ໃນຊຸມວັນນີ້, ຮ່າໂນ້ຍ ພວມຄຶກຄັກກະກຽມໃຫ້ແກ່ໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ. ເພື່ອຕ້ອບຮັບແຂກທີ່ຄາດວ່າຈະເພີ່ມຂຶ້ນສູງໃນໂອກາດນີ້, ນະຄອນ ຮ່າໂນ້ຍ ໄດ້ກຽມພ້ອມພື້ນຖານໂຄງລ່າງ, ນັບແຕ່ຮ້ານອາຫານ, ໂຮງແຮມ, ຕະຫຼອດຮອດບັນດາຜະລິດຕະພັນທ່ອງທ່ຽວ.
ຕາມຂໍ້ມູນຈາກ ແອັບຈອງການບໍລິການໂຮງແຮມທາງອອນໄລ Agoda ແລ້ວ, ໃນໂອກາດວັນບຸນເອກະລາດຂອງ ຫວຽດນາມ ຄືວັນທີ 2 ກັນຍາ, ຮ່າໂນ້ຍ ໄດ້ນຳໜ້າທ່າອ່ຽງການທ່ອງທ່ຽວດ້ວຍຈຳນວນຜູ້ຊອກຫາບ່ອນຢູ່ເພີ່ມຂຶ້ນທົບ 44 ເທົ່າເມື່ອທຽບກັບໄລຍະດຽວກັນຂອງປີ 2024. ທ່ານນາງ ຫງວຽນຮົ່ງແຮັ້ງ ຜູ້ຈັດການໂຮງແຮມ Fleur Hanoi (ລ້ຽວຢາຍ, ຮ່າໂນ້ຍ) ໃຫ້ຮູ້ວ່າ:
ປະຈຸບັນ ພວກຂ້າພະເຈົ້າໄດ້ຮັບການ booking ປະມານ 60% ແລ້ວ ແລະ ທາງໂຮງແຮມກໍ່ຍັງຮັກສາຫ້ອງນອນຈຳນວນໜຶ່ງໄວ້ເພື່ອໃຫ້ແຂກທີ່ມາຈອງພັກກັບທາງໂຮງແຮມເອງ ແລະ ພວກຂ້າພະເຈົ້າຢາກເປັນເຈົ້າການດ້ານລາຄາເຊົ່າຫ້ອງນອນ ເພື່ອຫລີກລ້ຽງສະພາບການບັນດາແອັບບໍລິການຈອງ ກັກຮັກສາຫ້ອງໄວ້ ຫຼັງຈາກນັ້ນຈະເພີ່ມລາຄາຂື້ນສູງ. ພວກຂ້າພະເຈົ້າຮັກສາຈຳນວນຫ້ອງນອນໄວ້ເພື່ອເຮັດໃຫ້ລາຄາເປັນປົກກະຕິ ມຸ່ງໄປເຖິງການຮັບໃຊ້ລູກຄ້າເປັນຢ່າງດີທີ່ສຸດ ເມື່ອເຂົາເຈົ້າມາຢາມ ຮ່າໂນ້ຍ ໃນໂອກາດວັນຊາດທີ 2 ກັນຍາ.
ໃນວັນທີ 1 ແລະ 2 ກັນຍາ ຈະມາເຖິງ, ຫ້ອງນອນຂອງບັນດາໂຮງແຮມແຕ່ 3 ດາວຂຶ້ນໄປ ຢູ່ເຂດຖະໜົນເກົ່າ ຮ່າໂນ້ຍ ແລະ ເຂດມໍ່ກັບສະໜາມຫຼວງ ບາດິງ ສະຖານທີ່ຈັດການເດີນຂະບວນ, ສວນສະໜາມສະແດງກ້ອນກຳລັງ ແມ່ນໄດ້ຈອງກ່ອນແລ້ວປະມານ 80-95%, ມີຫຼາຍໂຮງແຮມເຕັມໝົດ. ທ່ານ ຮ່ວາງວັນດາງ, ຜູ້ອຳນວຍການຝ່າຍບໍລິຫານໂຮງແຮມ L’Signature, ບາວແຄັງ, ຮວ່ານກຽມ, ຮ່າໂນ້ຍ ໃຫ້ຮູ້ວ່າ: ແຂກສາກົນໄດ້ຈອງຫ້ອງໄວ້ກ່ອນແຕ່ດົນແລ້ວ:
ໂຮງແຮມຢູ່ໃກ້ກັບເຂດໃຈກາງເມືອງ ແລະ ມໍ່ກັບໜອງ ເກືອມ, 80% ແຂກທ່ອງທ່ຽວແມ່ນມາຈາກຕ່າງປະເທດໄດ້ຈອງກ່ອນແລ້ວ, ສ່ວນຫຼາຍແມ່ນມາຈາກຕາເວັນອອກກາງ, ອາຣັບ ແລະ ອາເມລິກາ. ພວກຂ້າພະເຈົ້າໄດ້ມອບເສື້ອທີ່ມີຮູບທຸງຊາດ, ຮູບປະເທດ ຫວຽດນາມ ຫຼື ແພມັດໃສ່ແຂນໃຫ້ແຂກ.
ຕາມການສະຖິຕິ, ປະຈຸບັນ, ທົ່ວນະຄອນ ຮ່າໂນ້ຍ ມີຮາກຖານພັກເຊົາກ່ວາ 3.700 ແຫ່ງດ້ວຍທັງໝົດກວ່າ 71.000 ຫ້ອງ. ໃນນັ້ນ, ມີ 85 ໂຮງແຮມ ແລະ ຄອມໂດມີນຽມ ໄດ້ຈັດອັນດັບແຕ່ 1-5 ດາວ, ສະໜອງປະມານ 12.000 ຫ້ອງລະດັບສູງ ແລະ ປານກາງໃຫ້ແກ່ແຂກທ່ອງທ່ຽວ. ສ່ວນຫ້ອງລະດັບທຳມະດາກໍ່ມີຫຼວງຫຼາຍດ້ວຍເກືອບ 60.000 ຫ້ອງ ຊື່ງໄດ້ຮັບປະກັນການສະໜອງຄວາມຕ້ອງການພັກເຊົ່າຂອງແຂກທ່ອງທ່ຽວຢ່າງຄົບຖ້ວນ. ທ່ານ ເຈິ່ນຈູງຮຽວ, ຮອງຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ ໃຫ້ຮູ້ວ່າ:
ແຂກທ່ອງທ່ຽວຕ້ອງເປັນເຈົ້າການວາງແຜນການຈອງການບໍລິການເມື່ອມາຢາມ ຮ່າໂນ້ຍ ໃນໂອກາດນີ້ ເພື່ອຮັບປະກັນວ່າຍັງມີຫ້ອງນອນຫວ່າງ ແລະ ລາຄາກໍ່ເໝາະສົມ, ໂດຍມີບັນດາຮາກຖານຢູ່ບັນດາບໍລະເວນເມືອງອ້ອມແອ້ມ; ມີຄວາມສະດວກສະບາຍເມື່ອສົມທົບກັບການເຂົ້າຮ່ວມບັນດາລາຍການທ່ອງທ່ຽວລົງຕົວຈິງຢູ່ ຮ່າໂນ້ຍ ໄປຍັງບັນດາເຂດລະຫຼີ້ນບັນເທິງ, ພັກຜ່ອນບຳລຸງສຸຂະພາບ, ໄປທ່ຽວເຂດຊານຕົວເມືອງ, ບັນດາສະຖານທີ່ເຫຼື້ອມໃສສາສະໜາ, ໝູ່ບ້ານອາຊີບ…
ເພື່ອດຶງດູດແຂກທ່ອງທ່ຽວໃນໂອກາດວັນບຸນໃຫ່ຍ, ບັນດາໂຮງແຮມຢູ່ ຮ່າໂນ້ຍ ບໍ່ພຽງແຕ່ໄດ້ຮັກສາລາຄາເຊົ່າຫ້ອງນອນຢູ່ໃນລະດັບເປັນປົກກະຕິເທົ່ານັ້ນ, ຫາກຍັງມີບັນດາການບໍລິການໃຫ້ບຸລິມະສິດອີກດ້ວຍ… ບັນດາຮາກຖານພັກເຊົ່າ, ບໍລິສັດທ່ອງທ່ຽວກໍ່ມີຫຼາຍລາຍການຄົບວົງຈອນ ສົມທົບການເຂົ້າຮ່ວມການບໍລິການເພື່ອຮັບຊົມພິທີເດີນຂະບວນ, ສວນສະໜາມສະແດງກ້ອນກຳລັງ ກັບການຢ້ຽມຢາມບັນດາສະຖານທີ່ວັດທະນະທຳ-ປະຫວັດສາດ. ເອື້ອຍ ຮ່າລີ, ຜູ້ອຳນວຍການຝ່າຍດຳເນີນທຸລະກິດ ບໍລິສັດ Fantasea Travel ໃຫ້ຮູ້ວ່າ:
ປີນີ້, ແຂກທ່ອງທ່ຽວສົນໃຈຕໍ່ພິທີເດີນຂະບວນ, ສວນສະໜາມສະແດງກ້ອນກຳລັງທີ່ສຸດ, ສະນັ້ນ ທາງບໍລິສັດໄດ້ຮັບຫຼາຍຂໍ້ສະເໜີຈາກບັນດາບໍລິສັດຕ່າງປະເທດ. ໃນໂອກາດນີ້, ແຂກທ່ອງທ່ຽວມາຈາກພາກກາງຄື: ດ່ານັງ, ຍາຈາງ, ກຸຍເຍິນ… ໄດ້ມີຄວາມສົນໃຈຕໍ່ລາຍການທ່ອງທ່ຽວໃນໂອກາດວັນທີ 2 ກັນຍາ ຢູ່ ຮ່າໂນ້ຍ ເປັນທີ່ສຸດ. ເຂົ້າເຈົ້າມາທ່ອງທ່ຽວ ຮ່າໂນ້ຍ ແລ້ວໄປ ຮ້າລອງ, ນິງບິ່ງ… ຕື່ມອີກ.
ດ້ວຍການກະກຽມຢ່າງລະອຽດລະອໍ, ຈາກລະບົບພັກເຊົ່າ ຕະຫຼອດຮອດບັນດາບໍລິສັດທ່ອງທ່ຽວ, ຮ່າໂນ້ຍ ໄດ້ກຽມພ້ອມຕ້ອນຮັບແຂກທ່ອງທ່ຽວໃນໂອກາດວັນບຸນທີ 2 ກັນຍາປີນີ້. ນີ້ແມ່ນໂອກາດເພື່ອໃຫ້ ຮ່າໂນ້ຍ ແນະນຳພາບພົດກ່ຽວກັບນະຄອນຫຼວງທີ່ຂະຫຍັນຂັນເຄື່ອນ, ສະໜິດສະໜົມ ຮັກແພງແຂກຄົນ ແລະ ເຕັມໄປດ້ວຍສີສັນ ໄປເຖິງເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດ./.