• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳ​ຂັ້ນ​ສູງ ຫວຽດ​ນາມ - ລາວ: ສາຍ​ພົວ​ພັນ 2 ປະ​ເທດ​ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ນະ​ໂຍ​ບາຍ​ການຕ່າງ​ປະ​ເທດ

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢັ້ງຢືນວ່າ ຈະສືບຕໍ່ເພີ່ມທະວີ, ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນຍຸດທະສາດ ຫວຽດນາມ - ລາວ ຜ່ານບັນດາກົນໄກຮ່ວມມືແທດຈິງ ແລະ ມີປະສິດທິຜົນທີ່ພວມມີຢູ່ແລ້ວ, ສ້າງບັນດາກົນໄກໃໝ່ທີ່ການນຳຂັ້ນສູງສອງປະເທດໄດ້ຕົກລົງເປັນເອກະພາບຜັນຂະຫຍາຍ.
  ກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ (ພາບ: TTXVN)  

ຕອນບ່າຍວັນທີ 2 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ. ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢັ້ງຢືນວ່າ ຈະສືບຕໍ່ເພີ່ມທະວີ, ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນແບບຍຸດທະສາດ ຫວຽດນາມ - ລາວ ຜ່ານບັນດາກົນໄກຮ່ວມມືແທດຈິງ ແລະ ມີປະສິດທິຜົນທີ່ພວມມີຢູ່, ສ້າງບັນດາກົນໄກໃໝ່ທີ່ການນຳຂັ້ນສູງສອງປະເທດໄດ້ຕົກລົງເປັນເອກະພາບຜັນຂະຫຍາຍ.

ສອງຝ່າຍຢັ້ງຢືນວ່າ ຈະພ້ອມກັນສືບຕໍ່ນຳສາຍພົວພັນລະຫວ່າງສອງພັກ, ສອງລັດໃນການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດປ່ຽນແປງໃໝ່, ສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ; ກຳນົດສາຍພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ ຍາມໃດກໍແມ່ນບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງແຕ່ລະປະເທດ.

ສອງຝ່າຍຢັ້ງຢືນຈະສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາ, ພ້ອມດຽວກັນນັ້ນ ກໍກະກຽມຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກໃຫ້ປະສົບຜົນສຳເລັດ. ການນຳສອງທ່ານກໍເນັ້ນໜັກ ແລະ ຢັ້ງຢືນເຖິງຄວາມສຳຄັນຍຸດທະສາດຂອງການເພີ່ມທະວີເສົາຄ້ຳຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດຫຼາຍກວ່າອີກ, ເພື່ອແນໃສ່ຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ໃນການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ; ຍູ້ແຮງການເຊື່ອມຕໍ່ ແລະ ຊ່ວຍເຫຼືອກັນລະຫວ່າງສອງພື້ນຖານເສດຖະກິດ; ຕັ້ງໜ້າແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຕິດຄັດໃນວິວັດການປະຕິບັດ.  ສອງຝ່າຍເຫັນດີຊຸກຍູ້ການເຕີບໂຕມູນຄ່າການຄ້າສອງຝ່າຍເພື່ອບັນລຸໄດ້ເປົ້າໝາຍ 5 ຕື້ USD ໃນໄວໆນີ້ ແລະ ມຸ່ງໄປເຖິງການບັນລຸໄດ້ 10 ຕື້ USD ໃນໄລຍະຈະມາເຖິງ; ສຸມໃສ່ແຫຼ່ງກຳລັງຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງຈຸດສຸມ, ເຊັ່ນ: ເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ, ຊຸກຍູ້ການຜັນຂະຫຍາຍຮູບແບບເຂດອຸດສາຫະກຳ ຫວຽດນາມ - ລາວ, ເສດຖະກິດດ່ານຊາຍແດນຜ່ານຊາຍແດນໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ; ສ້າງສະພາບແວດລ້ອມລົງທຶນ, ດຳເນີນທຸລະກິດ ແລະ ການເຊື່ອມຕໍ່ພື້ນຖານໂຄງລ່າງ ເພື່ອແນໃສ່ສ້າງເງື່ອນໄຂສະດວກຊຸກຍູ້ວິສາຫະກິດສອງປະເທດພັດທະນາແບບຍືນຍົງ, ເພີ່ມທະວີການໜູນຊ່ວຍກັນລະຫວ່າງສອງພື້ນຖານເສດຖະກິດ ຫວຽດນາມ - ລາວ.

         ໄປຄຽງຄູ່ກັນນັ້ນ, ຫວຽດນາມ ແລະ ລາວ ຈະເປີດກວ້າງການຮ່ວມມືລະຫວ່າງບັນດາອົງການພັກ, ລັດ, ແນວໂຮມ, ໝູ່ຄະນະ ແລະ ອົງການຈັດຕັ້ງມະຫາຊົນ; ເພີ່ມທະວີການສົມທົບ, ໜູຊ່ວຍກັນໃນການພັດທະນາເສດຖະກິດ - ສັງຄົມ, ກໍຄືຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ເຂດຊາຍແດນ, ປະກອບສ່ວນປັບປຸງສາຍພົວພັນແບບພິເສດລະຫວ່າງສອງປະເທດໃຫ້ແໜ້ນແຟ້ນກວ່າອີກ.

(ແຫຼ່ງຄັດຈາກ VOV)

ເຮັດ​ໃຫ້​ສາຍ​ພົວ​ພັນ​: ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ຄວາມຜູກ​ພັນ​​ຍຸດ​ທະ​ສາດ ໃຫ້​ເລິກ​ເຊິ່ງກວ່າ​ອີກ

ເຮັດ​ໃຫ້​ສາຍ​ພົວ​ພັນ​: “ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ຄວາມຜູກ​ພັນ​​ຍຸດ​ທະ​ສາດ” ໃຫ້​ເລິກ​ເຊິ່ງກວ່າ​ອີກ

ສອງປະເທດໄດ້ອອກຖະແຫຼງການຮ່ວມ, ໃນນັ້ນ ເຫັນດີເຮັດໃຫ້ສາຍພົວພັນ ຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່ທີ່ເລິກເຊິ່ງກວ່າ, ນັ້ນແມ່ນສາຍພົວພັນ: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມຜູກພັນຍຸດທະສາດ”; ໂດຍຢັ້ງຢືນວ່າ “ຄວາມຜູກພັນຍຸດທະສາດ ແມ່ນພື້ນຖານຊຸກຍູ້ສາຍພົວພັນຮ່ວມມືເຂົ້າສູ່ລວງເລິກ ແລະ ແທດຈິງ ຢ່າງແຂງແຮງ.

Top