• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.
ທ່ານຮອງລັດຖະມົນຕີກະຊວງພາຍໃນ ນາງ ຫງວຽນທິຮ່າ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງພາຍໃນໄດ້ເປັນປະທານ ແລະ ສົມທົບກັບອົງການ ເພື່ອຄວາມສະເໝີພາບລະຫວ່າງ ແມ່ຍິງ ແລະ ການມອບສິດໃຫ້ແກ່ແມ່ຍິງ ຂອງ ສປຊ  (UN Women) ຢູ່ ຫວຽດນາມ ຈັດກອງປະຊຸມປະກາດບົດລາຍງານແຫ່ງຊາດກ່ຽວກັບ 30 ປີແຫ່ງວັນປະຕິບັດຖະແຫຼງການ ແລະ ໂຄງການກະທຳປັກກິ່ງ ຢູ່ ຫວຽດນາມ (1995 - 2025). ເຫດການສ້າງຂີດໝາຍສຳຄັນໃນໄລຍະ 3 ທົດສະວັດແຫ່ງຄວາມມານະພະຍາຍາມເພື່ອຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ຂອງ ຫວຽດນາມ.

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ. ຫວຽດນາມ ຍາມໃດກໍ່ຖືວ່າ ຄວາມສະເໝີພາບລະຫວ່າງນຍິງຊາຍ ແມ່ນພື້ນຖານຂອງຄວາມກ້າວໜ້າສັງຄົມ ແລະ ການພັດທະນາແບບຍືນຍົງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງພາຍໃນ ນາງ ຫງວຽນທິຮ່າ ເນັ້ນໜັກວ່າ:

ບົດງາຍງານສະບັບນີ້ກໍ່ວາງອອກຄຳໝັ້ນສັນຍາປ່ຽນແປງໃໝ່ຢ່າງແຮງກ່ວາຂອງ ຫວຽດນາມໃນເສັ້ນທາງຕໍ່ໄປກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ. ພວກຂ້າພະເຈົ້າກໍ່ເຄົາລົບ, ຮັບຮູ້ການຮ່ວມມືໜູນຊ່ວຍອັນລ້ຳຄ່າຂອງ UN Women ໄດ້ຮ່ວມເດີນທາງກັບ ລັດຖະບານ ຫວຽດນາມ ໃນວິວັດການສ້າງບົດລາຍງານກໍ່ຄືເຂົ້າຮ່ວມບັນດາເວທີປາໄສຕີລາຄາ ຢູ່ພາກພື້ນ ແລະ ທົ່ວໂລກ ກ່ຽວກັບການປະຕິບັດ ໂຄງການກະທຳນີ້ ຢ່າງຕັ້ງໜ້າ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງ: ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຢ່າງ​ໝັ້ນ​ແກ່ນ ສວມ​ບົດ​ບາດຫຼັກ​ແຫຼ່ງ​ໃຫ້​ແກ່​ການ​ເຕີ​ບ​ໂຕ​ຍາວ​ນານ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງ: ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຢ່າງ​ໝັ້ນ​ແກ່ນ ສວມ​ບົດ​ບາດຫຼັກ​ແຫຼ່ງ​ໃຫ້​ແກ່​ການ​ເຕີ​ບ​ໂຕ​ຍາວ​ນານ

ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ ດ້ວຍບົດບາດຂອງປະເທດເຈົ້າພາບ APEC - 2027, ຫວຽດນາມ ຈະສົມທົບກັບບັນດາພື້ນຖານເສດຖະກິດທັງຢູ່ພາຍໃນ ແລະ ນອກ APEC ຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ, ຊຸກຍູ້ການເຕີບໂຕສີຂຽວ.

Top