• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອ​ງ​ທັບ​ປະ​ຊາ​ຊົນ​ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ພາຍ​ໃຕ້​ທຸງ​ພັກ​​ສະ​ຫງ່າງາມ

"ກອງທັບປະຊາຊົນກ້າວເດີນຢ່າງໝັ້ນແກ່ນພາຍໃຕ້ທຸງພັກສະຫງ່າງາມ" ນີ້ແມ່ນຫົວຂໍ້ຂອງບົດຂຽນໃນວັນທີ 21 ທັນວາຂອງທ່ານເລຂາທິການໃຫຍ່ ໂຕເລິມ ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2025).
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມໃຫຍ່ຜູ້ແທນ ຄະນະພັກການທະຫານຄັ້ງທີ 12 ຢູ່ຮ່າໂນ້ຍ

ບົດຂຽນໄດ້ຢັ້ງຢືນວ່າໃນຕະຫຼອດໄລຍະແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່, ກອງທັບຫວຽດນາມ ແມ່ນກຳລັງຫຼັກແຫຼ່ງພ້ອມກັບທົ່ວພັກ, ທົ່ວປວງຊົນສ້າງຂຶ້ນຫຼາຍວິລະກຳອັນຍິ່ງໃຫຍ່ ໃນພາລະກິດແຫ່ງການກໍ່ສູ້ປົດປ່ອຍຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.

ໄຊຊະນະນັ້ນແມ່ນເຕົ້າໂຮມຈາກຫຼາຍປັດໄຈ, ໃນນັ້ນ ການຊີ້ນຳນຳພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ ຕໍ່ກອງທັບແມ່ນປັດໄຈມີຄວາມໝາຍຕັດສິນ. ບົດຂຽນ ໄດ້ເນັ້ນໜັກວ່າ ເພື່ອສືບຕໍ່ຮັກສາຢ່າງໝັ້ນແກ່ນ, ເສີມຂະຫຍາຍບົດບາດຂອງກອງທັບໃນການກໍ່ສ້າງ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນສະໄໝໃໝ່, ຄະນະພັກການທະຫານ ແລະ ທົ່ວກອງທັບຕ້ອງສຸມໃສ່ປະຕິບັດ 4 ໜ້າທີ່ຈຸດສຸມ, ຫຼັກແຫຼ່ງ.

ສິ້ນສຸດບົດຂຽນ, ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ: ໂດຍມີຄວາມເອກອ້າງທະນົງໃຈຕໍ່ໝູນເຊື້ອອັນສະຫງ່າລາສີໃນໄລຍະ 81 ປີຂອງກອງທັບປະຊາຊົນ ຫວຽດນາມ ວິລະຊົນ, ພັກ, ລັດ ແລະ ປະຊາຊົນຍາມໃດກໍ່ເຊື່ອໝັ້ນວ່າ ກອງທັບຈະສືບຕໍ່ເສີມຂະຫຍາຍຄຸນທາດອັນດີງາມ, ສ້າງກອງທັບປະຊາຊົນປະຕິວັດ, ເປັນກອງຫຼວງ, ທັນສະໄໝ, ປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນ, ຍອດຢ້ຽມ, ປະກອບສ່ວນສ້າງປະເທດຊາດແຫ່ງສັນຕິພາບ, ຮັ່ງມີເຂັ້ມແຂງ, ຜາສຸກໃນສັງກາດໃໝ່ຂອງຊາດ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.

Top