• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ໃຫຍ່​ສະ​ໄໝ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ແມ່ນ​ຂີດ​ໝາຍ​ໃໝ່​ໃນ​ປະ​ຫວັດ​ສາດ​ພັກ​ກອ​ມມູ​ນິດ ຫວຽດ​ນາມ

ເມື່ອກ່າວຄຳເຫັນອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກກອມນູນິດ ຫວຽດນາມ, ຕອນບ່າຍວັນທີ 23 ມັງກອນ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ກອງປະຊຸມໃຫຍ່ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ສ້າງຂີດໝາຍໃໝ່ໃນປະຫວັດສາດພັກກອມມູນິດ ຫວຽດນາມ ແລະ ປະຫວັດສາດອັນສະຫງ່າອົງອາດຂອງຊາດ ຫວຽດນາມ.
  ບັນດາຜູ້ແທນເຂົ້າຮ່ວມວາລະອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບ:daihoidangtoanquoc.vn)  

ກອງປະຊຸມໃຫຍ່ໄດ້ຮັບຮອງເອົາເອກະສານສະບັບຕ່າງໆໂດຍຄະນະບໍລິຫານງານສູນກາງພັກສະໄໝທີ XIII ຍື່ນສະເໜີ. ກອງປະຊຸມກໍໄດ້ປຶກສາຫາລື ແລະ ຮັບຮອງເອົາບັນດາແຜນນະໂຍບາຍ, ນະໂຍບາຍຊີ້ຂາດ ແລະ ບັນດາທິດທາງໃຫຍ່, ບັນດາໜ້າທີ່ຈຸດສຸມ, ບັນດາບຸກທະລຸຍຸດທະສາດເພື່ອສ້າງສາ, ພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ ແລະ ປົກປົກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ ໃນສະພາບການໃໝ່. ໃນນັ້ນ ກຳນົດ: ການພັດທະນາເສດຖະກິດ - ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມແມ່ນໃຈກາງ; ກໍ່ສ້າງພັກແມ່ນແກ່ນສານ; ພັດທະນາວັດທະນະທຳ, ມະນຸດເປັນພື້ນຖານ; ເພີ່ມທະວີວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຍູ້ແຮງການພົວພັນຕ່າງປະເທດ, ເຊື່ອມໂຍງແມ່ນສຳຄັນຈຳເປັນ ແລະ ປະຈຳ. ບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນແຫ່ງຊາດແມ່ນກຳລັງໜູນໃຈກາງຂອງການພັດທະນາ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

“ຈິດໃຈ “ຢຶດໝັ້ນ” ແມ່ນຈັນຍາບັນການເມືອງ, ແມ່ນການສືບຖອດມູນເຊື້ອປະຫວັດສາດ ແລະ ບັນດາບົດຮຽນຈາກຂະບວນວິວັດປ່ຽນແປງໃໝ່, ແມ່ນຄຳໝັ້ນສັນຍາຢ່າງແຮງຂອງພັກໃນບໍ່ວ່າສະພາບການໃດກໍລ້ວນແຕ່ຢຶດໝັ້ນກັບເປົ້າໝາຍເອກະລາດຊົນຊາດ ຕິດພັນກັບສັງຄົມນິຍົມ, ຢຶດໝັ້ນກັບເສັ້ນທາງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ຍາມໃດກໍຖືຜົນປະໂຫຍດແຫ່ງຊາດ, ຂອງຊາດເໜືອກວ່າສິ່ງໃດໝົດ, ຖືຄວາມອີ່ມໜຳສຳລານສົມບູນພູນສຸກຂອງປະຊາຊົນຢູ່ໃຈກາງ. ຈິດໃຈ “ປ່ຽນແປງໃໝ່” ແມ່ນຄຳຮຽກຮ້ອງທີ່ມີລັກສະນະແຫ່ງຍຸກສະໄໝ. ບໍ່ປ່ຽນແປງໃໝ່, ປະຕິຮູບ ຈະບໍ່ສາມາດບຸກທະລຸ, ບໍ່ສາມາດແກ້ງແຍ້ງ ແລະ ພັດທະນາໄດ້. ຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ປ່ຽນແປງໃໝ່ຮູບແບບພັດທະນາ, ຮູບແບບການເຕີບໂຕ, ປ່ຽນແປງໃໝ່ແບບວິທີຈັດຕັ້ງປະຕິບັດ, ເພື່ອໃຫ້ແນວທາງອັນຖືກຕ້ອງກາຍເປັນໝາກຜົນລະອຽດໃນຊີວິດ”.

ຄະນະບໍລິຫານງານສູນກາງພັກສະໄໝທີ XIV ສະເໜີຕົວຕໍ່ກອງປະຊຸມໃຫຍ່ (ພາບ: daihoidangtoanquoc.vn)

ຕາມທ່ານເລຂາທິການໃຫຍ່ ໂຕເລິມ ແລ້ວ, ອີກຄັ້ງໜຶ່ງ ກອງປະຊຸມໃຫຍ່ຢັ້ງຢືນສັດຈະທຳທີ່ວ່າ: ການນຳພາຂອງພັກແມ່ນປັດໄຈຕັດສິນທຸກໄຊຊະນະໃນການປະຕິວັດ ຫວຽດນາມ; ແນວທາງປ່ຽນແປງໃໝ່ຂອງພັກແມ່ນຖືກຕ້ອງ, ມີປະດິດຄິດສ້າງ, ສອດຄ່ອງກັບກົດເກນພາວະວິໄສ. ທ່ານກ່າວວ່າ:

        “ກອງປະຊຸມໃຫຍ່ປະສົບຜົນສຳເລັດຢ່າງຈົບງາມໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນ, ເຈດຈຳນົງ, ຄວາມຕັດສິນໃຈ ແລະ ວິໄສທັດພັດທະນາໃໝ່ຂອງປະເທດເຮົາ. ດ້ວຍຄວາມສາມັກຄີ ແລະ ບັນຍາກາດຕັດສິນໃຈຂອງກອງປະຊຸມໃຫຍ່; ດ້ວຍບັນດານະໂຍບາຍຊີ້ຂາດໃຫຍ່ໄດ້ຮັບຮອງເອົາ; ດ້ວຍຄວາມເປັນເອກະພາບທາງດ້ານເຈດຈຳນົງ ແລະ ການກະທຳຂອງທົ່ວພັກ; ດ້ວຍກຳລັງແຮງຂອງປະຊາຊົນ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ແນ່ນອນວ່າ ພວກເຮົາຈະປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XIV ຢ່າງມີໄຊ.”./.

(ແຫຼ່່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດລາວ, ປະທານປະເທດແຫ່ງ ສປປ. ລາວ ພ້ອມດ້ວຍພັນລະຍາ ຈະເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ລະຫວ່າງວັນທີ 26 - 27 ມັງກອນ.

Top