• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ: ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽ​ວ​ຂ້ອງ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ

ວັນທີ 03 ມີນາ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ຄວາມເຄັ່ງຕຶງຂອງການຜັນແປຕ່າງໆພວມເພີ່ມຂຶ້ນຢ່າງຮ້າຍແຮງຢູ່ຕາເວັນອອກກາງໃນປັດຈຸບັນ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ຫຼັກໝັ້ນຂອງ ຫວຽດນາມ ໄດ້ຍົກອອກມາຢ່າງຈະແຈ້ງໃນວັນທີ 28 ມີນາ.
  ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)  

ຕາມນັ້ນແລ້ວ, ຫວຽດນາມ ຄັດຄ້ານບັນດາການກະທຳທີ່ນຳໃຊ້ກຳລັງອາວຸດບຸກໂຈມຕີເຂົ້າບັນດາປະເທດທີ່ມີອະທິປະໄຕ, ພິເສດແມ່ນບັນດາພື້ນຖານໂຄງລ່າງພົນລະເຮືອນ ເຮັດໃຫ້ປະຊາຊົນຫຼາຍຄົນເສຍຊີວິດ. ບັນດາການກະທໍານີ້ ໄດ້ກໍ່ຜົນເສຍຫາຍຢ່າງຮ້າຍແຮງ ແລະ ສືບຕໍ່ນາບຂູ່ເຖິງຊີວິດອິນຊີ, ຄວາມປອດໄພ ແລະ ຜົນປະໂຫຍດຂອງປະຊາຊົນ, ໃນນັ້ນ ມີພົນລະເມືອງ ຫວຽດນາມ ຢູ່ ພາກພື້ນ, ກໍ່ຄວາມຂາດສະຖຽນລະພາບໃຫ້ແກ່ບັນດາການເຄື່ອນໄຫວທາງດ້ານເສດຖະກິດ, ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ.

        ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງມີການກະທຳຢ່າງມີຄວາມຮັບຜິດຊອບ, ປະຕິບັດກົດໝາຍສາກົນ, ກົດບັດ ແລະ ມະຕິສະບັບຕ່າງໆຂອງ ສປຊ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ; ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ເຊື່ອມຕໍ່ການເຈລະຈາ, ສ້າງເງື່ອນໄຂສະດວກໃຫ້ແກ່ການສົນທະນາມຸ່ງໄປເຖິງແກ້ໄຂບັນດາຄວາກແຕກຕ່າງກັນໂດຍສັນຕິວິທີ, ເພື່ອຜົນປະໂຫຍດຂອງປະຊາຊົນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top