• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ການເຝິກຊ້ອມສວນສະໜາມ ແຫ່ຂະບວນ ເປັນຄັ້ງທຳອິດ ກະກຽມຮັບໃຊ້ໜ້າທີ່ A80 ຢູ່ສະໜາມຫຼວງ ບາດິ່ງ.

ພາຍຫຼັງ 3 ເດືອນ ແລະ 4 ຄັ້ງຂອງການຝຶກອົບຮົມຮອບດ້ານຢູ່ສູນຝຶກທະຫານແຫ່ງຊາດ 4, ນີ້ແມ່ນຄັ້ງທຳອິດ ຄະນະຈັດຕັ້ງໄດ້ຈັດຕັ້ງການຝຶກຊ້ອມຮອບດ້ານຢູ່ສະໜາມຫຼວງ ບາດິ່ງ ດ້ວຍການເຂົ້າຮ່ວມຢ່າງຄົບຊຸດຂອງກຳລັງພະນັກງານ, ນັກຮົບກວ່າ 16.000 ຄົນ. ພາຍຫຼັງ 40 ປີ​ນັບ​ແຕ່​ປີ 1985, ມີ​ກຸ່ມ​ພາຫະນະ, ອາວຸດ​ຍຸດ​ໂທ​ປະກອນ​ຂະໜາດ​ໃຫຍ່​ເຂົ້າ​ຮ່ວມ​ການສວນສະໜາມຢູ່​ສະໜາມ​ຫຼວງ ​ບາ​ດິ່່ງ.

ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ມາ​ແຕ່​ຕົ້ນ​ຢູ່ຕາມ​ຖະ​ໜົນ​ສາຍຕ່າງໆ ຂອງນະ​ຄອນຫຼວງ ​ຮ່າ​ໂນ້ຍ ເພືອຊົມການສວນສະໜາມ ແຫ່ຂະບວນ. ບັນຍາກາດ​ທີ່ຄຶກຄື້ນ ​ແລະ ເຕັມໄປດ້ວຍຄວາມ​ພາກພູມ​ໃຈ ​ໄດ້​ປົກ​ຄຸມ​ເຂດ​ທີ່​ການເຝິກ​ຊ້ອມ​ຮົບ​ໄດ້​ດຳ​ເນີນ​ໄປ ​ແລະ ບັນດາ​ຖະໜົນ​ຫົນທາງ​ທີ່​ການສວນສະໜາມ ​ແຫ່​ຂະ​ບວນ ທີ່ຄາດ​ວ່າ​ຈະ​ຜ່ານ​ຖະໜົນ​ຫຼາຍ​ສາຍ​ໃນ​ນະຄອນ ຮ່າ​ໂນ້ຍ. ປະຊາຊົນ ແລະ ພະນັກງານ, ນັກຮົບທີ່ເຂົ້າຮ່ວມຮັບໃຊ້ທັງໝົດລ້ວນແຕ່ສະແດງຄວາມປິຕິຊົມຊື່ນ, ຍິນດີ ແລະ ເປັນກຽດທີ່ໄດ້ເຂົ້າຮ່ວມເຫດການທີ່່ສຳຄັນຂອງຊາດ.

ຕໍ່ໄປນີ້ແມ່ນຮູບພາບຈຳນວນໜຶ່ງທີ່ຖ່າຍຮູບໂດຍນັກຂ່າວຂອງຂ່າວພາບ ຫວຽດນາມ ກ່ຽວກັບເຫດການນີ້:

 

ປະຕິບັດໂດຍ: VNP

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ດ້ວຍທິວທັດທໍາມະຊາດງົດງາມໃຫຍ່ໂຕມະໂຫຖານ ທີ່ເປັນເອກະລັກ ຢູ່ເຂດຊາຍແດນ ພາກຕາເວັນອອກສ່ຽງເໜືອ ຂອງ ຫວຽດນາມ, ນ້ຳຕົກຕາດ ບ້ານຢົກ ຢູ່ ແຂວງ ກາວບັ່ງ ກຳລັງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັບມື້ນັບເພີ່ມຂຶ້ນ. ທາງທ້ອງຖິ່ນກຳລັງເພີ່ມທະວີ ການປັບປຸງພື້ນຖານໂຄງລ່າງ, ຫັນເປັນຫຼາກຫຼາຍ ຜະລິດຕະພັນການທ່ອງທ່ຽວ ແລະ ຍົກສູງຄຸນນະພາບການບໍລິການ, ດ້ວຍຄວາມມຸ່ງຫວັງທີ່ຈະເຮັດໃຫ້ນ້ຳຕົກຕາດແຫ່ງນີ້ ກາຍເປັນຈຸດໝາຍປາຍທາງທີ່ດຶງດູດໃຈ, ເປັນມິດ ແລະ ຍືນຍົງ.

Top