ກອງປະຊຸມສຳມະນາໄດ້ສຸມໃສ່ສະພາບການຜັນແປຢູ່ທະເລຕາເວັນອອກ, ຍຸດທະສາດ ແລະ ການແກ້ງແຍ້ງຂອງບັນດາປະເທດໃຫຍ່, ທ່າອ່ຽງພັດທະນາຂອງເຕັກໂນໂລຢີທະເລ, ບົດບາດນຳພາຂອງ ອາຊຽນ ແລະ ລະດັບຄວາມສຳຄັນຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOSD) ຕໍ່ສະຖຽນລະພາບທາງທະເລ.
                            ທ່ານ ຫງວຽນແມ້ງເກືອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄຳເຫັນໄຂກອງປະຊຸມ (ພາບ: VOV)
ດ້ວຍຫົວຂໍ້ “ຄວາມສາມັກຄີໃນສະພາບການຂາດສະຖຽນລະພາບ”, ກອງປະຊຸມສຳມະນາວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກຄັ້ງທີ 17 ໂດຍສະຖາບັນການຕ່າງປະເທດ ແລະ ບັນດາອົງການຄູ່ຮ່ວມມືສົມທົບກັນຈັດຂຶ້ນໃນວັນທີ 3 ພະຈິກ, ຢູ່ນະຄອນ ດ່ານັ້ງ. ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງນັກປະຖະກະຖາເກືອບ 50 ຄົນແມ່ນບັນດານັກຊ່ຽວຊານແຖວໜ້າ, ມີອິດທິພົນຊື່ສຽງ ຢູ່ ຫວຽດນາມ ແລະ ສາກົນ, ມີຜູ້ແທນ, ເອກອັກຄະລັດຖະທູດ ເກືອບ 300 ຄົນຂອງເກືອບ 40 ປະເທດ ແລະ ເຂດແຄ້ວນ ແລະ ຜູ້ແທນກ່ວາ 200 ຄົນຈົດທະບຽນເຂົ້າຮ່ວມແບບທາງໄກ.
ໂດຍໄດ້ດຳເນີນໃນລະຫວ່າງວັນທີ 3 – 4 ພະຈິກ, ກອງປະຊຸມສຳມະນາໄດ້ສຸມໃສ່ສະພາບການຜັນແປຢູ່ທະເລຕາເວັນອອກ, ຍຸດທະສາດ ແລະ ການແກ້ງແຍ້ງຂອງບັນດາປະເທດໃຫຍ່, ທ່າອ່ຽງພັດທະນາຂອງເຕັກໂນໂລຢີທະເລ, ບົດບາດນຳພາຂອງ ອາຊຽນ ແລະ ລະດັບຄວາມສຳຄັນຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOSD) ຕໍ່ສະຖຽນລະພາບທາງທະເລ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປ.ອ ຫງວຽນແມ້ງເກືອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຕີລາຄາສູງ ການຄັດເລືອກຫົວຂໍ້ຂອງກອງປະຊຸມສຳມະນາປີນີ້ແມ່ນ “ຄວາມສາມັກຄີໃນສະພາບການຂາດສະຖຽນລະພາບ” ເຊິ່ງໄດ້ສ່ອງແສງສະພາບຕົວຈິງຂອງຍຸກສະໄໝ, ພ້ອມທັງ ສະແດງຄວາມມຸ່ງຫວັງລວມ. ທ່ານໃຫ້ຮູ້ວ່າ:
ຫວຽດນາມ ໄດ້ຍົກສູງລະດັບຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ພ້ອມທັງຍົກສູງບົດບາດເປັນໃຈກາງຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS). ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຄຸ້ມຄອງຄວາມແຕກຕ່າງກັນຢ່າງມີຄວາມຮັບຜິດຊອບ, ພ້ອມແລ້ວ ທີ່ຈະຮ່ວມມືກັບ ທຸກຄູ່ຮ່ວມມືເພື່ອຮັບປະກັນບັນດາເຂດທະເລລວມແມ່ນທະເລແຫ່ງສັນຕິພາບ, ມີສະຖຽນລະພາບ, ວັດທະນາຖາວອນ.
                        
                        
                            (ແຫຼ່ງຄັດຈາກ VOV)