• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ຄັ້ງທີ XIV: ເປີດກຳລັງໜູນພັດທະນາໃໝ່ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່

ກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ກຳນົດແຈ້ງບັນດາໂອກາດ, ສິ່ງທ້າທາຍ, ໜ້າທີ່ ແລະ ມາດຕະການແກ້ໄຂທີ່ມີລັກສະນະຍຸດທະສາດ, ສ້າງກຳລັງໜູນໃຫຍ່ໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດຊາດໃນໄລຍະຕໍ່ໄປ

  

ທ່ານປະລິນຍາເອກ ນາງ Sandra Scagliotti, ກົງສູນກິດຕິມະສັກ ຫວຽດນາມ ປະຈຳ Turin ພາກເໜືອ ອີຕາລີ (ພາບ: TTXVN)

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ກອງປະຊຸມໃຫຍ່ຄັ້ງທີ XIV) ໄດ້ກຳນົດແຈ້ງບັນດາໂອກາດ, ສິ່ງທ້າທາຍ, ໜ້າທີ່ ແລະ ມາດຕະການແກ້ໄຂທີ່ມີລັກສະນະຍຸດທະສາດ, ສ້າງກຳລັງໜູນໃຫຍ່ໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດຊາດໃນໄລຍະຕໍ່ໄປ, ນຳ ຫວຽດນາມ ໃຫ້ກາຍເປັນແບບຢ່າງທົ່ວໂລກ. ນີ້ແມ່ນຂໍ້ສັງເກດຂອງທ່ານປະລິນຍາເອກ ນາງ Sandra Scagliotti, ກົງສູນກິດຕິມະສັກ ຫວຽດນາມ ປະຈຳ Turin ພາກເໜືອ ອີຕາລີ, ນັກຄົ້ນຄວ້າ ຫວຽດນາມ ວິທະຍາ ໃນການຕອບສຳພາດຕໍ່ນັກຂ່າວປະຈຳ ອີຕາລີ.

        ຕາມທ່ານນາງ Sandra Scagliotti, ຫວຽດນາມ ບັນລຸໄດ້ຜົນງານດ້ານເສດຖະກິດທີ່ໜ້າປະທັບໃຈໃນປີ 2025, ບັນດາອົງການຈັດຕັ້ງສາກົນ ແລະ ວົງການນັກລົງທຶນຕີລາຄາວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງ “ຈຸດພົ້ນເດັ່ນ” ໃນສະພາບການເຕີບໂຕທົ່ວໂລກ. ດ້ວຍການນຳພາຢ່າງຢຶດໝັ້ນ, ເດັດດ່ຽວ ແລະ ວິໄສທັດຍຸດທະສາດຂອງພັກ, ປະຈຸບັນ ຫວຽດນາມ ນອນໃນກຸ່ມບັນດາປະເທດນຳໜ້າກ່ຽວກັບການຫັນເປັນດີຈີຕອນ ແລະ ພັດທະນາພື້ນຖານໂຄງລ່າງ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈໃນຂົງເຂດເສດຖະກິດ. ທ່ານນາງກໍ່ຊີ້ແຈ້ງບັນດາແນວທາງການຕ່າງປະເທດຂອງ ຫວຽດນາມ ອີງໃສ່ພື້ນຖານການທູດປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ, ມີປະສິດທິຜົນ ແລະ ລັດທິຫຼາຍຝ່າຍ, ປະກອບສ່ວນສ້າງເຄືອຂ່າຍການພົວພັນຄູ່ຮ່ວມມືທີ່ນັບມື້ນັບໄດ້ຮັບການເປີດກວ້າງ, ມີສະຖຽນລະພາບ ແລະ ດຸ່ນດ່ຽງ.

ນັກຂ່າວສະໜາມຮົບ ກຸຍບາ Luis Manuel Arce Isaac (ພາບ: TTXVN)

 ເມື່ອແລກປ່ຽນກັບນັກຂ່າວຢູ່ La Habana ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ນັກຂ່າວສະໜາມຮົບ ກຸຍບາ Luis Manuel Arce Isaac ຖືວ່າ, ນີ້ແມ່ນຈຸດເວລາເພື່ອກຳນົດບັນດາເປົ້າໝາຍ ແລະ ກຳນົດທິດການພັດທະນາປະເທດຊາດໃນໄລຍະໃໝ່, ພິເສດໃນສະພາບການສາກົນມີການຜັນແປຢ່າງສັບສົນ.

ຕາມການຕີລາຄາຂອງທ່ານ Luis Manuel Arce Isaac ແລ້ວ, ບັນດາຜົນງານພົ້ນເດັ່ນຂອງສະໄໝກອງປະຊຸມໃຫຍ່ຄັ້ງທີ XIII ກໍຄື 40 ປີແຫ່ງການປ່ຽນແປງໃໝ່ ແມ່ນສິ່ງພິສູດເສັ້ນທາງພັດທະນາທີ່ຖືກຕ້ອງຂອງ ຫວຽດນາມ ຢ່າງຈະແຈ້ງ. ບັນດາຕົວເລກທາງການຊີ້ໃຫ້ເຫັນວ່າ ລະດັບເຕີບໂຕເສດຖະກິດຄິດສະເລ່ຍໄລຍະ 2021 – 2025 ບັນລຸ 6,3%/ປີ, ນຳ ຫວຽດນາມ ນອນໃນກຸ່ມບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດຢູ່ພາກພື້ນ ແລະ ໃນໂລກ. ນັກຂ່າວທ່ານນີ້ກໍ່ສະແດງຄວາມເຊື່ອໝັ້ນວ່າ ໂຄງການກະທຳປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະສ້າງພື້ນຖານຢ່າງໝັ້ນແກ່ນເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາ ແລະ ວັດທະຖະນາຖາວອນໃໝ່.

(ແຫຼ່ງຄັດຈາກ VOV)

ກອງປະຊຸມໃຫຍ່ຄັ້ງທີ XIV ສິ້ນສຸດວາລະປະກອບຄຳເຫັນ: ບັນດາຄຳເຫັນໄດ້ເປັນເອກະພາບຢ່າງສູງຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່

ກອງປະຊຸມໃຫຍ່ຄັ້ງທີ XIV ສິ້ນສຸດວາລະປະກອບຄຳເຫັນ: ບັນດາຄຳເຫັນໄດ້ເປັນເອກະພາບຢ່າງສູງຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່

ຄະນະປະທານກອງປະຊຸມໃຫຍ່ໄດ້ຕີລາຄາສູງບັນດາເນື້ອໃນປະກອບຄຳເຫັນ ແລະ ບັນດາຄຳກ່າວປາໄສຢ່າງສຸດຈິດສຸດໃຈ, ມີສະຕິປັນຍາຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.

Top