ກ່ອນໜ້ານັ້ນ, ວັນທີ 03 ສິງຫາ, ກອງ K39 ໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 7 ຊຸດຢູ່ບານ ເຕິນລອງ, ຕາແສງ ຈີລັງ, ແຂວງ ອານຢາງ.
ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ທ້ອນໂຮມໃນບໍລິເວນແຂວງ ອານຢາງ (ພາບປະກອບ: VNA)
ຕອນເຊົ້າວັນທີ 08 ສິງຫາ, ກອງ K39 (ຫ້ອງການການເມືອງ, ກອງບັນຊາການທະຫານແຂວງ ອານຢາງ) ຫາກໍ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 4ຊຸດ ຢູ່ເຂດບ້ານ ໂຕທ້ວນ, ຕາແສງ ຈີໂຕນ, ແຂວງ ອານຢາງ. ສະນັ້ນ, ໄລ່ຮອດຕົ້ນປີ ສິງຫາ ມາຮອດປະຈຸບັນ, ກອງ K39 ໄດ້ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 11 ຊຸດໃນບໍລິເວນແຂວງ.
ພາຍຫຼັງໄດ້ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 4 ອັດຖິນັ້ນ, ກອງ K39 ດຳເນີນບັນດາລະບຽບການຕາມຂໍ້ກຳນົດ, ເກັບຮັກສາຢ່າງລະອຽດລະອໍ, ພ້ອມກັນນັ້ນ ສືບຕໍ່ຢັ້ງຢືນ, ປຽບທຽບບັນດາແຫຼ່ງຂໍ້ມູນກ່ຽວຂ້ອງເພື່ອຢັ້ງຢືນຊື່ ແລະ ນາມສະກຸ່ນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ເປີດກວ້າງເຂດຊອກຫາ.
ກ່ອນໜ້ານັ້ນ, ວັນທີ 03 ສິງຫາ, ກອງ K39 ໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 7 ຊຸດຢູ່ບານ ເຕິນລອງ, ຕາແສງ ຈີລັງ, ແຂວງ ອານຢາງ.
(ແຫຼ່ງຄັດຈາກ VOV)