ພາຍຫຼັງໄລຍະ 20 ປີ, ການເຊື່ອມໂຍງດ້ານເສດຖະກິດສາກົນໄດ້ກາຍເປັນກຳລັງໜູນຊຸກການປະຕິຮູບລະບອບລະບຽບການ, ເປີດກວ້າງການຄ້າ, ດຶງດູດການລົງທຶນຈາກຕ່າງປະເທດ ແລະ ຍົກສູງທີ່ຕັ້ງສາກົນຂອງ ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳ ເຊີແນວ (ພາບ: VNA)
ນີ້ແມ່ນຄຳຢືນຢັນຂອງ ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳ ເຊີແນວ, ທີ່ກອງປະຊຸມ ແລະ ເວທີປາໄສວິສາຫະກິດສະເຫຼີມສະຫຼອງ 20 ປີທີ່ ຫວຽດນາມ ເຂົ້າເປັນສະມາຊິກອົງການການຄ້າໂລກ (WTO), ວັນທີ 5 ພະຈິກ.
ຕາມທ່ານເອກອັກຄະລັດຖະທູດແລ້ວ, ພາຍຫຼັງໄລຍະ 20 ປີ, ການເຊື່ອມໂຍງດ້ານເສດຖະກິດສາກົນໄດ້ກາຍເປັນກຳລັງໜູນຊຸກການປະຕິຮູບລະບອບລະບຽບການ, ເປີດກວ້າງການຄ້າ, ດຶງດູດການລົງທຶນຈາກຕ່າງປະເທດ ແລະ ຍົກສູງທີ່ຕັ້ງສາກົນຂອງ ຫວຽດນາມ. ຫວຽດນາມ ຈະສືບຕໍ່ສ້າງບັນດາລະບອບລະບຽບການໃຫ້ສົມບູນແບບ, ຍົກສູງຄວາມສາມາດແກ່ງແຍ້ງ, ຫັນຈຸດສຸມຈາກການເປີດກວ້າງຂອບຂະໜາດດ້ານການຄ້າໄປສູ່ການຍົກສູງມູນຄ່າເພີ່ມ ແລະ ເປັນເຈົ້າການປະກອບສ່ວນເຂົ້າໃນການປັບປຸງລະບົບການຄ້າຫຼາຍຝ່າຍໂດຍອີງໃສ່ກົດໝາຍສາກົນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ WTO ໄດ້ຮັບຮູ້ວົງເງິນການຄ້າສົ່ງອອກ ແລະ ການນຳເຂົ້າສິນຄ້າ ລ້ວນເພີ່ມຂຶ້ນປະມານຫົກເທົ່ານັບແຕ່ເມື່ອເຂົ້າເປັນສະມາຊິກ WTO. ພ້ອມກັນນັ້ນ, ທ່ານນາງກໍ່ສະເໜີແນະ ຫວຽດນາມ ສືບຕໍ່ຫັນຕະຫຼາດ, ແຫຼ່ງສະໜອງເປັນຫຼາຍຮູບຫຼາຍແບບ, ຍົກສູງມູນຄ່າເພີ່ມ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດຢູ່ພາຍໃນປະເທດ ແລະ ວິສາຫະກິດທີ່ລົງທຶນໂດຍກົງຈາກຕ່າງປະເທດ (FDI).
(ແຫຼ່ງຄັດຈາກ VOV)