ເວທີປາໄສເສດຖະກິດ - ການເງິນ ຫວຽດນາມ ດ້ວຍຫົວຂໍ້ “ກຳນົດຈຸດຢືນ ຫວຽດນາມ ໃນສະພາບການໃໝ່ ແລະ ວິໄສທັດຍຸດທະສາດເສດຖະກິດ - ການເງິນ ໄລຍະ 2026 – 2030” ໄດ້ດຳເນີນໃນວັນທີ 05 ທັນວາ ຢູ່ຮ່າໂນ້ຍ.
ເວທີປາໄສເສດຖະກິດ - ການເງິນ ຫວຽດນາມ ດ້ວຍຫົວຂໍ້ "ກຳນົດຈຸດຢືນ ຫວຽດນາມ ໃນສະພາບການໃໝ່ (ພາບ: TTXVN)
ເວທີປາໄສດັ່ງກ່າວ ໂດຍກະຊວງການເງິນ ຫວຽດນາມ ສົມທົບກັບອົງການຮ່ວມມືສາກົນ ເຢຍລະມັນ (GIZ) ແລະ ຫ້ອງການການບໍລິການໂຄງການ ສປຊ (UNOPS) ຈັດຂຶ້ນ, ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາຫົວຂໍ້: “ກຳນົດທິດຍຸດທະສາດພັດທະນາເສດຖະກິດ - ການເງິນ: ສ້າງພື້ນຖານແກ່ການພັດທະນາແບບຍືນຍົງໃຫ້ສົມບູນແບບ” ແລະ “ສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ”.
ໃນເວທີປາໄສ, ທ່ານ ໂດະແທ່ງຈູງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ເນັ້ນໜັກວ່າ ເພື່ອບັນລຸໄດ້ເປົ້າໝາຍຮອດປີ 2030 ກາຍເປັນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ ແລະ ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ຫວຽດນາມ ຕ້ອງກຳນົດຄືນຈຸດຢືນຂອງຕົນໃນສະພາບການໃໝ່, ສ້າງບາດກ້າວບຸກທະລຸໃນການລະດົມແຫຼ່ງກຳລັງ, ປ່ຽນແປງໃໝ່ຮູບແບບການເຕີບໂຕ ແລະ ເປີດກວ້າງເຂດພັດທະນາຕາມທິດຍືນຍົງ. ຕາມທ່ານຮອງລັດຖະມົນຕີ ແລ້ວ, ຫວຽດນາມ ຕ້ອງສ້າງຮູບແບບການເຕີບໂຕໃໝ່, ໃນນັ້ນ: ສະມັດຕະພາບຂອງບັນດາປັດໄຈສັງລວມ, ປະສິດທິພາບການລົງທຶນ, ບຸກທະລຸວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳ ຕ້ອງກາຍເປັນພື້ນຖານແກ່ນສານ. ຮູບແບບນີ້ຮຽກຮ້ອງໃຫ້ມີການປະສານສົມທົບຢ່າງກົມກຽວລະຫວ່າງບັນດາກຳລັງເຕີບໂຕແບບເກົ່າ ກັບບັນດາກຳລັງເຕີບໂຕແບບໃໝ່.
(ແຫຼ່ງຄັດຈາກ VOV)