• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ກາເຟໄຂ່ ຮ່າໂນ້ຍ

“ເຄີຍດື່ມກາເຟ ຢູ່ຫຼາຍຮ້ານ, ແຕ່ຂ້າພະເຈົ້າ ຮູ້ສຶກວ່າ ກາເຟ ຢູ່ ຮ່າໂນ້ຍ ໄດ້ສ້າງຄວາມປະທັບໃຈ ກວ່າໝູ່, ພິເສດແມ່ນ ກາເຟ ໄຂ່. ກາເຟໄຂ່ ເປັນການຄົ້ນພົບໃໝ່ ໃນການທ່ອງທ່ຽວ ມາຍັງ ຫວຽດນາມ ຢ່າງແທ້ຈິງ”. ນັ້ນແມ່ນ ສິ່ງທີ່ ທ່ານ Jodi Ettenberg, blogger ຜູ້ມີຊື່ສຽງຄົນໜຶ່ງ ເຄີຍໄດ້ໄຂ ຄວາມ ໃນໃຈອອກມາ ຢູ່ໜ້າເວັບນຳທ່ຽວ AFAR ກ່ຽວກັບ ປະເພດ ເຄື່ອງດື່ມ ພິເສດນີ້ ຂອງ ຮ່າໂນ້ຍ. 
“ເຄີຍດື່ມກາເຟ ຢູ່ຫຼາຍຮ້ານ, ແຕ່ຂ້າພະເຈົ້າ ຮູ້ສຶກວ່າ ກາເຟ ຢູ່ ຮ່າໂນ້ຍ ໄດ້ສ້າງຄວາມປະທັບໃຈ ກວ່າໝູ່, ພິເສດແມ່ນ ກາເຟ ໄຂ່. ກາເຟໄຂ່ ເປັນການຄົ້ນພົບໃໝ່ ໃນການທ່ອງທ່ຽວ ມາຍັງ ຫວຽດນາມ ຢ່າງແທ້ຈິງ”. ນັ້ນແມ່ນ ສິ່ງທີ່ ທ່ານ Jodi Ettenberg, blogger ຜູ້ມີຊື່ສຽງຄົນໜຶ່ງ ເຄີຍໄດ້ໄຂ ຄວາມ ໃນໃຈອອກມາ ຢູ່ໜ້າເວັບນຳທ່ຽວ AFAR ກ່ຽວກັບ ປະເພດ ເຄື່ອງດື່ມ ພິເສດນີ້ ຂອງ ຮ່າໂນ້ຍ. 


ຕັ້ງເລິກຢູ່ໃນຮ່ອມນ້ອຍ ຂອງຖະໜົນ ຢາງວັນມິງ, ຮ້ານກາເຟ ອຽນເປັນຈຸດທີ່ມາທີ່ດີເລີດ
ເພື່ອ ຊີມລົດຊາດຂອງ ລາຍການເຄື່ອງດື່ມກາເຟໄຂ່ຢູ່ ຮ່າໂນ້ຍ. 



ຮ້ານກາເຟ “ອຽນ” ມີຊື່ສຽງກັບ ລາຍການເຄື່ອງດື່ມ ກາເຟໄຂ່.


ໄຂ່ໄດ້ຮັບການເລືອກເຟັ້ນຢ່າງລະອຽດ ຢູ່ຕາມ ບັນດາ ສະຖານທີ່ລ້ຽງໄກ່ ທີ່ມີຄວາມໄວ້ເນື້ອເຊື່ອໃຈ ເພື່ອບໍ່ໃຫ້ ເຄື່ອງດື່ມ ມີລົດຊາດຄາວ.


ເມື່ອຕີໄຂ່ຈະບໍ່ໃຫ້ມັນຖືກຂຸນ ຫຼື ຖືກແຫຼວເກີນໄປ. 


ໄຂ່ຖືກຕີລະອຽດແລ້ວຈະໄດ້ປົນກັບກາເຟ.


ລາຍການເຄື່ອງດື່ມກາເຟໄຂ່ ຂອງ ກາເຟ ອຽນ. 

ໃນທ້າຍສັບປະດາ, ເພື່ອນຍິງຂອງຂ້າພະເຈົ້າ ມາຈາກນະຄອນ ຍາຈາງ ເພື່ອປະຕິບັດງານ ຢູ່ ຮ່າໂນ້ຍ ແລະ ຕ້ອງການໄປຍັງ ຮ້ານກາເຟ ອຽນ ເພື່ອຊີມລົດຊາດຂອງ ກາເຟໄຂ່ ຢູ່ທີ່ນີ້. ແວ່ ເຂົ້າຮ້ານກາເຟ ອຽນ ຢູ່ຖະໜົນ ຢາງວັນມິງ ໃນຍາມທ່ຽງ, ເວ ລາ ນີ້ ໄດ້ມີລູກຄ້າ ມາຫຼາຍສົມຄວນ ແລະ ສັງເກດເຫັນໄດ້ວ່າ ຜູ້ໃດກໍດື່ມກາເຟໄຂ່. ດ້ວຍລາຄາ 40.000 ດົ່ງ/ຈອກ, ຜູ້ຄົນ ຈຳ ນວນຫຼາຍ ມາທີ່ນີ້ ເພື່ອຊີມລົດຊາດ ຂອງ ກາເຟໄຂ່ ທີ່ໄດ້ຮັບ ການປຸງແຕ່ງ ຈາກປະເພດກາເຟ Arabica ຊຶ່ງອາດຈະແມ່ນ ຈຸດແຕກຕ່າງ ຂອງ ກາເຟ ອຽນ ກັບບັນດາ ຫ້າງຮ້ານ ຂາຍປະ ເພດ ເຄື່ອງດື່ມນີ້.
.
ອ້າຍ ຫງວຽນຢຸຍມິງ-ເຈົ້າຂອງຮ້ານກາເຟ ອຽນ ໃຫ້ຮູ້ວ່າ ຜູ້ປຸງ ແຕ່ງຕ້ອງເລືອກເມັດກາເຟ ແຕ່ລະເມັດ ແລະ ຂົ້ວດ້ວຍເຕົາ ໄມ ໂກຣເວບ ຫຼື ໃຊ້ເຄື່ອງຕີນົມສະເພາະ. ໃນເວລາເຮັດໃຫ້ກາເຟ ຮ້ອນ ຈະສ້າງເປັນປະຕິກິລິຍາເຄມີ ແລະ ຈະເຮັດໃຫ້ ກາເຟ ມີ ລົດຊາດ ຄາຣາເມລ. ລົດຊາດ ຄາຣາເມລ ນີ້ເມື່ອ ປະສົມກັບ ກະແລມໄຂ່ ຈະມີລົດຊາດໃໝ່ ທີ່ມີຄວາມປະສົມກົມກຽວກັນ.


ທີ່ຢູ່ຮ້ານກາເຟ ໄຂ່ ຢູ່ ຮ່າໂນ້ຍ:
1. ກາເຟ ອຽນ: ເລກທີ 11 a ຖະໜົນ ເຈິ່ນກວກຕວ໊ານ; ເລກທີ 184 ຖະໜົນ ກວ໋ານແທ໋ງ; ເລກທີ 21, ຮ່ອມບ້ານເລກ 42 ຖະໜົນ ຢາງວັນມິງ
2. ກາເຟ ຢ໊າງ: ເລກທີ 39 ຖະໜົນ ຫງວຽນຫືວຮວນ, ເລກທີ 106 ຖະໜົນ ອຽນຝູ້
3. ກາເຟ ດິງ: ເລກທີ 13 ຖະໜົນ ດິງຕຽນຮວ່າງ

ບົດ: ເງິນຮ່າ - ພາບ: ແຂ໋ງລອງ

ພາເຂົ້າ ເຈ ເມືອງ ເຫວ້

ພາເຂົ້າ ເຈ ເມືອງ ເຫວ້

ເຫວ້ ບໍ່ພຽງແຕ່ມີຊື່ສຽງໂດ່ງດັງ ໃນດ້ານອາຫານ ຕາມຖະໜົນ ແລະ ອາຫານລາດຊະວົງ ເທົ່ານັ້ນ, ແຕ່ຫຼາຍຄົນ ຍັງຮູ້ຈັກເຖິງ ອາຫານເຈ-ຈຸດພິເສດ ຂອງ ເຂດດິນ ທີ່ໄດ້ຮັບ ອິດທິພົນ ຢ່າງເລິກເຊິ່ງ ຈາກວັດທະນະທຳ ທາງພຸດທະສາສະໜາ.

Top