• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ: ຫວຽດ​ນາມ ສວມ​ບົດ​ບາດ​ສຳ​ຄັນ​ປະ​ກອບ​ສ່ວນ​ສ້າງ​ສັນ​ຕິ​ພາບ

ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ບົດບາດຂອງ ຫວຽດນາມ ແລະ ຍີ່ປຸ່ນ ໃນການຮ່ວມມືພ້ອມກັນປະກອບສ່ວນສ້າງສັງກາດໃໝ່ຍິ່ງນັບມື້ນັບມີຄວາມສຳຄັນ ແລະ ພັກກອມມູນິດ ຫວຽດນາມ ພວມສວມບົດບາດແກ່ນສານນີ້.
ທ່ານ Yamaguchi Tsuyoshi, ຫົວໜ້າຄະນະສາກົນ ພັກປະຊາທິປະໄຕອິດສະຫຼະ ຍີ່ປຸ່ນ (ພາບ: TTXVN)

ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ພວມດຳເນີນຢູ່ ຮ່າໂນ້ຍ, ທ່ານ Yamaguchi Tsuyoshi, ຫົວໜ້າຄະນະສາກົນ ພັກປະຊາທິປະໄຕອິດສະຫຼະ (LDP) ຍີ່ປຸ່ນ ຕີລາຄາວ່າ ພັກກອມມູນິດ ຫວຽດນາມ ສວມບົດບາດສຳຄັນທີ່ສຸດໃນການປະກອບສ່ວນສ້າງສັນຕິພາບ, ເພາະວ່າມີສັນຕິພາບ ຈຶ່ງມີຄວາມວັດທະນາຖາວອນ. ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ບົດບາດຂອງ ຫວຽດນາມ ແລະ ຍີ່ປຸ່ນ ໃນການຮ່ວມມືພ້ອມກັນປະກອບສ່ວນສ້າງສັງກາດໃໝ່ຍິ່ງນັບມື້ນັບມີຄວາມສຳຄັນ ແລະ ພັກກອມມູນິດ ຫວຽດນາມ ພວມສວມບົດບາດແກ່ນສານນີ້. ທ່ານ Yamaguchi Tsuyoshi ຫວັງວ່າ ຍີ່ປຸ່ນ ຈະສ້າງບັນດາຈຸດເຊື່ອມຕໍ່ໂດຍກົງກັບບັນດາການນຳຂອງພັກກອມມູນິດ ຫວຽດນາມ ໂດຍໄວ, ເພື່ອພ້ອມກັນປະກອບສ່ວນສ້າງສັນຕິພາບ ແລະ ຄວາມວັດທະນາຖາວອນໃຫ້ແກ່ພາກພື້ນ.

  ທ່ານ Benjamin Pestieau, ຮອງເລຂາທິການໃຫຍ່ພັກແຮງງານ ແບນຊິກ (ພາບ: TTXVN)  

ໃນຂະນະນັ້ນ, ທ່ານ Benjamin Pestieau, ຮອງເລຂາທິການໃຫຍ່ພັກແຮງງານ ແບນຊິກ (PTB) ເນັ້ນໜັກວ່າ ຫວຽດນາມ ສືບຕໍ່ກາຍເປັນແຮງບັນດານໃຈສຳລັບຫຼາຍປະເທດ ຍ້ອນເສັ້ນທາງພັດທະນາມີສີສັນເປັນເອກະລັກສະເພາະ; ຫວຽດນາມ ປະສານສົມທົບຢ່າງກົມກຽວລະຫວ່າງການເຕີບໂຕເສດຖະກິດກັບການພັດທະນາມະນຸດ, ຫຼຸດຜ່ອນຄວາມທຸກຍາກ, ຮັກສາຄວາມເປັນເຈົ້າຍຸດທະສາດ ແລະ ເປັນເຈົ້າການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງໃນລະບົບມູນຄ່າທົ່ວໂລກ.

 ໂດຍສືບຕໍ່ລາຍການເຮັດວຽກໃນຕອນເຊົາວັນທີ 20 ມັງກອນ ທີ່ກອງປະຊຸມ, ທ່ານ ເຈິ່ນເກີມຕູ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ນຳສະເໜີບົດລາຍງານສຳຫຼວດຄືນການຊີ້ນຳ, ນຳພາຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII.

ຕອນບ່າຍວັນທີ 20 ມັງກອນ, ກອງປະຊຸມໃຫຍ່ສືບຕໍ່ເຮັດວຽກ. ບັນດາຜູ້ແທນເຮັດວຽກຢູ່ໜ່ວຍງານ, ປຶກສາຫາລືກ່ຽວກັບບັນດາເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ແນວ​ທາງ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບຫຼາຍ​ແບບ

ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ແນວ​ທາງ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບຫຼາຍ​ແບບ

ທ່ານນາງ ເລທິທູຮັ່ງ ປາດຖະໜາວ່າບັນດາເອກອັກຄະລັດຖະທູດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຜັນຂະຫຍາຍບັນດາຈຸດສຸມໃນການຮ່ວມມືເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືດ້ານເສດຖະກິດເລິກເຊິ່ງກ່ວາອີກ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່.

Top