• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂົວເຊື່ອມຕໍ່ວັດທະນະທຳທີ່ສະໜິດແໜ້ນໃນການພົວພັນ ຫວຽດນາມ - ລາວ

ກວ່າ 30 ປີກ່ອນ, ສູນໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານການມອບຮັບຈາກສຳນັກງານຮ້ານຂາຍປື້ມແຫ່ງລັດ ລາວ, ດ້ວຍພາລະບົດບາດກາຍເປັນຂົວເຊື່ອມຕໍ່ດ້ານວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມສະໜິດຕິດພັນລະຫວ່າງປະຊາຊົນ ຫວຽດນາມ - ລາວ.
ທີ່ງານພົບປະ (ພາບ: TTXVN)

ຕອນຄ່ຳວັນທີ 26 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ຈັດງານພົບປະສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສູນວັດທະນະທຳ ຫວຽດນາມ ປະຈຳ ລາວ (1995 – 2025). ກ່າວຄຳເຫັນທີ່ພິທີ, ທ່ານ ເອົາຫວຽດຮຶງ, ຫົວໜ້າສູນວັດທະນະທຳ ຫວຽດນາມ ປະຈຳ ລາວ, ໃຫ້ຮູ້ວ່າ ກວ່າ 30 ປີກ່ອນ, ສູນໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານການມອບຮັບຈາກສຳນັກງານຮ້ານຂາຍປື້ມແຫ່ງລັດ ລາວ, ດ້ວຍພາລະບົດບາດກາຍເປັນຂົວເຊື່ອມຕໍ່ດ້ານວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມສະໜິດຕິດພັນລະຫວ່າງປະຊາຊົນ ຫວຽດນາມ - ລາວ. ແຕ່ລະບາດກ້າວແຫ່ງການພັດທະນາຂອງສູນ ຍາມໃດກໍ່ມີຄວາມຕິດພັນກັບສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ລາວ, ກາຍເປັນແຫ່ງແຜ່ກະຈາຍບັນດາຄຸນຄ່າວັດທະນະທຳ, ເຊື່ອມຕໍ່ຈິດສຳນຶກ ແລະ ເພີ່ມພູມຄູນສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ຊາດ. ໃນໄລຍະພັດທະນາໃໝ່, ທາງສູນໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຮ່ວມມືກັບບັນດາກະຊວງ, ຂະແໜງການຂອງ ລາວ ຢ່າງແໜ້ນແຟ້ນ, ປ່ຽນແປງໃໝ່ວິທີການເຄື່ອນໄຫວ, ເປີດກວ້າງການຮ່ວມມື, ຍົກສູງປະສິດທິຜົນການໂຄສະນາວັດທະນະທຳ, ສິລະປະ ແລະ ທ່ອງທ່ຽວ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ, ສືບຕໍ່ແມ່ນຂົວເຊື່ອມຕໍ່ວັດທະນະທຳທີ່ສະໜິດແໜ້ນໃນສາຍພົວພັນຂອງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

APEC 2027 ຈະມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ

APEC 2027 ຈະມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ

ວຽກງານເນື້ອໃນບໍ່ພຽງແຕ່ແມ່ນເພື່ອຮັບປະກັນການຈັດກອງປະຊຸມໃຫ້ສຳເລັດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນແຈ້ງເຖິງຈິນຕະນາການຍຸດທະສາດ, ວິໄສທັດໄລຍະຍາວ.

Top