຄາເຮືອນດຽວກັນ.

ຕະຫຼອດ ໄລຍະເວລາ 21 ປີ ທີ່ແສນຍືດຍາວນັ້ນ, ຂົວຮ່ຽນເລືອງ ຍືນຍົງຄົງຕົວຢູ່ພາຍໃຕ້ຄວາມເຈັບປວດ, ດີ້ນຮົນແຫ່ງຄວາມຄອງຄອຍ. ເສັ້ນຂີດໝາຍດ້ວຍນໍ້າສີບາງໆ ຢູ່ລະຫວ່າງກາງຂົວຮ່ຽນ  ເລືອງ ໄດ້ກາຍເປັນເສັ້ນຂີດຂັ້ນ ຕັດແບ່ງປະເທດອອກເປັນສອງພາກເໜືອ-ໃຕ້, ຕັດແບ່ງຄວາມຝັນຢາກເຕົ້າໂຮມກັນຂອງຊາວຫວຽດນາມ ນັບຫຼາຍສິບໝື່ນຄົນ ຢູ່ສອງເບື້ອງເສັ້ນຂີດແດນ, ພາໃຫ້ຜູ້ເປັນເມຍ ຄອງຄອຍຜົວ, ລູກໆຄອງຖ້າພໍ່, ອ້າຍເອື້ອຍ ຍາດພີ່ນ້ອງ ພັດພາກຈາກກັນ… ດ້ວຍເຫດນັ້ນ, ຂົວຮ່ຽນເລືອງໃນຄາວນັ້ນຈຶ່ງ ໄດ້ກາຍເປັນສັນຍາລັກທີ່ຂຶ້ນຊື່ລືຊາໄປທົ່ວໂລກ ກ່ຽວກັບຄວາມໄຝ່ຝັນອັນແຮງກ້າຕໍ່ສັນຕິພາບ, ປະເທດຊາດທ້ອນໂຮມເປັນເອກະພາບ ແລະ ບັນດາຄອບຄົວ ໂຮມຢູ່ດ້ວຍກັນ ຂອງຊາວຫວຽດນາມ.

ປະຈຸບັນ, ຂົວຮ່ຽນເລືອງ ແລະ ກຸ່ມປູສະນີຍະສະຖານປະຫວັດສາດ ຢູ່ສອງຝັ່ງແມ່ນ້ຳເບ້ນຫາຍ ໄດ້ກາຍເປັນຮ່ອງຮອຍປະຫວັດສາດລະດັບຊາດພິເສດ, ເປັນອະນຸສອນທີ່ບໍ່ອາດຫຼົງລືມໄດ້ງ່າຍ ເມື່ອຄຳນຶງເຖິງການສູ້ຮົບສຸດທີ່ດຸເດືອດຮ້າຍແຮງໃນອະດີດ ແລະ ທັງແມ່ນຈຸດນັດໝາຍທີ່ບໍ່ຄວນພາດ ບົນສາຍທາງເດີນແຕ່ພາກເໜືອຫາພາກໃຕ້ຫວຽດນາມ.

ປະຕິບັດ: ແທງຮ່ວາ, ຮວ່າງຮ່າ

ຫວຽດນາມ ຖືເປັນສໍາຄັນການຮ່ວມມືຮອບດ້ານກັບ ໄທ: ຜູ້ນໍາຂັ້ນສູງສຸດ

ຫວຽດນາມ ຖືເປັນສໍາຄັນການຮ່ວມມືຮອບດ້ານກັບ ໄທ: ຜູ້ນໍາຂັ້ນສູງສຸດ

ໃນຕອນເຊົ້າວັນທີ 15 ກັນຍາ, ຢູ່ ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບ ພຣະບາດສົມເດັດ ພຣະເຈົ້າມະຫາຊີວິດ ແຫ່ງ ຣາຊະອານາຈັກ ໄທ ມະຫາ ວະຊິຣາລົງກອນ ແລະ ສົມເດັດ ພຣະຣາຊິນີ ສຸທິດາ ຢ່າງເປັນທາງການ, ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ພົບປະເຈລະຈາ ກັບ ພຣະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກ ໄທ.

Top