• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ລະ​ເບີດ​ໃຫຍ່​ເລັ່ງ​ໃສ່​ກຳ​ປັ່ນ​ຂົນ​ສົ່ງ​ກຳ​ລັງ​ປ້ອ​ງ​ກັນ​ຄວາມ​ສະ​ຫງົບ ປາ​ກິດ​ສະ​ຖານ​ ເຮັດ​ໃຫ້ຫຼາຍ​ຄົນ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ

ເຫດ​ການ​ໄດ້​ເກີດ​ຂຶ້ນ​ເມື່ອ​ລົ​ດ​ໄຟ​ພວມ​ເດີນ​ທາງ​ໄປ​ຍັງ​ເຂດ Quetta Cantonment (ເຂດ​ທະ​ຫານ​ໃຫຍ່) ຢູ່​ນະ​ຄອນ Quetta, ແຂວງ Balochistan.
  ເຈົ້າ​ໜ້າ​ທີ​ການ​ທະ​ຫານ​ພວມກວດ​ກາ​ຜົນ​ຕາມ​ມາ​ຂອງ​ເຫ​ດ​ລະ​ເບີດ (ພາບ: AP/Arshad Butt)  

ວັນ​ທີ 24 ພຶດ​ສະ​ພາ, ວົງ​ການ​ເຈົ້າ​ໜ້າ​ທີ່ ປາ​ກິດ​ສະ​ຖານ ໃຫ້​ຮູ້​ວ່າ ມີ​ຜູ້​ເສ​ຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 24 ຄົນ ແລະ ຮັບ​ບາດ​ເຈັບ​ກວ່າ 82 ຄົນ​ພາຍຫຼັງເກີດ​ເຫດ​ລະ​ເບີດ​ເກີດ​ຂຶ້ນ​ເລັ່ງ​ໃສ່​ລົດ​ໄຟ Jaffar Express ຢູ່​ແຂວງ Balochistan ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ນີ້. ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ປິດ​ລ້ອມ​ສະ​ຖານ​ທີ່​ເກີດ​ເຫດ, ໃນ​ຂະ​ນະ​ທີ່​ວຽກ​ງານ​ກູ້​ໄພ​ກູ້​ຊີບ ແລະ ສືບ​ສວນ​ພວມ​ໄດ້​ດຳ​ເນີນ​ເປັນ​ປົກ​ກະ​ຕິ.

ເຫດ​ການ​ໄດ້​ເກີດ​ຂຶ້ນ​ເມື່ອ​ລົ​ດ​ໄຟ​ພວມ​ເດີນ​ທາງ​ໄປ​ຍັງ​ເຂດ Quetta Cantonment (ເຂດ​ທະ​ຫານ​ໃຫຍ່) ຢູ່​ນະ​ຄອນ Quetta, ແຂວງ Balochistan. ເຫດ​ລະ​ເບີດ​ໄດ້​ເຮັດ​ໃຫ້​ລົດ​ໄຟ​ຖືກລຸກ​ໄໝ້. ໃນ​ຈຳ​ນວນ​ຜູ້​ເສ​ຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຍັງ​ມີ​ແມ່​ຍິງ ແລະ ເດັກ​ນ້ອຍ.

ກຸ່ມ​ກະ​ໂບດ “ທະ​ຫານ​ປົດ​ປ່ອຍ Baloch” ຍອມ​ຮັບ​ວ່າ​ໄດ້​ປະ​ຕິ​ບັດ​ເຫດ ບຸກ​ໂຈມ​ຕີແບບ​ໂສ ແລະ ໃຫ້​ຮູ້​ວ່າ ເປົ້າ​ໝາຍ​ແມ່ນ​ບັນ​ດາ​ນັກ​ຮົບ​ກອງ​ທັບ ປາ​ກິ​ດ​ສະ​ຖານ​ ພວມ​ເດີ​ນ​ທາງ​ໃນ​ຖ້ຽວ​ລົດ​ໄຟ​ດັ່ງ​ກ່າວ.

(ແຫຼ່ງຄັດຈາກ VOV)

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ທ່ານ​ເຈິ່ນ​ເກ​ິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາ​ງ​ພັກ ແລະ ບັນ​ດາ​ຜູ້​ແທນ​ໄດ້​ຖະ​ຫວາຍ​ດອກ​ໄມ້, ຈຸດ​ທູດ​ທຽນ ແລະ ໄຫວ້​ອາ​ໄວ​ຕໍ່​ວິນ​ຍານ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ.

Top