ງານບຸນແມ່ນເຫດການວັດທະນະທຳປະຈຳປີ ໂດຍບັນດາທ້ອງຖິ່ນມີເສັ້ນຊາຍແດນຮ່ວມພັດປ່ຽນກັນຈັດຂຶ້ນ.
ມີຫຼາຍການເຄື່ອນໄຫວທີ່ຈະໄດ້ຈັດຂຶ້ນໃນງານບຸນ (ພາບ: ຄະນະຈັດງານບຸນ)
ງານບຸນໂຍນໝາກຄອນ 3 ປະເທດ ຫວຽດນາມ - ລາວ - ຈີນ ຄັ້ງທີ 4 ຈະຈັດຂຶ້ນຢູ່ຕາແສງ ດ້ຽນບຽນຝູ, ແຂວງ ດ້ຽນບຽນ ແຕ່ວັນທີ 19 – 21 ທັນວາ. ນີ້ແມ່ນຂໍ້ມູນໂດຍພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດ້ຽນບຽນ ປະກາດ.
ງານບຸນແມ່ນເຫດການວັດທະນະທຳປະຈຳປີ ໂດຍບັນດາທ້ອງຖິ່ນມີເສັ້ນຊາຍແດນຮ່ວມພັດປ່ຽນກັນຈັດຂຶ້ນ. ນີ້ແມ່ນການເຄື່ອນໄຫວມີຄວາມໝາຍດ້ານການເມືອງ, ການທູດສຳຄັນ, ປະກອບສ່ວນເພີ່ມນ້ຳໃຈສາມັກຄີ, ເປີດກວ້າງການພົບປະແລກປ່ຽນ, ໂຄສະນາວັດທະນະທຳ ແລະ ຊຸກຍູ້ການຮ່ວມມືພັດທະນາແບບຍືນຍົງລະຫວ່າງ 3 ປະເທດ.
ມີຫຼາຍການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາ ແລະ ທ່ອງທ່ຽວທີ່ເປັນເອກະລັກສະເພາະຈະໄດ້ຈັດຂຶ້ນໃນ 3 ວັນບຸນ, ຄື: ງານພົບປະແລກປ່ຽນສະແດງສິລະປະ, ສະແດງຊຸດອາພອນຊົນເຜົ່າຂອງບັນດາຄະນະຜູ້ແທນ; ເຂດວາງສະແດງ, ໂຄສະນາຜະລິດຕະພັນວັດທະນະທຳ ທ່ອງທ່ຽວ; ງານວາງສະແດງຢູ່ເຂດ ຕະຫຼາດ ເມື່ອງແທັງ…
(ແຫຼ່ງຄັດຈາກ VOV)