• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ: ນະຄອນຫຼວງ ຮ່າໂນ້ຍ ຊົມຊື່ນຍິນດີຕ້ອນຮັບວັນບຸນໃຫຍ່ຂອງທົ່ວຊາດ

ໃນຕອນເຊົ້າວັນທີ 20 ມັງກອນ 2026, ເລີ່ມແຕ່ເຂດສູນກາງບໍລິຫານ ບາດິ່ງ ຕະຫຼອດຮອດບັນດາປະຕູໂຂງທາງເຂົ້າທຸກທິດຂອງນະຄອນຫຼວງ, ລ້ວນແຕ່ສາມາດເຫັນສີແດງສົດໃສຂອງທຸງພັກ ແລະ ທຸງຊາດ ທີ່ພັດປິວສະໄຫວຕາມສາຍລົມ; ລະບົບຄຳຂວັນ, ປ້າຍໂຄສະນາ ແລະ ແຜ່ນຄຳຂວັນ ໄດ້ຮັບການປະດັບປະດາຢ່າງສົມກຽດ, ເຊິ່ງໄດ້ສົ່ງສານແຫ່ງຄວາມເຊື່ອໝັ້ນ ແລະ ຄວາມມຸ່ງຫວັງຢ່າງແຮງກ້າ. ກະແສຄົນທີ່ສັນຈອນໄປມາເບິ່ງຄືວ່າ ມີຄວາມຊ້າລົງກວ່າປົກກະຕິ, ທຸກໆ ຄົນຕ່າງກໍໃຊ້ເວລາເພື່ອຊົມເບິ່ງ ແລະ ສຳຜັດກັບບັນຍາກາດອັນສະຫງ່າລາສີ ແລະ ສັກສິດຂອງວັນບຸນໃຫຍ່ຢ່າງເຕັມທີ່. ທ່າມກາງຈັງຫວະຊີວິດທີ່ຄຸ້ນເຄີຍ, ຮ່າໂນ້ຍ ໄດ້ປະກົດຕົວຢ່າງຮຸ່ງເຮືອງເຫຼືອງເຫຼື້ອມ, ສະແດງໃຫ້ເຫັນເຖິງຄວາມເອກອ້າງທະນົງໃຈຢ່າງເລິກເຊິ່ງ ພ້ອມກັບຄວາມຄາດຫວັງ ຕໍ່ບັນດາລັດຖະນະໂຍບາຍໃໝ່ ທີ່ຈະເປີດສາກໃຫ້ແກ່ໄລຍະທາງແຫ່ງການພັດທະນາແບບຍືນຍົງຂອງປະເທດຊາດ.

ໂດຍ: VNA/VNP

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ດ້ວຍທິວທັດທໍາມະຊາດງົດງາມໃຫຍ່ໂຕມະໂຫຖານ ທີ່ເປັນເອກະລັກ ຢູ່ເຂດຊາຍແດນ ພາກຕາເວັນອອກສ່ຽງເໜືອ ຂອງ ຫວຽດນາມ, ນ້ຳຕົກຕາດ ບ້ານຢົກ ຢູ່ ແຂວງ ກາວບັ່ງ ກຳລັງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັບມື້ນັບເພີ່ມຂຶ້ນ. ທາງທ້ອງຖິ່ນກຳລັງເພີ່ມທະວີ ການປັບປຸງພື້ນຖານໂຄງລ່າງ, ຫັນເປັນຫຼາກຫຼາຍ ຜະລິດຕະພັນການທ່ອງທ່ຽວ ແລະ ຍົກສູງຄຸນນະພາບການບໍລິການ, ດ້ວຍຄວາມມຸ່ງຫວັງທີ່ຈະເຮັດໃຫ້ນ້ຳຕົກຕາດແຫ່ງນີ້ ກາຍເປັນຈຸດໝາຍປາຍທາງທີ່ດຶງດູດໃຈ, ເປັນມິດ ແລະ ຍືນຍົງ.

Top