ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ປາດຖະໜາວ່າ, 2 ຝ່າຍຕັ້ງໜ້າຜັນຂະຫຍາຍຍຸດທະສາດການເຄື່ອນໄຫວໄລຍະ 2022 – 2026 ຂອງ IPU
(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ພົບປະກັບທ່ານປະທານ IPU)
ວັນທີ 06 ເມສາ, ໃນຂອບເຂດເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU – 150) ຢູ່ນະຄອນຫຼວງ Tashkent, ຢູເບກິດສະຖານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ມີບັນດາການພົບປະກັບການນຳຫຼາຍອົງການ, ຫຼາຍປະເທດ.
ທີ່ບັນດາການພົບປະກັບທ່ານປະທານ IPU ແລະ ທ່ານເລຂາທິການໃຫຍ່ IPU, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ປາດຖະໜາວ່າ, 2 ຝ່າຍຕັ້ງໜ້າຜັນຂະຫຍາຍຍຸດທະສາດການເຄື່ອນໄຫວໄລຍະ 2022 – 2026 ຂອງ IPU, ໃນນັ້ນ, ສຸມໃສ່ນະວັດຕະກຳ ແລະ ການຫັນເປັນດີຈີຕອນໃນການເຄື່ອນໄຫວຂອງ IPU; ທ່ານສະເໜີໃຫ້ IPU ສືບຕໍ່ໜູນຊ່ວຍ ຫວຽດນາມ ກ່ຽວກັບການໃຫ້ຄຳປຶກສາດ້ານນະໂຍບາຍ, ວິຊາສະເພາະ ໃນການຊຸກຍູ້ ແລະ ຕິດຕາມການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs).
ທີ່ການພົບປະກັບທ່ານປະທານສະພາຕ່ຳ ແລະ ສະພາສູງ ແບນຊິກ, ການນຳ 2 ຝ່າຍໄດ້ຕີລາຄາສູງການພົວພັນຮ່ວມມືລັດຖະສະພາລະຫວ່າງ ຫວຽດນາມ ແລະ ແບນຊິກ ທີ່ພວມຜັນຂະຫຍາຍບັນລຸປະສິດທິຜົນໃນຫຼາຍລະດັບ; ທ່ານເນັ້ນໜັກວ່າ, 2 ຝ່າຍຕ້ອງສົມທົບກັນຜັນຂະຫະຍາຍຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ແບນຊິກ ເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ ແລະ ອົງການນິຕິບັນຍັດຂອງ 2 ປະເທດເລິກເຊິ່ງຂຶ້ນຕື່ມ.
(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ພົບປະກັບທ່ານປະທານສະຫະພັນລັດຖະສະພາ ອາເມລິກາ - ລາຕິງ, ປະທານກຳມາທິການການຕ່າງປະເທດ ກຸຍບາ Rolando González)
ທີ່ການພົບປະກັບທ່ານປະທານສະຫະພັນລັດຖະສະພາ ອາເມລິກາ - ລາຕິງ, ປະທານກຳມາທິການການຕ່າງປະເທດ ກຸຍບາ Rolando González, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢືນຢັນວ່າ, ຈະສືບຕໍ່ສະໜັບສະໜູນການປັບປຸງ ແລະ ນຳການພົວພັນ ຫວຽດນາມ - ກຸຍບາ ໃຫ້ເຂົ້າສູ່ລວງເລິກ; ຕັ້ງໜ້າສົມທົບກັນກະກຽມໃຫ້ກອງປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ - ກຸຍບາ ທີ່ໄດ້ຈັດຂຶ້ນໃນປີ 2025 ນີ້.
ໃນຂອບເຂດການຢ້ຽມຢາມ ຍູເບກິດສະຖານ, ວັນທີ 07 ເມສາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ໄປຢ້ຽມຢາມ ມະຫາວິທະຍາໄລ Tashkent Oriental, ແມ່ນໜຶ່ງໃນບັນດາມະຫາວິທະຍາໄລທີ່ມີຊື່ສຽງ ແລະ ມີມາແຕ່ດົນນານຢູ່ ຍູເບກິດສະຖານ.
(ແຫຼ່ງຄັດຈາກ VOV)