ການຢ້ຽມຢາມຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ໃນຄັ້ງນີ້ ຈະສືບຕໍ່ເປັນການຢັ້ງຢືນສາຍພົວພັນ ຫວຽດນາມ - ລາວ ແມ່ນສາຍພົວພັນທີ່ມີໜຶ່ງບໍ່ມີສອງໃນໂລກ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 476 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 26 ສະບັບຈາກທ່ານຜູ້ຟັງລາວ.
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບ: nhandan.vn)
ເພື່ອນ ວັນວິໄລ ວິໄລວົງ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວມາຫາລາຍການ, ດ້ວຍເນື້ອໃນທີ່ວ່າ: “ໂດຍແມ່ນຄົນ ລາວ ຜູ້ໜຶ່ງທີ່ໄດ້ຕິດຕາມບັນດາລາຍການຂອງພາກພາສາລາວ, VOV5 ເປັນເວລາດົນ, ຂ້າພະເຈົ້າຖືວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຄັ້ງນີ້ ຈະນຳມາເຊິ່ງນະໂຍບາຍທີ່ມີປະສິດທິຜົນຫຼາຍຢ່າງໃຫ້ແກ່ ຫວຽດນາມ ໃນໄລຍະຈະມາເຖິງ. ນັບແຕ່ຈຸດເວລານີ້ ຂ້າພະເຈົ້າກໍ່ເຫັນໄດ້ອະນາຄົດອັນສະຫວ່າງສະໄຫວຂອງ ຫວຽດນາມ ແລ້ວ”.
ໂດຍກໍ່ມີທັດສະນະເຊັ່ນດຽວກັນ, ເພື່ອນ ແສງດາວົງ, ຢູ່ແຂວງ ອັດຕະປື, ໄດ້ສົ່ງຂໍ້ຄວາມມາຫາລາຍການ, ເນັ້ນໜັກເຖິງບົດບາດອັນລຸລ່ວງຂອງພັກກອມມູນິດ ຫວຽດນາມ ໃນຄວາມສະໜິດຕິດພັນເລືອດເນື້ອກັບປະຊາຊົນ, ຮັບປະກັນໃຫ້ພື້ນຖານສັນຕິພາບ, ຄວາມກ້າວໜ້າ ແລະ ຄວາມຍຸຕິທຳໃນສັງຄົມ: “ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການການເມືອງທີ່ມີຂອບຂະໜາດໃຫຍ່ຢ່າງແທ້ຈິງ. ຂ້າພະເຈົ້າຂໍອວຍພອນສິ່ງທີ່ດີງາມໃຫ້ ຫວຽດນາມ ແລະ ສັນຕິພາບ ອາຊີ, ແລະຫວັງວ່າ ປີ 2026 ຈະກາຍເປັນບາດລ້ຽວດ້ານການເມືອງທົ່ວໂລກ, ດ້ວຍການຫັນປ່ຽນຢ່າງແຮງກ່ຽວກັບສັນຕິພາບ - ພື້ນຖານສັນຕິພາບແບບຍືນຍົງ, ໄດ້ຮັບການປັບປຸງຢ່າງຍາວນານພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ”.
ເພື່ອນ ສຸລິວົງ, ແຂວງ ຫຼວງພະບາງ ໂທລະສັບມາຫາລາຍການ, ດ້ວຍເນື້ອໃນທີ່ວ່າ: “ບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມໃນປີຜ່ານມາຂອງ ຫວຽດນາມ ແມ່ນມີຄວາມປະທັບໃຈທີ່ສຸດ. ລະດັບເຕີບໂຕບັນລຸ 8%, ຈຳນວນແຂກທ່ອງທ່ຽວ ຫຼື ວົງເງິນສົ່ງອອກ - ນຳເຂົ້າລ້ວນແຕ່ສ້າງລະດັບສະຖິຕິ. ຂ້າພະເຈົ້າຫວັງວ່າ ຫວຽດນາມ ຈະບັນລຸລະດັບເຕີບໂຕ 2 ຕົວເລກໃນໄລຍະ 5 ປີຈະມາເຖິງ ຄືດັ່ງຄາດໝາຍທີ່ໄດ້ວາງອອກ”.
ທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ (ພາບ: TTXVN)
ເພື່ອນ ຄຳສຸວັນ, ດຳລົງຊີວິດຢູ່ແຂວງ ສະຫວັນນະເຂດ ແບ່ງວັນວ່າ: ການຢ້ຽມຢາມ ຫວຽດນາມ ຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ, ພາຍຫຼັງ ຫວຽດນາມ ຈັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ບັນລຸຜົນສຳເລັດນັ້ນ ໄດ້ສະແດງໃຫ້ເຫັນຄວາມມີຊີວິດຊີວາຂອງການພົວພັນສາກົນທີ່ເປັນແບບຢ່າງ, ສັດຊື່ບໍລິສຸດ, ມີໜຶ່ງບໍ່ມີສອງໃນໂລກລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ.
ເພື່ອນ ຄຳສຸວັນ ທີ່ຮັກແພງ! ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ແມ່ນປະມຸກລັດຕ່າງປະເທດຜູ້ທຳອິດທີ່ມາຢ້ຽມຢາມ ຫວຽດນາມ (ແຕ່ວັນທີ 26 – 27 ມັງກອນ 2026) ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ຫວຽດນາມ ກໍ່ແມ່ນປະເທດທຳອິດທີ່ ທ່ານ ທອງລຸນ ສີສຸລິດ ໄປປະຕິບັດງານພາຍຫຼັງໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ພັກປະຊາຊົນປະຕິວັດ ລາວ ທີ່ກອງປະຊຸມໃຫຍ່ຄັ້ງທີ XII ໃນຕົ້ນເດືອນ ມັງກອນ ທີ່ຜ່ານມາ. ອາດເວົ້າໄດ້ວ່າ ນີ້ແມ່ນການຢ້ຽມຢາມຂັ້ນປະມຸກລັດທຳອິດທີ່ ຫວຽດນາມ ຈັດການຕ້ອນຮັບໃນປີ 2026. ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ດຳເນີນໄປໃນສະພາບທີ່ການພົວພັນ ຫວຽດນາມ - ລາວ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່.
ໃນການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ຂອງການພົວພັນ ຫວຽດນາມ - ລາວ ຈະສືບຕໍ່ໄດ້ເຮັດແຈ້ງ, ຫັນເປັນລະອຽດ ແລະ ຜັນຂະຫຍາຍຢ່າງຄົບຊຸດໃນທຸກຂົງເຂດ. ທ່ານ ບໍ່ວຽງຄຳ ວົງດາລາ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ, ໃຫ້ຮູ້ວ່າ:
(ທ່ານ ບໍ່ວຽງຄຳ ວົງດາລາ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ)
ບົນພື້ນຖານການພົວພັນດ້ານການເມືອງທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜິດຕິດພັນມາແຕ່ດົນນານ, ການຢ້ຽມຢາມຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ໃນຄັ້ງນີ້ ຈະສືບຕໍ່ເປັນການຢັ້ງຢືນສາຍພົວພັນ ຫວຽດນາມ - ລາວ ແມ່ນສາຍພົວພັນທີ່ມີໜຶ່ງບໍ່ມີສອງໃນໂລກ.