• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ: ສ້າງເສັ້ນທາງພັດ​ທະ​ນາ​ປະ​ເທດ​ຊາດໄລຍະຕໍ່ໄປ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ດ້ວຍທິດນຳ “ສາມັກຄີ ປະຊາທິປະໄຕ ລະບຽບວິໄນ ບຸກທະລຸ ພັດທະນາ” ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ເປີດວິໄສທັດຍຸດທະສາດໃຫ້ແກ່ເສັ້ນທາງແຫ່ງການພັດທະນາແບບຍືນຍົງຂອງຊາດ. ເຫດການການເມືອງສຳຄັນພິເສດນີ້ ສ້າງບ້າດກ້າວເດີນຍຸດທະສາດໃນວິວັດການພັດທະນາຂອງປະເທດຊາດ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີອັດກອງປະຊຸມໃຫຍ່ (ພາບ: TTXVN)

ກອງປະຊຸມໃຫຍ່ສຳເລັດທຸກເນື້ອໃນລາຍການພາຍຫຼັງ 5 ວັນເຮັດວຽກ (19 - 23/1), ກ່ອນແຜນດຳເນີນ  1ວັນເຄິ່ງ. ເລື່ອງກອງປະຊຸມໃຫຍ່ປະຕິບັດສຳເລັດທຸກໂຄງການດຳເນີນງານ, ບູລະນະກົງຈັກການນຳໃຫ້ສົມບູນແບບ ແລະ ຮັບຮອງເອົາມະຕິກອງປະຊຸມໃຫຍ່ໄດ້ສົ່ງສານຢ່າງຈະແຈ້ງກ່ຽວກັບສະຖຽນລະພາບດ້ານການເມືອງ, ຄວາມເປັນເອກະພາບພາຍໃນກຸ່ມ, ກໍ່ຄືຄວາມຕັດສິນໃຈສືບຕໍ່ປະຕິຮູບ ແລະ ພັດທະນາໃນໄລຍະໃໝ່.

ກຳນົດບັນດານະໂຍບາຍຊີ້ຂາດມີລັກສະນະ ບຸກທະລຸ

ຄວາມໝາຍເລິກເຊິ່ງຂອງກອງປະຊຸມໃຫຍ່ຄັ້ງທີ XIV ນອນຢູ່ຄວາມຮັບຜິດຊອບປະຫວັດສາດກຳນົດບັນດານະໂຍບາຍຊີ້ຂາດທີ່ມີລັກສະນະ ບຸກທະລຸ ເພື່ອປະຕິບັດສຳເລັດສອງເປົ້າໝາຍຍຸດທະສາດ 100  ປີຂອງປະເທດຊາດ.

ກອງປະຊຸມໃຫຍ່ໄດ້ຍົກອອກບັນດາເປົ້າໝາຍຢ່າງຈະແຈ້ງຄື: ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ພັດທະນາປະເທດຊາດໂດຍໄວ ແລະ ຍືນຍົງ, ປັບປຸງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ຢ່າງຮອບດ້ານ; ເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກ້າວເຂົ້າສູ່ສັງກາດໃໝ່ຂອງຊາດຢ່າງໝັ້ນແກ່ນ; ປະຕິບັດເປົ້າໝາຍຈົນຮອດປີ 2030 ກາຍເປັນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງຢ່າງມີໄຊ, ຫັນວິໄສທັດຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ເປັນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສິວີໄລ, ຜາສຸກໃຫ້ປະກົດຜົນເປັນຈິງ. ເອກະສານຂອງກອງປະຊຸມໃຫຍ່ໄດ້ວາງເປົ້າໝາຍການເຕີບໂຕ GDP ສະເລ່ຍໄລຍະ 2026-2030 ບັນລຸລະດັບ 10%/ປີ ຂຶ້ນໄປ, GDP ສະເລ່ຍຕໍ່ຫົວຄົນໃນປີ 2030 ບັນລຸປະມານ 8.500 USDຕໍ່ປີ.

ກອງປະຊຸມໃຫຍກຳນົດ 12 ການກຳນົດທິດ, 6 ໜ້າທີ່ຈຸດສຸມ, 3 ບາດກ້າວບຸກທະລຸຍຸດທະສາດກ່ຽວກັບລະບອບລະບຽບການ ແລະ ການປະຕິບັດ, ບຸກຄະລາກອນ, ພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ.

ໃນບັນດາເນື້ອໃນກຳນົດຍຸດທະສາດມີການສ້າງລະບອບລະບຽບກາພັດທະນາ ແລະ ລັດແຫ່ງກົດໝາຍສັງຄົມນິຍົມໃຫ້ສົມບູນແບບ, ກຳນົດຮູບແບບການເຕີບໂຕໃໝ່; ເພີ່ມທະວີກຳລັງແຮງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ເສີມຂະຫຍາຍພື້ນຖານກຳລັງແຮງຂອງຊາດ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ບັນດາຮູບແບບການເຕີບໂຕໃໝ່ແມ່ນ ເຂັ້ມຊີ້ທິດ ໃຫ້ແກ່ການພັດທະນາແບບຍືນຍົງໂດຍກອງປະຊຸມໃຫຍ່ວາງອອກ: ເສດຖະກິດພູມປັນຍາ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ. ເສດຖະກິດແຫ່ງລັດຮັກສາບົດບາດຫຼັກແຫຼ່ງໃນການຮັກສາມະຫາພາກເປັນປົກກະຕິ ແລະ ກຳນົດທິດຍຸດທະສາດ. ເສດຖະກິດເອກະຊົນແມ່ນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດ, ຕ້ອງຮັບປະກັນສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ ແລະ ສະພາບແວດລ້ອມການແກ້ງແຍ້ງທີ່ໂປ່ງໄສ. ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນໃນພິທີອັດກອງປະຊຸມໃຫຍ່ວ່າ:

“ເອກະສານໄດ້ຮັບຮອງເອົາຢູ່ ກອງປະຊຸມໃຫຍ່ຄັ້ງທີ XIV ແມ່ນການສະສົມພູມປັນຍາ, ເຈດຈຳນົງ, ຈິນຕະນາການປ່ຽນແປງໃໝ່, ຄາດຫວັງບືນຕົວຂຶ້ນ ແລະ ຄວາມຕັດສິນໃຈຢ່າງໃຫຍ່ຫຼວງຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບໃນການກໍ່ສ້າງ, ພັດທະນາ ແລະ ປົກປັກຮັກສາປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ເອກະສານກອງປະຊຸມໃຫຍ່ໄດ້ວາງອອກບັນດາໜ້າທີ່ຍິ່ງໃຫຍ່, ສຳຄັນ; ທັງມີລັກສະນະຮີບດ່ວນ, ທັງມີລະດັບຍຸດທະສາດຍາວນານ; ສະແດງໃຫ້ເຫັນຄວາມເປັນເອກະພາບເຈດຈຳນົງຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຕັດສິນໃຈປະຕິບັດໃຫ້ໄດ້ເປົ້າໝາຍອັນສູງສົ່ງທີ່ໄດ້ຍົກອອກໃນບົດລາຍງານການເມືອງ.”

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝ XIV (ພາບ: TTXVN)

ຮ່ວມແຮງຮ່ວມໃຈນຳປະເທດຊາດພັດທະນາ

ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝ XIV ລວມມີ 200  ສະຫາຍ. ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝ XIV ໄດ້ເຫັນດີເປັນເອກະພາບ ເລືອກຕັ້ງທ່ານ ໂຕເລິມ ເລຂາທິໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝ XIII ສືບຕໍ່ດຳລົງຕຳແໜ່ງ ເລຂາທິໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝ XIV. ໝາກຜົນນີ້ສ່ອງແສງໃຫ້ເຫັນຄວາມເປັນເອກະພາບຢູ່ລະດັບສູງພາຍໃນພັກກອມມູນິດ ຫວຽດນາມ, ປະກອບສ່ວນຮັບປະກັນລັກສະນະເປັນປົກກະຕິ ແລະ ສືບທອດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການນຳພາໃນສະພາບການ ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່. ທ່ານ ຟ້າມຮ່ວາງເຊີນ, ປະທານຄະນະກຳມະການປະຊາຊົນແຂວງ ບັກນິງ ໃຫ້ຮູ້ວ່າ:

“ສືບທອດຈິດໃຈກອງປະຊຸມໃຫຍ່, ພວກຂ້າພະເຈົ້າສືບຕໍ່ສ້າງລະບອບລະບຽບການ ແລະ ໂຄງປະກອບພື້ນຖານໂຄງລ່າງເສດຖະກິດ, ສັງຄົມໃຫ້ສົມບູນແບບ ເພື່ອເປີດເສັ້ນທາງໃຫ້ການພັດທະນາ, ເປັນຕົ້ນແມ່ນພື້ນຖານໂຄງລ່າງຄົມມະນາຄົມຫຼາຍພາຫະນະ, ພື້ນຖານໂຄງລ່າງດີຈີຕອນ, ພື້ນຖານໂຄງລ່າງຂໍ້ມູນ. ພິເສດຕ້ອງຍູ້ໄວຄວາມຄືບໜ້າການລົງທຶນ, ພັດທະນາທ່າອາກາດສະຍານສາກົນ ຢາບິ່ງ. ພ້ອມກັບບັນດາພື້ນຖານໂຄງລ່າງເຂດອຸດສາຫະກຳ, ເຂດອຸດສາຫະກຳພື້ນຖານໂຄງລ່າງດີຈີຕອນ, ພື້ນຖານໂຄງລ່າງຂໍ້ມູນ, ພື້ນຖານໂຄງລ່າງຕົວເມືອງ”.

ທ່ານຫງວຽນຮ່ວາງຢາງ, ປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງຫງາຍ, ຢັ້ງຢືນວ່າ:

“ກ໋ວາງງາຍກຳນົດອຸດສາຫະກຳແມ່ນກຳລັງໜູນສຳຄັນທີ່ສຸດ. ໃນໄລຍະຈະມາເຖິງ, ເສົາຄ້ຳຍັງແມ່ນເຂດກັ່ນຕອງນ້ຳມັນ ບິ່ງເຊີນ, ເຂດເສດຖະກິດຢຸງກວັດ ແລະ ບັນດາຂະແໜງອຸດສາຫະກຳສະໜັບສະໜູນ, ບັນດາຂະແໜງອຸດສາຫະກຳລົງເລິກອື່ນໆ. ແລະ ຢັ້ງຢືນວ່າ ແຂວງກວ໋າງຫງ໋າຍຈະສູ້ຊົນກາຍເປັນຂົ້ວເຕີບໂຕສຳຄັນຂອງເຂດພາກກາງ, ໄຕງວຽນຂອງປະເທດຊາດ.”

ຈິດໃຈລຸລວງໃນຕະຫຼອດກອງປະຊຸມໃຫຍ່ຄັ້ງທີ XIV ແມ່ນ: ເປັນເຈົ້າດ້ານຍຸດທະສາດ, ກຳແໜ້ນກາລະໂອກາດ, ຮ່ວມແຮງຮ່ວມໃຈ, ຜ່ານຜ່າທຸກສິ່ງທ້າທາຍ, ປຸກລຸກຄາດຫວັງພັດທະນາຢ່າງແຮງ, ຫັນເຈດຈຳນົງກາຍເປັນການກະທຳ; ຫັນນະໂຍບາຍຊີ້ຂາດກາຍເປັນໝາກຜົນລະອຽດ, ເວົ້າໄປຄຽງຄູ່ກັບການປະຕິບັດ, ປະຕິບັດໃຫ້ຖືກຕ້ອງ, ທັນທີ, ຂ້ຽວຂາດ, ປະຕິບັດຈົນສຳເລັດ ແລະ ປະຕິບັດຢ່າງມີປະສິດທິຜົນ. ດ້ວຍທີ່ຕັ້ງບົດບາດ ແລະ ກຳລັງແຮງໃໝ່, ໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ປຸກລຸກຄວາມເຊື່ອໝັ້ນ, ສະສົມເຈດຈຳນົງ, ເພີ່ມຄວາມເຊື່ອໝັ້ນຕໍ່ຄາດຫວັງນຳປະເທດຊາດກ້າວເຂົ້າສູ່ສັງກາດພັດທະນາຢ່າງຟົດຟື້ນ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ.

Top