• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຸດຍອດ APEC ແລະ ບັນ​ດາ​ກອງ​ປະ​ຊຸມ​ຈຸດ​ສຸມ

ກອງປະຊຸມບັນດາການນຳເສດຖະກິດ APEC ແມ່ນເຫດການຫຼັກຂອງສັບປະດາສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ປີນີ້ ຢູ່ສ.ເກົາລີ ເຊິ່ງດຶງດູດຄວາມສົນໃຈຂອງທົ່ວໂລກ ເມື່ອການນຳບັນດາພື້ນຖານເສດຖະກິດແຖວໜ້າໂລກ, ໃນນັ້ນມີທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຈະມີການພົບປະສຳຄັນ.

ສັບປະດາສຸດຍອດ APEC ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 27 ຕຸລາ ຢູ່ Gyeongju, ສ.ເກົາຫຼີ ດ້ວຍກອງປະຊຸມສະຫຼຸບບັນດາເຈົ້າໜ້າທີ່ອາວຸໂສ (CSOM).  ເຫດການສືບຕໍ່ຈາກກອງປະຊຸມລັດຖະມົນຕີ APEC (AMM)  ແລະ ພິເສດແມ່ນກອງປະຊຸມບັນດາການນຳເສດຖະກິດ APEC - ເຫດການຫຼັກຂອງສັບປະດາ ທີ່ໄດ້ດຳເນີນແຕ່ວັນທີ 31 ຕຸລາ ຫາວັນທີ 1 ພະຈິກ.

ບັນດາການພົບປະສຳຄັນ

ສັບປະດາດສຸດຍອດ APEC ປີນີ້ໄດ້ດຳເນີນໃນສະພາບການພິເສດ. ນີ້ແມ່ນກອງປະຊຸມສຸດຍອດທຳອິດຂອງການນຳ 21 ພື້ນຖານເສດຖະກິດ APEC ນັບແຕ່ເວລາທ່ານ Donald Trump ກັບຄືນດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ ອາຍຸການທີສອງ ເມື່ອຕົ້ນປີນີ້ ແລະ ຍົກອອກບັນດານະໂຍບາຍພາສີອາກອນທີ່ມີຜົນກະທົບຢ່າງແຮງຕໍ່ຄວາມເປັນລະປຽບຮຽບຮ້ອຍທາງການຄ້າທົ່ວໂລກ. ນີ້ກໍ່ເປັນຄັ້ງທຳອິດ, ທ່ານ Donald Trump ຄາດວ່າຈະພົບປະແບບເຊິ່ງໜ້າກັບທ່ານ ປະທານປະເທດ ຈີນ ສີຈິ້ນຜິງ ນັບແຕ່ເວລາກັບມາທຳນຽບຂ່າວ, ພ້ອມທັງ ກໍ່ເປັນຄັ້ງທຳອິດ, ທ່ານນາງ Sanae Takaichi ນາຍົກລັດຖະມົນຕີ ຍີ່ປຸ່ນຄົນໃໝ່ ພົບປະແບບເຊິ່ງໜ້າກັບບັນດາຄູ່ຮ່ວມມືດ້ານເສດຖະກິດໃຫຍ່ຂອງ ຍີ່ປຸ່ນ, ພິເສດແມ່ນຈີນ ແລະ ສ.ເກົາຫຼີ.

ໂດຍກຳເນີດຈາກແນວຄວາມຄິດສ້າງບັນດາມາດຖານລວມເພື່ອເຊື່ອມຕໍ່ບັນດາພື້ນຖານເສດຖະກິດຢູ່ແລວປາຊີຟິກ ອາຊີ ແລະ ທະວີບອາເມລິກາ, ໃນກ່ວາ 2 ທົດສະວັດຜ່ານມາ, APEC ໄດ້ສວມບົດບາດສຳຄັນໃນການສ້າງພື້ນຖານການສ້າງບັນດາສັນຍາການຄ້າເສລີສະບັບອື່ນໆ. ກ່ຽວກັບແງ່ມູນດ້ານພູມີສາດການເມືອງ APEC ກໍ່ກາຍເປັນເວທີປາໄສສຳຄັນໃຫ້ແກ່ການສົນທະນາຂັ້ນສູງລະຫວ່າງບັນດາປະເທດທີ່ມີຄວາມບໍ່ລົງລອຍກັນ ໃນການພົວພັນສອງຝ່າຍ. ບົດບາດນີ້ຂອງ APEC ຍິ່ງມີຄວາມສຳຄັນພິເສດໃນສະພາບການການຄ້າທົ່ວໂລກຂາດສະຖຽນລະພາບໃນປັດຈຸບັນ, ເມື່ອທົ່ວໂລກລ້ວນແຕ່ລໍຄອຍຂໍ້ຕົກລົງທາງການຄ້າ (ຫຼືຢ່າງນ້ອຍສຸດແມ່ນກອບສັນຍາສະບັບ 1 ທີ່ມີຄວາມເຫັນດີເຫັນພ້ອມ) ລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກແມ່ນ ອາເມລິກາ ແລະ ຈີນ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງທາງການຄ້າທົ່ວໂລກ. ທ່ານ Stephen Nagy, ສາດສະດາຈານການເມືອງ ແລະ ຄົ້ນຄ້ວາສາກົນ ຢູ່ມະຫາວິທະຍາໄລ ຄຼິດສະຕຽນ ນານາຊາດ(ICU), ຢູ່ ຍີ່ປຸ່ນ ໃຫ້ຂໍ້ສັງເກດວ່າ:

ບັນດາສະມາຊິກ APEC ຈະດີໃຈຫຼາຍ ຖ້າວ່າທ່ານປະທານປະເທດ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ Donald Trump ອາດສາມາດມີການພົບປະສອງຝ່າຍ. ເລື່ອງເຂົາເຈົ້າມີການປຶກສາຫາລືືືທາງການຄ້າ ຫຼືບໍ່ແມ່ນ ເລື່ອງອື່ນ, ສິ່ງທີ່ທຸກຄົນປາດຖະໜາແມ່ນ ການພົວພັນ ອາເມລິກາ - ຈີນເປັນປົກກະຕິ. ເຂົາເຈົ້າຢາກເຫັນວ່າ ອາເມລິກາ ແລະ ຈີນ ແລກປ່ຽນນຳກັນຫຼາຍກ່ວາອີກ ເພື່ອຊອກຫາວິທີການກັບຄືນສູ່ກົນໄກໂອ້ລົມສົນທະນາຍຸດທະສາດກ່ຽວກັບຄວາມໝັ້ນຄົງ ແລະ ເສດຖະກິດ ເຊິ່ງກຳນົດການພົວພັນ ອາເມລິກາ - ຈີນ ກ່ອນເວລາອຳນາດການປົກຄອງ Trump ຢຸດຕິມັນ ໃນອາຍຸການທຳອິດ.

ໄປຄຽງຄູ່ກັບການພົບປະຂັ້ນສຸດຍອດ ອາເມລິກາ - ຈີນ, ການພົບປະເທດບາງຄັ້ງອື່ນກໍ່ດຶງດູດຄວາມສົນໃຈ. ໃນນັ້ນ, ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ໄດ້ຮັບຖືວ່າຈະມານະພະຍາຍາມປະຕິບັດສຳເລັດຂໍ້ຕົກລົງທາງການຄ້າ ອາເມລິກາ - ສ.ເກົາຫຼີ ໃນການພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump; ຄາດວ່າພາຍຫຼັງກອງປະຊຸມສຳມະນາສອງຝ່າຍກັບທ່ານປະທານປະເທດຈີນ ສິຈິ້ນຜິງ ເຊິ່ງການນຳຈີນມີການຢ້ຽມຢາມສ.ເກົາຫຼີເປັນຄັ້ງທຳອິດພາຍຫຼັງ 11 ປີ ຄາດວ່າກໍ່ຈະມີການພົບປະກັບທ່ານນາງ Sanae Takaichi ນາຍົກລັດຖະມົນຕີ ຄົນໃໝ່ຂອງ ຍີ່ປຸ່ນ.

ເຮັດໃໝ່ບົດບາດໜ້າທີ່ຂອງ APEC

ບັນດາບັນຫາກ່ຽວກັບນະໂຍບາຍການຄ້າຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໃນການພົບປະຂັ້ນສຸດຍອດ ລະຫວ່າງ ອາເມລິກາ - ຈີນ ແມ່ນຈຸດສຸມຂອງບັນດາການເຄື່ອນໄຫວທາງການທູດໃນສັບປະດານີ້ຢູ່ ແຂວງ Gyeongju. ເຖິງຢ່າງໃດກໍຕາມ, ສັບປະດາສຸດຍອດ APEC ປີນີ້ຍັງມີຫຼາຍການເຄື່ອນໄຫວອື່ນໆທີ່ເປັນໜ້າສົນໃຈ. ຢູ່ກອງປະຊຸມລັດຖະມົນຕີ APEC (AMM) (29 – 30/10), ບັນດາລັດຖະມົນຕີການຕ່າງປະເທດ ແລະ ການຄ້າຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ກໍ່ຈະປຶກສາຫາລືບັນດາສິ່ງທ້າທາຍໃນພາກພື້ນ ແລະ ມາດຕະການຊຸກຍູ້ວັດທະນາຖາວອນລວມ ຜ່ານການຮ່ວມມືດີຈີຕອນ, ພ້ອມທັງຊອກຫາການເພີ່ມທະວີລະບົບສະໜອງ ແລະ ເປີດກວ້າງການຄ້າ. ຖັດຈາກນັ້ນ, ກອງປະຊຸມບັນດາການນຳເສດຖະກິດ APEC - ເຫດການຫລັກຂອງສັບປະດາ ອາດຈະຮັບຮອງ “ຖະແຫຼງການ Gyeongju” ໃນສະພາບການບັນດາສິ່ງທ້າທາຍນັບມື້ນັບໃຫຍ່ຂຶ້ນສຳລັບຄວາມເສລີທາງການຄ້າ ແລະ ລັດທິຫຼາຍຝ່າຍ.     

ຕາມທ່ານ John Delury, ນັກຊ່ຽວຊານກ່ຽວກັບການພົວພັນ ອາເມລິກາ - ຈີນ ແລະ ບັນດາບັນຫາຢູ່ແຫຼມເກົາຫຼີ ຢູ່ສະຖາບັນ (ອາເມລິກາ) ແລ້ວ, APEC ພວມຢູ່ໃນໜຶ່ງໃນບັນດາຈຸດເວລາບາດລ້ຽວສຳຄັນທີ່ສຸດສຳລັບເວທີປາໄສນີ້ ນັບແຕ່ເວລາໄດ້ສ້າງຕັ້ງຂຶ້ນເມື່ອປີ 1989, ເຊິ່ງສາຍເຫດເລີ່ມຈາກບັນດາການປ່ຽນແປງໃນນະໂຍບາຍຂອງອາເມລິກາ ສຳລັບລັດທິຫຼາຍຝ່າຍ. ທ່ານໃຫ້ຮູ້ວ່າ:

ຍ້ອນອຳນາດການປົກຄອງຂອງທ່ານ Trump ພວມມີການກະທຳຢ່າງແທ້ຈິງທີ່ກ່ຽວຂ້ອງເຖິງ ເລື່ອງຖອນ ອາເມລິກາ ອອກຈາກບັນດາເວທີປາໄສຄື APEC ດັ່ງນັ້ນ ກອງປະຊຸມຄັ້ງນີ້ຍິ່ງເຮັດໃຫ້ລະດັບຄວາມສຳຄັນຂອງຄວາມມານະພະຍາຍາມ ເຕົ້າໂຮມບັນດາການນຳຢູ່ອ້ອມແອ້ມພາກພື້ນອາຊີ ປາຊີຟິກ ພົ້ນເດັ່ນຂຶ້ນ ເພື່ອສຸມໃສ່ບັນດາໂຄງການດຳເນີນງານເກົ່າ ຄືຫັນເສດຖະກິດເປັນໂລກະພິວັດ ຫຼື ຄວາມເສລີທາງການຄ້າ, ໝາຍຄວາມວ່າບັນດາຫົວຂໍ້ທີ່ມີແຕ່ດົນນານຂອງ APEC.

ການເຄື່ອນໄຫວອື່ນໆກໍ່ໄດ້ຮັບຄວາມສົນໃຈຢູ່ Gyeongju ໃນສັບປະດາຄັ້ງນີ້ແມ່ນກອງປະຊຸມສຸດຍອດ ວິສາຫະກິດ APEC (APEC CEO Summit), ທີ່ໄດ້ດຳເນີນແຕ່ວັນທີ 29 – 31 ຕຸລາ ໂດຍມີການເຂົ້າຮ່ວມຂອງບັນດາການນຳວິສາຫະກິດແຖວໜ້າໂລກ, ໃນນັ້ນມີທ່ານ Jensen Huang ຜູ້ອຳນວຍການຝ່າຍບໍລິຫານ ກຸ່ມບໍລິສັດເຕັກໂນໂຢລີ ຊີບ Nvidia.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ອັງກິດ ພ້ອມກັນກຳນົດຮູບແບບບັນດາມາດຕະຖານການຮ່ວມມືໃນສະຕະວັດທີ 21

ຫວຽດນາມ - ອັງກິດ ພ້ອມກັນກຳນົດຮູບແບບບັນດາມາດຕະຖານການຮ່ວມມືໃນສະຕະວັດທີ 21

ຫວຽດນາມ ຖື ອັງກິດ ແມ່ນຄູ່ຮ່ວມມືຍຸດທະສາດຍາວນານ ເພື່ອພ້ອມກັນກຳນົດຮູບແບບບັນດາມາດຕະຖານການຮ່ວມມືໃນສະຕະວັດທີ 21.

Top