ວັນທີ 16 ມີນາ (ຕາມເວລາທ້ອງຖິ່ນ), ທ່ານ Donadl Trump ປະທານາທິບໍດີ ອາເມລິກາ ຖືວ່າ ການປະທະກັນລະຫວ່າງ ອາເມລິກາ ແລະ ອິດສະຣາແອັນ ກັບ ອີຣານ ຍາກທີ່ຈະສິ້ນສຸດໃນອາທິດນີ້, ແຕ່ຍັງຄົງຢັ້ງຢືນຄືນທັດສະນະທີ່ວ່າ ສົງຄາມຈະສິ້ນສຸດໂດຍໄວ.
ທ່ານປະທານາທິບໍດີ ອາເມລິກາ Donald Trump. (ພາບ: REUTERS/Carlos Barria)
ທ່ານ Trump ກໍໃຫ້ຮູ້ວ່າ ວໍຊິງຕັນ ຈະປະກາດບັນຊີລາຍຊື່ບັນດາປະເທດທີ່ເຫັນດີເຂົ້າຮ່ວມສຳພັນທະມິດ ໂດຍທຳນຽບຂາວສະເໜີ “ໂດຍໄວ”, ເພື່ອແນໃສ່ປ້ອງກັນກ່ຳປັ່ນໄປຜ່ານຊ່ອງແຄບທະເລ Hormuz, ເສັ້ນທາງທະເລຍຸດທະສາດ ທີ່ຂົນສົ່ງປະລິມານນ້ຳມັນບໍ່ທົ່ວໂລກປະມານ 20%.
ໃນສະພາວະການອື່ນທີ່ກ່ຽວຂ້ອງ, ວັນທີ 16 ມີນາ, ກຳລັງທະຫານພິທັກປະຕິວັດອິດສະລາມ ອີຣານ (IRGC) ກ່າວເຕືອນວ່າ ຈະບຸກໂຈມຕີບັນດາບໍລິສັດ ອາເມລິກາ ໃນທົ່ວພາກພື້ນ, ພ້ອມທັງຮຽກຮ້ອງໃຫ້ບັນດາລັດຖະກອນບໍລິສັດ ອາເມລິກາ ຍົກຍ້າຍອອກຈາກບັນດາສະຖານທີ່ເຫຼົ່ານັ້ນ.
ກໍໃນວັນດຽວກັນ, ສື່ມວນຊົນສາກົນ ກໍໄດ້ໃຫ້ຂ່າວວ່າ ສະຖານທູດ ອາເມລິກາ ຢູ່ ບັງກະລາເທດ ນອນຢູ່ເຂດສີຂຽວຂອງນະຄອນຫຼວງ Baghdad (ອີຣັກ) ຖືກບຸກໂຈມຕີ. ບາງຮາກຖານໃນບໍລິເວນສະຖານທູດຖືກໄຟໄໝ້ ພາຍຫຼັງຖືກບຸກໂຈມຕີຢ່າງຕໍ່ເນື່ອງເປັນຫຼາຍຄັ້ງນັບແຕ່ຕອນຄ່ຳວັນທີ 16 ຮອດຕອນເຊົ້າວັນທີ 17 ມີນາ. ກໍໃນຈຸດເວລາດຽວກັນ, ລະບົບປ້ອງກັນອາກາດຂອງສະຫະລັດ ອາຣັບ ເອມມີເລດ (UAE) ໄດ້ເລີ່ມເຄື່ອນໄຫວເພື່ອຮັບມືກັບບັນດາໄພນາບຂູ່ຈາກລູກສອນໄຟ ແລະ ເຄື່ອງບິນບໍ່ມີຄົນຂັບຈາກ ອີຣານ. ບໍລິສັດການບິນພົນລະເຮືອນ UAE ກໍແຈ້ງປິດການບໍລິການຊົ່ວຄາວສ່ວນໜຶ່ງເພື່ອແນໃສ່ປ້ອງກັນ, ສະກັດກັ້ນແບບສຸກເສີນ.
(ແຫຼ່ງຄັດຈາກ VOV)