ຕ້ານການແຜ່ລະບາດ ຄື ການຕໍ່ສູ້ສັດຕູ, ປະຊາຊົນ ແຕ່ລະຄົນ ຕ່າງກໍເປັນນັກຮົບ
“ປະຊາຊົນ ຫວຽດນາມ ມີມູນເຊື້ອຮັກຊາດ, ມີຄຸນນະທຳ. ເມື່ອ ປະເທດຊາດ ປະສົບກັບຄວາມຫຍຸ້ງຍາກ, ມູນເຊື້ອ ດັ່ງກ່າວ ຍິ່ງ ເພີ່ມທະວີຄູນ ຂຶ້ນຫຼາຍເທົ່າ. ໃນໄລຍະຜ່ານມາ, ທົ່ວປວງຊົນ ໄດ້ ເປັນຈິດໜຶ່ງໃຈດຽວ, ຮ່ວມແຮງຮ່ວມໃຈ ກັບພັກ, ລັດ ເພື່ອສະກັດ ກັ້ນ ແລະ ຄວບຄຸມການແຜ່ລະບາດ ຊຶ່ງໄດ້ບັນລຸປະສິດ ທິຜົນ ເບື້ອງຕົ້ນ...”.
ຄັດຈາກສານຮຽກຮ້ອງ ເຖິງພີ່ນ້ອງຮ່ວມຊາດ, ສະຫາຍ, ນັກຮົບ ໃນ ທົ່ວປະເທດ ແລະ ພີ່ນ້ອງຊາວ ຫວຽດນາມ ທີ່ອາໄສ ຢູ່ຕ່າງປະ ເທດ ສາມັກຄີ ຮັບປະກັນ ຮັບເອົາຊະນະ ການລະບາດ ໂຄວິດ-19 ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນ ຝູ໋ຈ້ອງ
|
ເລື່ອງລາວ ທ່ີເຮັດໃຫ້ໂລກ ມີຄວາມຮູ້ສຶກວ່າ ຫວຽດນາມ ກ້າວ ເຂົ້າ ສູ່ການຕໍ່ສູ້ ກັບ ເຊື້ອໄວຣັດ COVID-19 ຢ່າງແທ້ຈິງ ແມ່ນ ບັນດານັກຮົບ ປ້ອງກັນຊາຍແດນ ຢູ່ຕາມປ້ອມ ເຂດຊາຍແດນ. ໃນເວລາ ກຳລັງປະຕິບັດໜ້າທີ່ ຢູ່ປ້ອມ ປ້ອງກັນການແຜ່ລະບາດ ຢູ່ພື້ນທີ່ ແຂວງ ລອງອານ, ຮ້ອຍຕີ ຫງວຽນດິ່ງທົງ (ຫົວໜ້າກົມ ກໍາ ລັງປະກອບ ອາວຸດ ຄ້າຍທະຫານປ້ອງກັນຊາຍແດນ ແທ້ງຈີ້) ໄດ້ ຮັບຂ່າວ ພໍ່ ໄດ້ເຖິງແກ່ກຳ ຢູ່ບ້ານເກີດ ທີ່ ແຂວງ ຮ່າຕິ໊ງ. ຄ້າຍ ທະ ຫານປ້ອງກັນຊາຍແດນ ໄດ້ຈັດແທ່ນບູຊາທາງໄກ ຢູ່ຕໍ່ໜ້າ ເຮືອນ ພັກ ຊຶ່ງເປັນປ້ອມຄວບຄຸມ ທີ່ຮ້ອຍຕີ ທົງ ກຳລັງປະຕິບັດ ໜ້າທີ່ ໃຫ້ເພິ່ນ ແລະ ເພື່ອນ ຮ່ວມໄຕ້ທູບ ເພື່ອສັ່ງລາ ຜູ້ທີ່ໄດ້ລ່ວງລັບ. ຮ້ອຍຕີ ຫງວຽນດິ່ງທົງ ກໍຄືນັກຮົບ ນັບຫຼາຍ ລ້ານຄົນ ຂອງ ກອງ ທັບປະຊາຊົນ ຫວຽດນາມ ໄດ້ປະຕິເສດຄວາມຮູ້ສຶກສ່ວນຕົວ ເພື່ອກຽມພ້ອມ ປະຕິບັດໜ້າທີ່ ເມື່ອ ປະເທດຊາດ ຕ້ອງການ.
![]() ເຫຼົ່າຮົບເຄມີ-ກະຊວງປ້ອງກັນປະເທດ ດຳເນີນການພົ່ນ ຢາຂ້າເຊື້ອ ແຫຼ່ງລະບາດ ຂອງ ເຊື້ອພະຍາດ ຢູ່ໂຮງໝໍ ແບ໋ກ ມາຍ. ພາບ: ຫງວຽນຕ໋ຽນແອງຕ໋ວນ ![]() ພົ່ນຢາຂ້າເຊື້ອ ເປັນປະຈຳ ຢູ່ເທິງເຮືອບິນ ໃນຊຸມມື້ ມີ ການແຜ່ລະບາດ ໂຄວິດ-19. ພາບ: ຟອງເຊີນ ວັດແທກ ອຸ່ນຫະພູມ ຮ່າງກາຍ ຜູ້ທ່ີຈະເຂົ້າມາ ຫວຽດ ນາມ ຢູ່ດ່ານສາກົນ ຫື້ວງີ້. ພາບ: ຟອງເຊີນ ບັນດາ ກຳລັງເຈົ້າໜ້າທ່ີ ດຳເນີນການວິເຄາະຫາເຊື້ອ ໄວຣັດ Sars-CoV2 ໂດຍໄວ ຢູ່ນອກຊຸມຊົນ ທີ່ ຮ່າໂນ້ຍ. ພາບ: ກົງດາດ ![]() ລັດຖະກອນສາທາລະນະສຸກ ລົງຮອດເຮືອນ ເພື່ອກວດ ສຸຂະພາບ ໃຫ້ປະຊາຊົນ ຢູ່ແຫຼ່ງລະບາດ ຂອງ ເຊື້ອພະຍາດ ຢູ່ ຕາແສງ ຮ້າໂລຍ, ເມືອງ ເມລິງ. ພາບ: ຟອງເຊີນ ![]() ກວດກາ, ທົບທວນຄືນ ຕົ້ນກຳເນີດ ລະບາດວິທະຍາ ໃຫ້ ແກ່ ປະຊາຊົນ ຢູ່ ຕາແສງ ຮ້າໂລຍ, ເມືອງ ເມລິງ. ພາບ: ຟອງເຊີນ ![]() ເອົາຕົວແບບ ເພື່ອທົດສອບ ຫາເຊື້ອໄວຣັດ Sars-CoV2 ຂອງແຕ່ລະຄົນ ຢູ່ ຕາແສງ ຮ້າໂລຍ, ເມືອງ ເມລິງ. ພາບ: ຟອງເຊີນ ພະນັກງານສາທາລະນະສຸກ ໄດ້ພົ່ນຢາຂ້າເຊື້ອໄວຣັດ Sars-CoV2 ເປັນປະຈຳ ຢູ່ເຂດກັກກັນ ໂຮງຮຽນ ການທະ ຫານ ຂອງ ກອງບັນຊາການ ນະຄອນຫຼວງ ຮ່າໂນ້ຍ. ພາບ: ອານກວກຫວຽດ ![]() ເຂດເອົາຕົວແບບ ເພື່ອການວິເຄາະ ຫາເຊື້ອໄວຣັດ Sars-CoV2 ຢູ່ເຂດກັກກັນ ທີ່ໂຮງຮຽນ ການທະຫານ ຂອງ ກອງບັນຊາການ ນະຄອນຫຼວງ ຮ່າໂນ້ຍ. ພາບ: ອານກວກຫວຽດ ບັນດາກ່ອງເຂົ້າ ຖືກສົ່ງມາຍັງ ໂຮງໝໍ ໃຫ້ ບັນດາແພດໝໍ ຢູ່ແຖວໜ້າ ຂອງ ການຕ້ານ ການແຜ່ລະບາດ Covid-19. ພາບ: ແທງຢາງ ![]() ເຂດເອົາຕົວແບບ ເພື່ອການວິເຄາະ ຫາເຊື້ອໄວຣັດ Sars-CoV2 ຢູ່ເຂດກັກກັນ ທີ່ໂຮງຮຽນ ການທະຫານ ຂອງ ກອງບັນຊາການ ນະຄອນຫຼວງ ຮ່າໂນ້ຍ. ພາບ: ອານກວກຫວຽດ ເຄື່ອງມືວັດແທກອຸ່ນຫະພູມ ຮ່າງກາຍ ໄດ້ນໍາໃຊ້ຢູ່ ບັນ ດາສຳນັກງານ ບໍລິຫານ ໃນຮ່າໂນ້ຍ. ພາບ: ກົງດາດ ![]() ບັນດາແຜ່ນພາບໂຄສະນາ ຢູ່ຕາມຖະໜົນໃນ ຮ່າໂນ້ຍ ຊ່ວຍໃຫ້ປະຊາຊົນ ມີຄວາມກ້າ ທ່ີຈະຕໍ່ສູ້ກັບ ການແຜ່ ລະ ບາດ ໂຄວິດ-19. ພາບ: ຫງວຽນຕ໋ຽນແອງຕ໋ວນ ບໍລິເວນເຂດຈະຈຸລັດ ດົງກິງເງ້ຍຖຸກ, ຮ່າໂນ້ຍ ວ່າງເປົ່າ ຜູ້ຄົນ ໃນຊຸມມື້ກັກກັນ. ພາບ: ກົງດາດ |
ໃນເວລາກວ່າຮ້ອຍວັນ ທົ່ວປະເທດ ພ້ອມກັນຕ້ານການແຜ່ລະ ບາດໂຄວິດ-19, ເປັນໜ້າສະເທືອນໃຈຢ່າງຍິ່ງ ເມື່ອໄດ້ອ່ອນ ຈົດ ໝາຍ ສະແດງຄວາມຂອບອົກຂອບໃຈ ຕໍ່ກຳລັງຕຳຫຼວດ ແຂວງ ກວ່າງນາມ ຂອງ ທ່ານນາງ Joanna Zythowska ທີ່ມາຈາກ ປະ ເທດ ໂປໂລຍ, ນັກທ່ອງທ່ຽວ ຢູ່ເມືອງ ໂຮ້ຍອານ (ແຂວງ ດ່າໜັງ) ຖືກກັກໂຕ. ໃນຈົດໝາຍມີຕອນໜຶ່ງຂຽນວ່າ: “ພວກເພື່ອນ ຕ້ອງ ໄດ້ປະເຊີນໜ້າ ກັບຄວາມສ່ຽງ ຕໍ່ຊີວິດຂອງຕົນເອງ ເພື່ອການ ຊ່ວຍເຫຼືອພວກຂ້າພະເຈົ້າ. ຫວຽດນາມ ຈະຢູ່ໃນດວງໃຈ ຂອງ ຂ້າ ພະເຈົ້າຕະຫຼອດໄປ”. ໃນການຕໍ່ສູ້ດັ່ງກ່າວ, ຕຳຫຼວດ ເປັນກຳລັງ ສຳຄັນ, ບໍ່ທ້ໍຖອຍ ຕໍ່ອຸປະສັກ, ຄວາມຫຍຸ້ງຍາກລຳບາກໃດໆ, ປະ ຕິບັດ ໄລຍະຫ່າງ ໃນສັງຄົມ ທີ່ລັດຖະບານ ໄດ້ວາງອອກ ຢ່າງ ເຂັ້ມງວດ.
ຫວຽດນາມເປັນຕົວແບບທີ່ພົ້ນເດັ່ນ ໃຫ້ທັງບັນດາປະເທດ ກຳລັງ ພັດທະນາ ແລະ ພັດທະນາ ໃນຄວາມມານະພະຍາຍາມ ຮັບມື ກັບການແຜ່ລະບາດ ໂຄວິດ-19. ຜົນສຳເລັດສ່ວນຫຼາຍ ແມ່ນອາໄສ ໃນຄວາມສາມັກຄີສັງຄົມ.
ນັກຂ່າວ Joshua Hanks ລົງໃນໜ້າເວັບ worker.org
|
ມີບາງຄັ້ງ, ຫວຽດນາມ ຕ້ອງໄດ້ກັກກັນ ກວ່າ 80.000 ຄົນ ຢູ່ຕາມ ພື້ນຖານກັກກັນ ລວມສູນໃນທົ່ວປະເທດ. ບັນດາແຫຼ່ງລະບາດ ຂອງ ເຊື້ອພະຍາດ ທີ່ຕ້ອງໄດ້ ກັກໂຕ ເຊັ່ນ: ຕາແສງ ເຊີນໂລຍ (ເມືອງ ບິ່ງຊວຽນ, ແຂວງ ຫວິ໊ງຟຸກ), ຖະໜົນ ຈຸກແບ໋ກ (ເມືອງ ບາ ດິ່ງ, ຮ່າໂນ້ຍ), ບ້ານ ວັນເລີມ 3, ຕາແສງ ເຟືອກນາມ (ເມືອງ ຖ້ວນອານ, ແຂວງ ນິງຖ້ວນ), ເມືອງ ຮ້າໂລຍ, ຕາແສງ ເມລິງ (ເມືອງ ເມລິງ, ຮ່າໂນ້ຍ), ໂຮງໝໍ ແບ໋ກມາຍ (ຮ່າໂນ້ຍ) ປະຊາ ຊົນ ຕ່າງກໍ່ເຕັນໃຈໃຫ້ການສະໜັບສະໜູນ, ພ້ອມແລ້ວທີ່ຈະເສຍ ສະຫຼະ ຜົນປະໂຫຍດ ດ້ານເສດຖະກິດ ສ່ວນຕົວ ເພື່ອສະກັດກັ້ນ ການແຜ່ລະບາດ ຂອງ ໂຄວິດ-19. ທ່ານ ຟ້າມວັນເທັມ, ຊາວ ບ້ານ ຮ້າໂລຍ ໃຫ້ຮູ້ວ່າ: “ໃນເວລາ ຖືກກັກກັນ, ບ້ານ ຮ້າໂລຍ ມີ ດອກໄມ້ ກວ່າ 100 ເຮັກຕາ ຮອດເວລາກັບກ່ຽວ, ແຕ່ພວກຂ້າ ພະເຈົ້າ ຕ້ອງໄດ້ຕັດຖິ້ມ ຍ້ອນມີສະຕິຮູ້ສຶກວ່າ ການປະຕິບັດ ບັນ ດາຂໍ້ກຳນົດ ກ່ຽວກັບການປ້ອງກັນ ແລະ ຕ້ານການແຜ່ລະບາດ, ປະຕິບັດການກັກກັນ, ແຍກຫ່າງທາງສັງຄົມ ຢ່າງເຂັ້ມງວດ ເປັນ ສິ່ງທີ່ຕ້ອງເຮັດ ເພື່ອຜົນປະໂຫຍດລວມ ຂອງທົ່ວປະເທດ”.
ບັນດາບຸກຄົນທີ່ພວກຂ້າພະເຈົ້າ ຫາກໍ່ກ່າວມາຂ້າງເທິງ ເປັນພຽງ ສ່ວນນ້ອຍ ໃນຈຳນວນພົນລະເມືອງ ຫວຽດນາມ ທັງໝົດ ຊຶ່ງ ແຕ່ ລະຄົນ ລ້ວນເປັນ “ນັກຮົບ” ຄົນໜຶ່ງ ທີ່ກຳລັງເຊື່ອໝັ້ນ ແລະ ຮ່ວມ ເດີນທາງ ກັບລັດຖະບານ ໃນບັ້ນຮົບ ຕໍ່ສູ້ ຕ້ານການແຜ່ລະບາດ ໂຄວິດ-19. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນ ຜ່ານການປະກາດ ສຳ ຫຼວດເມື່ອມໍ່ໆ ນີ້ ຂອງ ອົງການຈັດຕັ້ງ Dalia Research, ມີ ສຳ ນັກງານ ທີ່ ນະຄອນຫຼວງ ແບ໋ກແລັງ (ສ ເຢຍລະມັນ) ໃນ 45 ປະ ເທດ ແລະ ເຂດແຄ້ວນໃນ 5 ທະວີບ: “ຫວຽດນາມ ມີອັດຕາສ່ວນ ພົນລະເມືອງ ເຊື່ອໝັ້ນຕໍ່ບັນດາມາດຕະການ ຮັບມື ກັບການ ແຜ່ ລະບາດ ໂຄວິດ-19 ຂອງ ລັດຖະບານ ສູງທ່ີສຸດໃນໂລກ”.
ບັນດາ “ນັກຮົບເສື້ອຂາວ” ຢູ່ແຖວໜ້າ ຂອງ ການຕ້ານການ ແຜ່ລະບາດ
ມີໜ້ອຍຄົນຮູ້ວ່າ ນັບແຕ່ວັນທີ 28 ທັນວາ 2019 ເມື່ອປາກົດຂໍ້ມູນ ກ່ຽວກັບໄວຣັດ ທີ່ກໍ່ໃຫ້ເກີດການ ແຜ່ລະບາດ ຢູ່ ເມືອງ ອູ່ຫັ້ນ, ຕົວ ແບບ ໄວຣັດນີ້ ໄດ້ຖືກສົ່ງມາ ຫວຽດນາມ, ຮສຈ.ປອ ເລທິກີ່ວນ ມາຍ, ຮອງຫົວໜ້າ ສະຖາບັນອະນາໄມ ແລະ ລະບາດວິທະຍາ ສູນກາງ ໄດ້ໃຫ້ຂໍ້ສັງເກດວ່າ: “ພວກຂ້າພະເຈົ້າ ກຳນົດເລີ່ມຕົ້ນ ການຕໍ່ສູ້ ກັບ ໄວຣັດ ໂຄໂຣນາ”. ດ້ວຍຄວາມມານະພະຍາຍາມ ເຮັດວຽກທັງເວັນ ແລະ ຄືນ, ພຽງສອງເດືອນ ຫຼັງຈາກນັ້ນ, ຮສຈ, ປອ ເລທິກີ່ວນມາຍ ແລະ ໝູ່ຄະນະ ສະຖາບັນອະນາໄມ ແລະ ລະບາດ ວິທະຍາສູນກາງ ໄດ້ປະສົບຜົນສໍາເລັດ ໃນການປູກເຊື້ອ, ແຍກເຊື້ອໄວຣັດ SARS-CoV-2; ຜົນສໍາເລັດດັ່ງກ່າວໄດ້ເປີດ ທາງ ໃຫ້ຫວຽດນາມ ເລືອກເຟັ້ນ ບັນດາວິທີການ ປິ່ນປົວ ທີ່ແທດ ເໝາະ, ນອກນັ້ນ ຈະສະໜອງ ບັນດາວັດຖຸດິບ ເພື່ອຂະຫຍາຍ ຕົວ ວັກຊີນ ກັນພະຍາດ ອີກດ້ວຍ. ເຫດການດັ່ງກ່າວໄດ້ WTO ຮັບຮອງ, ຫວຽດນາມ ເປັນປະເທດທີ 4 ໃນໂລກ ປະສົບຜົນສຳ ເລັດ ໃນການປູກເຊື້ອ, ແຍກເຊື້ອໄວຣັດ SARS-CoV-2.
ດຣ. ຫງວຽນຈຸງເກິບ, ຫົວໜ້າພະແນກສຸກເສີນ, ໂຮງໝໍ ພະຍາດ ເຂດຮ້ອນສູນກາງ ໄດ້ໃຫ້ຮູ້ວ່າ: “ເປັນທ່ີແນ່ນອນວ່າ ໄວຣັດນີ້ ແລະ ບັນດາຄົນເຈັບທີ່ຕິດເຊື້ອໄວຣັດ ນີ້ແມ່ນຄູ່ຕໍ່ສູ້ ທີ່ເປັນຕາຍ ຂອງ ພວກຂ້າພະເຈົ້າ”. ດຣ. ເກິບ ກ່າວອີກວ່າ: “ສິ່ງສຳຄັນທີ່ສຸດ ຂອງ ການຕ້ານ ການແຜ່ລະບາດ ແມ່ນບໍ່ໃຫ້ ໄວຣັດ ແຜ່ລະບາດເຂົ້າ ຫວຽດນາມ. ຖ້າເຂົ້າ ຫວຽດນາມ ແມ່ນບໍ່ໃຫ້ແຜ່ລະບາດ ໃນວົງ ກວ້າງ. ພວກຂ້າພະເຈົ້າ ພຽງປະຕິບັດໜ້າທີ່ ທີ 3 ຄືປິ່ນປົວ ໃຫ້ບັນ ດາຄົນເຈັບທີ່ ຕິດພະຍາດ ລະບາດ ໂຄວິດ-19. ຫວຽດນາມ ໄດ້ ປະຕິບັດ 2 ວຽກງານທຳອິດ ເປັນຢ່າງດີ, ເພາະສະນັ້ນ ຈໍານວນ ຄົນຈັບ ໜ້ອຍທີ່ສຸດ ເມື່ອທຽບກັບປະເທດອື່ນ, ດັ່ງນັ້ນ ພະຍາຍາມ ປິ່ນປົວ ໃຫ້ປະສົບຜົນສຳເລັດ”.
ບັນດາທ່ານໝໍປິ່ນປົວໃຫ້ຄົນເຈັບ ຜູ້ຕິດເຊື້ອໄວຣັດ Sars-CoV2 ສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນ ທ່ີຈະເອົາຊະນະ ຕໍ່ການແຜ່ລະບາດ ໂຄວິດ-19. ພາບ: ຫງວຽນຕ໋ຽນແອງຕ໋ວນ ຊຸດ ວິເຄາະ “SARS-CoV-2 "Made in Vietnam" ໄດ້ປະດິດສ້າງປະສົບຜົນສຳເລັດ. ພາບ: ກົງດາດ ![]() ວຽກງານພົ່ນຢາ ຂ້າເຊື້ອໄວຣັດ SARS - CoV2 ໄດ້ ດຳເນີນເປັນປະຈຳ ຢູ່ ບັນດາໂຮງໝໍ ປິ່ນປົວ ຄົນເຈັບທ່ີ ຕິດ ເຊື້ອພະຍາດໂຄວິດ-19 ໃນທົ່ວປະເທດ. ພາບ: ຫງວຽນຕ໋ຽນ ແອງຕ໋ວນ ![]() ເບິ່ງແຍງດູແລ ສຸຂະພາບ ໃຫ້ແກ່ ຄົນເຈັບທ່ີ ຕິດເຊື້ອ ພະຍາດໂຄວິດ-19 ຢູ່ໂຮງໝໍພະຍາດ ເຂດຮ້ອນສູນກາງ. ພາບ: ຫງອກແທ່ງ ແນະນໍາວິທີການ ຕ້ານການແຜ່ລະບາດໂຄວິດ-19 ໃຫ້ແກ່ ນັກສຶກສາ ມະຫາວິທະຍາໄລ ແພດສາດ ຮ່າໂນ້ຍ. ພາບ: ກົງດາດ ![]() ເຮັດວຽກຢ່າງລຽນຕິດ ເປັນເວລາ 4 ຊົ່ວໂມງ ພ້ອມກັບ ເຄື່ອງປ້ອງກັນຕົວ ຢູ່ເຂດກັກກັນ ມະຫາວິທະຍາໄລ FPT, ເທິງໃບໜ້າ ຂອງ ນັກວິຊາການ ວິເຄາະ ຫງວຽນແທງບິ່ງ (ມາ ຈາກ ສູນສາທາລະນະສຸກ ເມືອງ ນາມຕື່ລຽມ) ໄດ້ເປັນຮອຍ ຍ້ອນຜ້າອັດປາກ ແລະ ໝວກບັງໜ້າ. ພາບ: ຫງວຽນຕ໋ຽນ ແອງຕ໋ວນ ![]() ການເອົາຕົວແບບ ເພື່ອການວິເຄາະ ຫາເຊື້ອໄວຣັດ Sars-CoV2 ບັງຄັບໃຫ້ ນັກວິຊາການ ຕ້ອງມີຄວາມສຳຜັດ ໃກ້ ກັບໃບໜ້າ ຂອງ ຄົນເຈັບ ແຕ່ 0,3-0,5 ແມັດ. ການໃຊ້ ດິ້ວ ເອົາຕົວແບບ ຈາກລໍາຄໍ, ປາກ ແລະ ດັງ ເຮັດໃຫ້ ຜູ້ສົງໄສຕິດເຊື້ອໄວຣັດ SARS-CoV-2 ໄອ ຫຼື ຈາມໄດ້ງ່າຍ ຊຶ່ງ ໝາຍຄວາມວ່າ ນັກວິຊາການ ຕ້ອງຮັບເອົາ ລະອອງນໍ້າລາຍ ຈາກການໄອ ຫຼື ຈາມ ພົ້ງໃສ່ ໝວກບັງໜ້າ, ຖົງມື, ໂສ້ງເສື້ອ ນັບລ້ານ ໃນແຕ່ລະມື້. ເຂົາເຈົ້າເປັນຜູ້ ມີຄວາມສ່ຽງຕິດ ພະຍາດສູງທີ່ສຸດ. ພາບ: ຫງວຽນຕ໋ຽນແອງຕ໋ວນ ຄົນເຈັບຄົນໜຶ່ງ ໄດ້ຮັບການເບິ່ງແຍງດູແລ ເປັນພິເສດ ຢູ່ຫ້ອງແຮງດັນລົບ, ໂຮງໝໍພະຍາດ ເຂດຮ້ອນສູນກາງ. ພາບ: ຟອງເຊີນ ຜູ້ທ່ີຕິດເຊື້ອພະຍາດໂຄວິດ-19 ອາຍຸນ້ອຍກວ່າໝູ່ ຢູ່ ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີ ແລະ ອອກຈາກໂຮງ ໝໍ. ພາບ: ກົງດາດ ບັນດາຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ປິ່ນປົວຫາຍດີ ມີຄວາມປິຕິຍິນດີ ໃນມື້ໄດ້ອອກຈາກໂຮງໝໍ. ພາບ: ຟອງເຊີນ |
ໄລ່ເຖິງວັນທີ 28 ເມສາ 2020, ຫວຽດນາມ ມີ ຜູ້ຕິດພະຍາດ ໂຄ ວິດ-19 ຈໍານວນ 270 ຄົນ, ປິ່ນປົວຈົນຫາຍດີ 222 ຄົນ, ໃນອັນ ດັບ 96 ໃນໂລກ ກ່ຽວກັບ ການຕິດເຊື້ອໄວຣັດ SARS-CoV-2 ແລະ ເປັນໜຶ່ງໃນ 3 ປະເທດ ມີຜູ້ຕິດເຊື້ອຫຼາຍກວ່າ 200 ກໍລະນີ ແຕ່ບໍ່ມີຜູ້ເສຍຊີວິດ. |
ສ່ວນທ່ານໝໍ ລືວງວຽນຖັ໋ງ, ພະແນກຄວບຄຸມພະຍາດຕິດຕໍ່, ສະ ຖາບັນອະນາໄມ ແລະ ລະບາດວິທະຍາແຫ່ງຊາດ ໃຫ້ຮູ້ວ່າ ໃນ ເວລາຜ່ານມາ, ທ່ານ ແລະ ບັນດາເພື່ອນຮ່ວມງານ ຕ້ອງເຮັດວຽກ ຢ່າງໜັກ ທົບ 3 ເທົ່າ ເມື່ອທຽບກັບວັນທຳມະດາ. ສຳລັບສູນສຸກ ເສີນ 115 ຮ່າໂນ້ຍ, ນັບແຕ່ການແຜ່ລະບາດ ໂຄວິດ-19 ມາຮອດ ປັດຈຸບັນ, ບັນດາ “ນັກຮົບເສື້ອຂາວ” ຍາມໃດກໍຢູ່ໃນສະພາບ “ຍາດເວລາກິນ, ຍາດເວລານອນ”. ແຕ່ລະມື້ມີໂທລະສັບ ໂທເຂົ້າ ມາຫາທາງສູນ ກ່ວາ 1000 ຄັ້ງຕໍ່ວັນ ອັນໄດ້ເຮັດໃຫ້ ບັນດາ ລັດ ຖະກອນ ເຝົ້າຍາມ ບໍ່ຄ່ອຍມີຄາບກິນ ທີ່ສົມບູນ.
ໃນຊ່ວງການແຜ່ລະບາດ ຂອງ ໂຄວິດ-19, ຖັນແຖວແພດໝໍ ຂອງ ໂຮງໝໍ ແບ໋ກມາຍ ກຳລັງ ຢູ່ໃນໄລຍະກັກກັນ ຍ້ອນມີຄົນຕິດພະ ຍາດ ແລະ ໄດ້ສ້າງສິ່ງປະຕິຫານ ໃນການກູ້ເອົາຊີວິດ ແມ່ມານ ອາຍຸ 30 ປີ, ເກີດລູກຜູ້ທີ 3 ຊຶ່ງ ຖືກບົ່ງມະຕິ ຊ໊ອກ ເສຍເລືອດ, ອາໄວຍະວະຊຸດໂຊມ ຫຼັງການຜ່າຕັດພົກລູກ ຍ້ອນສາຍ ແຫ່ລອກ ກ່ອນກຳນົດ, ຍັງບໍ່ທັນນັບເຖິງ ການອຸດຕັນ ສາຍຖົງນໍ້າຄາວປາ, ຫົວໃຈຢຸດເຕັ້ນເປັນເວລ 120 ນາທີ ແຕ່ບໍ່ສົ່ງຜົນສະທ້ອນ ຕໍ່ສະ ໝອງ.
ບັນດາຄວາມໃນໃຈຂອງ ທ່ານໝໍ ເກິບ, ທ່ານໝໍ ຮຸ່ງ, ທ່ານໝໍ ຖັ໋ງ ແລະ ສິ່ງປະຕິຫານ ຢູ່ໂຮງໝໍ ແບ໋ກມາຍ ເປັນຕົວແທນໃຫ້ແກ່ ພະ ນັກງານ, ລັດຖະກອນສາທານະນະສຸກ ພ້ອມກັບ ທົ່ວປວງ ຊົນທັງ ຊາດ ຫວຽດນາມ ຕັດສິນໃຈ ຍູ້ຖອຍ ແລະ ເອົາຊະນະ ການລະ ບາດ ເຊື້ອພະຍາດ ໂຄວິດ-19.
"ຫວຽດນາມ ໄດ້ສະແດງໃຫ້ເຫັນນໍ້າໃຈ ການເປັນຜູ້ນຳ ທ່ີເຂັ້ມ ແຂງ ແຕ່ຂັ້ນ ນາຍົກລັດຖະມົນຕີ, ຊຸກຍູ້ກົນໄກຕອບໂຕ້ ຕໍ່ການ ແຜ່ລະບາດ ຂອງ ໂຄວິດ-19. ຈາກສິ່ງທີ່ພວກຂ້າພະເຈົ້າ ຮັບຮູ້ ໄດ້, ຫວຽດນາມ ໄດ້ວາງອອກ ບັນດາແຜນການທີ່ສອດຄ່ອງ ແລະ ປະຕິບັດ ໄປຕາມສິ່ງທີ່ຄາດຄະເນລ່ວງໜ້າ ໃນແຕ່ລະໄລຍະ"
ທ່ານ Takeshi Kasai - ຜູ້ ອຳນວຍການ ເຂດຕາເວັນຕົກ ປາຊີ ຟິກ ຂອງ WHO
|
ບົດ: ຟອງທູ - ພາບ: ຫງວຽນຕ໋ຽນແອງຕ໋ວນ, ກົງດາດ, ຟອງເຊີນ, ກວັກຫວຽດ, ຫງອກແທ່ງ ແລະ ແທງຢາງ