• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ທັບ ນີ​ເຈ ກອບ​ກູ້​ຕົວ​ປະ​ກັນກ່​ວາ 30 ຄົນ​ຖືກລັກ​ພາ​ຕົວ​ໃນວັນ​ບຸນ Easter

ກຳ​ລັງ​ກອງ​ທັບ​ໄດ້​ຜັນ​ຂະ​ຫຍາຍ​ບັ້ນ​ກອບ​ກູ້​ໂດຍ​ໄວ, ມີ​ການ​ປະ​ທະ​ກັນ​ໂດຍ​ກົງ​ກັບ​ບັນ​ດາ​ເປົ້​າ​ໝາຍ, ບັງ​ຄັບ​ກຸ່​ມ​ເປົ້າ​ໝາຍ​ນີ້​ຕ້ອງ​ຖອນ​ຕົວ ແລະ ປ່ອຍ​ຕົວ​ໃຫ້​ແກ່ ຕົວ​ປະ​ກັນ 31 ຄົນ.
  ບັນດານັກຮົບ ນີເຈຢູ່ປ້ອມທະຫານ Maimalari ຢູ່ Maiduguri, ລັດ Borno, ນີເຈ (ພາບ: REUTERS/Ahmed Kingimi)  
ວັນ​ທີ 6 ເມ​ສາ, ກອງ​ທັບ ນີ​ເຈ ໃຫ້​ຮູ້​ວ່າ​ໄດ້​ກອບ​ກູ້​ສຳ​ເລັດ ສາ​ສະ​ນິກ​ກະ​ຊົນ​ສາ​ສະ​ໜາ​ເຢ​ຊູ 31 ຄົນ​ຖືກ​ລັກ​ພາ​ຕົວ​ໃນ​ເຫດ​ບຸກ​ໂຈມ​ຕີ​ໃນ​ວັນ​ບຸນ Easter ຢູ່​ລັດ Kaduna ໃນ​ວັນ​ທີ 5 ເມ​ສາ. ຕາມ​ແຈ້ງ​ການ​ຂອງກອງ​ທັບ, ເຫດ​ການ​ເກີດ​ຂຶ້ນ​ຢູ່​ໝູ່​ບ້ານ Ariko, ຫ່າງ​ຈາກ​ນະ​ຄອນຫຼວງ Abuja ທາງ​ທິດ​ເໜືອ ປະ​ມານ 100 ກີ​ໂລ​ແມັດ. ບັນ​ດາ​ມື​ປຶນ​ໄດ້​ປຸກ​ຈົມ​ຕີ ແລະ ລັກ​ພາ​ຕົວຫຼາຍ​ຄົນ​ທີ່​ເຂົ້າ​ຮ່ວມ​ພິ​ທີ​ກຳ. ກຳ​ລັງ​ກອງ​ທັບ​ໄດ້​ຜັນ​ຂະ​ຫຍາຍ​ບັ້ນ​ກອບ​ກູ້​ໂດຍ​ໄວ, ມີ​ການ​ປະ​ທະ​ກັນ​ໂດຍ​ກົງ​ກັບ​ບັນ​ດາ​ເປົ້​າ​ໝາຍ, ບັງ​ຄັບ​ກຸ່​ມ​ເປົ້າ​ໝາຍ​ນີ້​ຕ້ອງ​ຖອນ​ຕົວ ແລະ ປ່ອຍ​ຕົວ​ໃຫ້​ແກ່ ຕົວ​ປະ​ກັນ 31 ຄົນ. ກອງ​ທັບ​ໃຫ້​ຮູ້​ວ່າ​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 5 ຄົນ​ໃນ​ເຫດ​ດັ່ງ​ກ່າວ. ໃນ​ຂະ​ນະ​ນັ້ນ, ສື່ມວນ​ຊົນ​ທ້ອງ​ຖິ່ນ​ໄດ້​ລົງ​ຂ່າວ​ບັນ​ດາ​ມື​ປືນ​ອາດຈະບຸກ​ໂຈມຕີໂບດ ສາສະໜາກາໂຕລິກ ແລະ ໂບດໂປແຕສຕັງໃນ​ເວ​ລາ​ດຽວ​ກັນ ເຮັດ​ໃຫ້​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ອາດ​ຈະ​ເພີ່ມ​ຂຶ້ນ​ສູງກວ່າ​ຕົວ​ເລກ​ໄດ້​ຮັບ​ການ​ປະ​ກາດ.

(ແຫຼ່ງຄັດຈາກ VOV)

ສະ​ເຫຼີມ​ສອງຫຼອງວັນ​ສະ​ຫະ​ກອນ ຫວຽດ​ນາມ ຄົບ​ຮອບ 80 ປີ

ສະ​ເຫຼີມ​ສອງຫຼອງວັນ​ສະ​ຫະ​ກອນ ຫວຽດ​ນາມ ຄົບ​ຮອບ 80 ປີ

ຈຸດ​ພົ້ນ​ເດັ່ນ​ຂອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແມ່ນ​ພິ​ທີພິ​ທີ​ສະ​ເຫຼີມ​ສະຫຼອງ​ຄົບ​ຮອ​ບ 80 ປີ​ ​ລຸງ​ໂຮ່ ໄດ້​ຂຽນ​ຈົດ​ໝາຍ​ຮຽກ​ຮ້ອງ​ບັນ​ດາ​ເຈົ້າ​ຂອງ​ທີ່​ດິນ, ຊາວ​ກະ​ສິດກອນເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​ສະ​ຫະ​ກອນ​ກະ​ເສດ.

Top