• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຫວຽດນາມ ສັງກາດໃໝ່

ການ​ເຕົ້າ​ໂຮມ​ຂອງ​ພູມ​ປັນ​ຍາ, ຄຸນ​ນະ​ທາດ ແລະ ຄວາມ​ຄາດ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາດ

ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ພວມດຳເນີນຢູ່ ຮ່າໂນ້ຍ ໄດ້ບູລະນະກົງຈັກການນຳຫຼັກແຫຼ່ງຕາມຂໍ້ກຳນົດຂອງກົດໝາຍ, ເປັນຂີດໝາຍການມອບຮັບໜ້າທີ່ສຳຄັນບໍລິຫານປະເທດຊາດໃນໄລຍະຈະມາເຖິງ.
 
ວາ​ລະ​ໄຂ​ກອງ​ປະ​ຊຸມ (ພາບ: quochoi.vn)
ວາ​ລະ​ໄຂ​ກອງ​ປະ​ຊຸມ (ພາບ: quochoi.vn)

ຜ່ານ​ສາມ​ບົດ​ກ່າວ​ປາ​ໄສ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ປະ​ທານ​ປະ​ເທດ, ​ຂອງນາ​ຍົກ​ລັ​ດ​ຖະ​ມົນ​ຕີ, ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຕໍ່ ປ​ຊ​ຊ ວົງ​ຄະ​ນາ​ຍາດປະ​ເທດ​ຊາດ, ປ​ຊ​ຊ ​ຫັນ​ແຈ້ງ​ຈິນ​ຕະ​ນາ​ການ​ບໍ​ລິ​ຫານ​ທີ່​ທັນ​ສະ​ໄໝ, ການ​ປະ​ຕິ​ບັດ​ຢ່າງຂ້ຽວ​ຂາດ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ ເພື່ອ​ພ້ອມ​ກັນ​ນຳ​ພາ​ປະ​ເທດ​ຊາດ​ພັດ​ທະ​ນາ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

ອາ​ຍຸ​ການ 2026-2031 ເປີດ​ກາ​ລະ​ໂອ​ກາດ​ໃໝ່​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ, ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຊາດບໍ່​ພຽງ​ແຕ່​ສືບ​ຕໍ່​ພັດ​ທະ​ນາ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ບຸກ​ທະ​ລຸ​ບືນ​ຕົວ​ຂຶ້ນ​ອີກ​ດ້ວຍ; ​ມີ​ການເຊື່ອມ​ໂຍງ ແລະ ຍົກ​ສູງ​ອິດ​ທິ​ພົນ​ຊື່​ສຽງ; ​ຕ້ອງ​ມີ​ການເຕີບ​ໂຕ ແລະ ພັດ​ທະ​ນາ​ຢ່າງ​ໄວ​ວາ, ຍືນ​ຍົງ, ກວມ​ລວມ ແລະ ຍົກ​ສູງ​ຊີ​ວິດ, ຄວາມ​ຜາ​ສຸກ​ຂອງ ປ​ຊ​ຊ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່າວ​ຮັບ​ດຳ​ລົງ​ຕຳ​ແໜ່ງ (ພາບ:VGP)
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່າວ​ຮັບ​ດຳ​ລົງ​ຕຳ​ແໜ່ງ (ພາບ:VGP)

ຄວາມ​ຄາດ​ຫວັງ​ຮັບ​ໃຊ້: ຖື ປ​ຊ​ຊ ເປັນ​ກົກ​ເຄົ້າ, ຖື​ຊາດ​ເປັນ​ບຸ​ລິ​ມະ​ສິດ

ໃນບັນ​ດາ​ບົດ​ກ່າວ​ປາ​ໄສ​ຮັບ​ດຳ​ລົງ​ຕຳ​ແໜ່ງ, ບັນ​ດາ​ການ​ນຳ​ລ້ວນ​ແຕ່​ໄດ້​ຈັດ​ຕົນ​ເອງ​ເຂົ້າ​ທີ່​ຕັ້ງ “ຮັບ​ໃຊ້”. ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຢ້ຳ​ຄືນ​ທິດ​ສະ​ດີ​ປັດ​ຊະ​ຍາ “ຖື ປ​ຊ​ຊ ເປັນ​ກົກ​ເຄົ້າ”, ໂດຍຢັ້ງ​ຢືນ​ເປົ້າ​ໝາຍ​ສຸດ​ທ້າຍ​ແມ່ນ ປ​ຊ​ຊ ໄດ້​ຊົມ​ໃຊ້​ໝກ​ຜົນ​ການ​ພັດ​ທະ​ນາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ລັດ​ຖະ​ບານ “ສ້າງ​ສາ ແລະ ຮັບ​ໃຊ້”, ມີຄວາມ​ສັດ​ຊື່ ແລະ ມີ​ຄວາມຮັບ​ຜິດ​ຊອບ. ສ່ວນ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ປາດ​ຖະ​ໜາ​ວ່າ ​ຈະ “ອຸ​ທິດ​ສ່ວນ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​” ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ສ້າງ​ລັດ​ແຫ່ງ​ນິ​ຕິ​ບັດ​ຍັດ​ສັງ​ຄົມ​ນິ​ຍົມ​ໃຫ້​ເປັນ​ຢ່າງ​ດີ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16 ກ່າວຮັບ​ດຳ​ລົງ​ຕຳ​ແໜ່ງ (ພາບ: TTXVN)
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16 ກ່າວຮັບ​ດຳ​ລົງ​ຕຳ​ແໜ່ງ (ພາບ: TTXVN)

ການເຕົ້າ​ໂຮມນີ້​ໄດ້​ສ້າງ​ໃຫ້​ມີ​ກຳ​ລັງ​ແຮງ​ສັງ​ລວມ. ຄວາມ​ຄາດ​ຫວັງ​ຂອງ​ການ​ນຳ ໄດ້​ປະ​ສົມ​ກັບ​ຄວາມ​ຄາດ​ຫວັງ​ຂອງ​ ປ​ຊ​ຊ 100 ລ້ານ​ຄົນ ຈະ​ສ້າງ​ເປັນຈິດ​ໃຈ​ສະ​ຫງ່າ​ຜ່າ​ເຜີຍ​ໃໝ່ຂອງ​ຊາດ​. ຄື​ດັ່ງ​ຄຳ​ຢືນ​ຢັ​ນ​ຂອງ ທ່ານເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ທີ່​ວ່າ:

ບໍ່​ສາ​ມາດ​ປະໃຫ້​ປະ​ເທດ​ຊາດ​ຖືກ​ຖອຍຫຼັງ, ປ​ຊ​ຊ ເສຍ​ໂອ​ກາດ​ພັດ​ທະ​ນາ, ຕ້ອງ​ມີ​ການ​ກະ​ທຳ​ເພື່ອ​ອະ​ນາ​ຄົດ​ອັນ​ຍາວ​ໄກ ແລະ ສົດ​ໃສ​ໃຫ້​ແກ່​ຊາດ. ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​ເພື່ອນ​ມິດ​ສາ​ກົນ, ແນ່ນອນ​ວ່າ ຫວຽດ​ນາມ ຈະ​ຂຽນ​ໜ້າ​ໃໝ່​ຢ່າງ​ຮຸ່ງ​ເຮືອງ​ກວ່າ​ອີກ​ໃນ​ວິ​ວັດ​ການ​ພັດ​ທະ​ນາ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ທີ່​ໄດ້​ວາງ​ອອກ.

ພັດ​ທະ​ນາອີງ​ຕາມ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ສອດ​ຄ່ອງ​ກັບ​ທ່າ​ອຽງ​ຍຸກ​ສະ​ໄໝ

ທ່ານເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ, ຢືນ​ຢັນ​ວ່າ​ຈະ​ໃຫ້​ບຸ​ລິ​ມະ​ສິດ​ສ້າງ​ລະ​ບົບ​ຊີ​ວະ​ພາບ​ພັດ​ທະ​ນາ​ໃໝ່, ບ່ອນ​ທີ່ “ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ແມ່ນ​ກຳ​ລັງ​ໜູນ​ຕົ້ນ​ຕໍ”. ໃນຂະ​ນະ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ໄດ້​ວາງ​ອອກ “ຄຳ​ສັ່​ງ​ພັດ​ທະ​ນາ” ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ດ້ວຍ​ເປົ້າ​ໝາຍ​ການ​ເຕີບ​ໂຕ GDP ສະ​ເລ່ຍ​ກວ່າ 10%/ປີ. ລັດ​ຖະ​ບານ​ກຳ​ນົດ​ການ​ພັດ​ທະ​ນາ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ແມ່ນ​ບຸກ​ທະ​ລຸ​ສຳ​ຄັນ​ອັນ​ດັບ​ໜຶ່ງ, ແມ່ນ​ກຳ​ລັງ​ໜູນ​ຕົ້ນ​ຕໍ​ເພື່ອ​ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ​ທັນ​ສະ​ໄໝ​ຢ່າງວ່ອງໄວ​, ຍົກ​ສູງ​ສະ​ມັດ​ຕະ​ພາບ:

ສະ​ມາ​ຊິກ​ລັດ​ຖະ​ບານ​ແຕ່​ລະ​ທ່ານ ຕ້ອງ​ເວົ້າ​ໄປ​ຄຽງ​ຄູ່​ກັບ​ເຮັດ, ບໍ​ລິ​ຫານ​ດ້ວຍ​ຈິນ​ຕະ​ນາ​ການ​ບໍ​ລິ​ຫານທີ່ທັນ​ສະ​ໄໝ, ເປັນ​ເຈົ້າ​ການ, ມີ​ໄຫວ​ພິບ​ໃນ​ທຸກ​ກໍ​ລະ​ນີ​ເພື່ອ​​​ປະ​ຕິ​ບັດສຳ​ເລັດໜ້າ​ທີ່​ຕໍ່​ພັກ ແລະ ປ​ຊ​ຊ ໃຫ້ເປັນ​ຢ່າງ​ດີ​ທີ່​ສຸດ​.

ທ່ານ​ ເຈິ່ນ​ແທັງ​ເໝີ້ນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16 ໄດ້​ເນັ້ນ​ໜັກ​ເຖິງເລື່ອງ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ນິ​ຕິ​ກຳ, ສ້າງ “ສະ​ພາ​ແຫ່​ງ​ຊາດ​ດີ​ຈີ​ຕອນ” ແລະ ໝູນ​ໃຊ້​ປັນ​ຍາ​ປະ​ດິດ ເພື່ອ​ໃຫ້​ການປະ​ກາດ​ໃຊ້​ນະ​ໂຍ​ບາຍ​ ​ຍາມ​ໃດ​ກໍ່​ໄປ​ກ່ອນ, ເປີດ​ທາງ​ໃຫ້​ແກ່​ການ​ພັດ​ທະ​ນາ:

ຂ້າ​ພະ​ເຈົ້າ​ຂໍ​ອຸ​ທິ​ສ່ວນ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ, ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້ ປ​ຊ​ຊ; ພ້ອມ​ກັບ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ ສ​ສ​ຊ ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ຍູ້​ແຮງ​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ, ສະ​ພາ​ແຫ່ງ​ຊາດ​ດີ​ຈີ​ຕອນ, ປັນ​ຍາ​ປະ​ດິດ, ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ, ເວົ້າ​ໄປ​ຄຽງ​ຄູ່​ກັບ​ເຮັດ, ເຮັດ​ໃນ​ທັນ​ທີ, ເຮັດ​ຖືກ, ມີ​ປະ​ສິດ​ທິ​ຜົນ, ເຮັດ​ຈົນ​ສຸດ​.

ປະ​ຫວັດ​ສາດ​ໄດ້​ພິ​ສູດ​ວ່າ ແຕ່​ລະ​ໄລ​ຍະ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາ​ດ ກໍ່​ລ້ວນ​ແຕ່​ຕິດ​ພັນ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ອັນ​ຖືກ​ຕ້ອງ ແລະ ບັນ​ດາ​ຜູ້​ທີ່ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ. ດ້ວຍ​ກົງ​ຈັກ​ທີ່​ໄດ້​ຮັບ​ການ​ບູ​ລະ​ນະ​, ດ້ວຍຄວາມ​ເຫັນ​ດີ​ເຫັນ​ພ້ອມສູງ ແລະ ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ແຮງ, ປ​ຊ​ຊ ມີບ່ອນ​ອີງເພື່ອ​ເຊື່ອ​ໝັ້ນ​ວ່າ “ບັນ​ດາ​ໜ້າ​ໃໝ່​ທີ່​ຮຸ່ງເຮືອງ” ຂອງ​ປະ​ເທດ​ຊາດ ຈະ​ສືບ​ຕໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ພູມ​ປັນ​ຍາ, ຄຸນ​ນະ​ທາດ ແລະ ຄວາມ​ຄາດ​ຫວັງ ຫວຽດ​ນາມ./.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ສະໜັບສະໜູນນະໂຍບາຍ ຈັດການຢ່າງເຂັ້ມງວດ ຕໍ່ການລະເມີດ ຊັບສິນທາງປັນຍາ

ຫວຽດນາມ ສະໜັບສະໜູນນະໂຍບາຍ ຈັດການຢ່າງເຂັ້ມງວດ ຕໍ່ການລະເມີດ ຊັບສິນທາງປັນຍາ

ໃນສະພາບການ ລະເມີດຊັບສິນທາງປັນຍາ ມີທ່າອ່ຽງຜັນແປ ຢ່າງຊັບຊ້ອນ ແລະ ທັນສະໄໝ ຫຼາຍຂຶ້ນເລື້ອຍໆ ດ້ວຍຫຼາຍຮູບແບບ, ຄືກັບຫຼາຍປະເທດໃນໂລກ, ຫວຽດນາມ ເດັດດ່ຽວຕ້ານ ແລະ ຈັດການຢ່າງເຂັ້ມງວດ ຕໍ່ບັນດາການ ລະເມີດຊັບສິນທາງປັນຍາ. ນີ້ທັງ ແມ່ນບຸລິມະສິດສູງ, ທັງແມ່ນແຜນນະໂຍບາຍ ແລະ ນະໂຍບາຍ ທີ່ ສະເໝີຕົ້ນສະເໝີປາຍ ຂອງ ຫວຽດນາມ ແນໃສ່ສ້າງສະ ພາບແວດລ້ອມແຫ່ງການດຳເນີນທຸລະກິດ ທີ່ໂປ່ງໃສ ແລະ ຫັນປ່ຽນຮູບແບບ ການເຕີບໂຕ ໂດຍ ຖືເອົາ ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນ ດີຈີຕອນ ເປັນກຳລັງໜູນຕົ້ນຕໍ.

Top