ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າຕ້ອງຫັນປ່ຽນຈິນຕະນາການຖືວັດທະນະທຳແມ່ນຂົງເຂດພັດທະນາ ໄປຍັງການກຳນົດວັດທະນະທຳແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VNA)
ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປະຊຸມຄັ້ງທີ 2 ຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ. ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າຕ້ອງຫັນປ່ຽນຈິນຕະນາການຖືວັດທະນະທຳແມ່ນຂົງເຂດພັດທະນາ ໄປຍັງການກຳນົດວັດທະນະທຳແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ; ສັງເກດວັດທະນະທຳແມ່ນເສົາຄ້ຳຂອງການພັດທະນາ, ແມ່ນກຳລັງໜູນຂອງການເຕີບໂຕໃໝ່, ປະກົດຕົວໃນທຸກນະໂຍບາຍຊີ້ຂາດກ່ຽວກັບເສດຖະກິດ, ການເມືອງ, ການສຶກສາ, ວິທະຍາສາດເຕັກໂນໂລຢີ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ການຄຸ້ມຄອງບໍລິຫານປະເທດຊາດ.
ພວກເຮົາຈະຫັນປ່ຽນຈາກ ຈິນຕະນາການຄຸ້ມຄອງວັດທະນະທຳໄປສູ່ຈິນຕະນາການສ້າງສາພັດທະນາຢ່າງແຮງ, ເສີມຂະຫຍາຍບົດບາດເປັນເຈົ້າປະດິດຄິດສ້າງຂອງປະຊາຊົນ, ສົ່ງເສີມການເຂົ້າຮ່ວມຂອງວິສາຫະກິດ, ອົງການຈັດຕັ້ງສັງຄົມຂອງປະຊາຄົມ. ລະດົມທຸກແຫຼ່ງກຳລັງຢ່າງສຸດຂີດທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງວັດທະນະທຳ ຫວຽດນາມ ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ມີກຳລັງແກ້ງແຍ້ງ ແລະ ຄວາມສາມາດແຜ່ກະຈາຍໃນຍຸກໃໝ່.
(ແຫຼ່ງຄັດຈາກ VOV)