• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເລືອກ​ຕັ້ງ​ວັນ​ທີ 15 ມີ​ນາ ແມ່ນ​ການ​ເຕົ້າ​ໂຮມ​ເຈດ​ຈຳ​ນົງ​ຂອງ​ພັກ, ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ ແລະ ຄວາມ​ຄາດ​ຫວັງ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ຕອນບ່າຍວັນທີ 31 ມີນາ, ຢູ່ຫໍສະພາແຫ່ງຊາດ, ໄດ້ດຳເນີນກອງປະຊຸມທົ່ວປະເທດສະຫຼຸບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031.
  ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)  

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ເນັ້ນໜັ້ກວ່າ ການເລືອກຕັ້ງໃນວັນທີ 15 ມີນາ 2026 ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ກາຍເປັນການດຳເນີນຊີວິດດ້ານການເມືອງຢ່າງເລິກເຊິ່ງຢ່າງແທ້ຈິ, ແມ່ນວັນບຸນໃຫຍ່ຂອງທົ່ວປວງຊົນ ໂດຍຫາງສຽງພາຍໃນ ແລະ ຕ່າງປະເທດຕີລາຄາສູງ:

ນີ້ແມ່ນຂີດໝາຍສຳຄັນໃນວິວັດການພັດທະນາຂອງປະເທດຫວຽດນາມ, ເຊິ່ງພວມຍູ້ແຮງການສ້າງແຫ່ງກົດໝາຍ ສັງຄົມນິຍົມຢ່າງແທ້ຈິງຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງກົງຈັກ, ເຄື່ອນໄຫວຮູບແບບ ອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ປັນຍາປະດິດ ເຂົ້າທຸກດ້ານຂອງຊີວິດສັງຄົມຢ່າງແຮງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ການເລືອກຕັ້ງໄດ້ປະສົບຜົນສຳເລັດຢ່າງຈົບງາມ, ສ້າງຂີດໝາຍສຳຄັນທີ່ສຸດນັ້ນແມ່ນ: ເຕົ້າໂຮມເຈດຈຳນົງຂອງພັກ, ນ້ຳໃຈຂອງປະຊາຊົນ ແລະ ຄວາມຄາດຫວັງພັດທະນາປະເທດຊາດ. ທ່ານເນັ້ນໜັກວ່າ:

ສຸດທ້າຍບົດຮຽນໃຫຍ່ທີ່ສຸດແມ່ນຜົນສຳເລັດຂອງການເລືອກຕັ້ງ ພຽງແຕ່ສຳເລັດເມື່ອໄດ້ຫັນການເຄື່ອນໄຫວຂອງອາຍຸການໃໝ່ຢ່າງມີປະສິດທິຜົນ. ບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງບໍ່ຢຸດຢູ່ວັນເລືອກຕັ້ງເທົ່ານັ້ນ, ບັດເລືອກຕັ້ງນັ້ນຕ້ອງສືບຕໍ່ດ້ວຍຄຸນນະພາບໃນການສ້າງກົດໝາຍ, ດ້ວຍປະສິດທິຜົນຂອງການຕິດຕາມກວດກາ, ດ້ວຍນະໂຍບາຍຊີ້ຂາດອັນຖືກຕ້ອງ, ທັນການ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດໃນໄລຍະໃໝ່.

່(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກ​ະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ຂອງ​ໄຕ​ມາ​ດ​ທີ I/2026 ບັນ​ລຸ​ເກືອບ 16,7 ຕື້ USD

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກ​ະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ຂອງ​ໄຕ​ມາ​ດ​ທີ I/2026 ບັນ​ລຸ​ເກືອບ 16,7 ຕື້ USD

ໄລ່​ສະ​ເລ່ຍ 3 ເດືອນ​ຕົ້ນ​ປີ 2026, ວົງ​ເງິນ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ​ບັນ​ລຸ 16,69 ຕື້ USD (ເພີ່ມ​ຂຶ້ນ 5,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025).

Top