ທ່ານ Sergey Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັກເຖິງບົດບາດນຳພາຢ່າງຮອບດ້ານ ແລະ ສະຫຼາດສ່ອງໄສຂອງພັກກອມມູນິດ ຫວຽດນາມ.
ທ່ານ Sergey Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ (ພາບ: TTXVN)
ວັນທີ 20 ມັງກອນ, ໃນການປະຊຸມຖະແຫຼງຂ່າວສະຫຼຸບການເຄື່ອນໄຫວການທູດປີ 2025 ຂອງກະຊວງການຕ່າງປະເທດ ລັດເຊຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາຄວາມຄາດຫວັງສຳລັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ພວມຈັດຂຶ້ນຢູ່ ຮ່າໂນ້ຍ, ທ່ານ Sergey Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັກເຖິງບົດບາດນຳພາຢ່າງຮອບດ້ານ ແລະ ສະຫຼາດສ່ອງໄສຂອງພັກກອມມູນິດ ຫວຽດນາມ. ທ່ານເຊື່ອໝັ້ນວ່າ ໝາກຜົນຂອງ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະປະກອບສ່ວນເຂົ້າໃນການສ້າງບັນດາແຜນການພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໃນໄລຍະຈະມາເຖິງ.
ໃນວັນດຽວກັນ, ເວັບໄຊຂອງພັກກອມມູນິດສະຫະພັນ ລັດເຊຍ (kprf.ru) ແລະ ໜັງສືພິມເອເລັກໂຕນິກ Rossiyskaya Gazeta (rg.ru) ຂອງ ລັດເຊຍ ກໍ່ໄດ້ລົງບັນດາບົດຂຽນກ່ຽວກັບ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ໃນນັ້ນ, ຕີລາຄາສູງຄວາມຕັດສິນໃຈຫັນປ່ຽນຕົນເອງ ດ້ວຍເປົ້າໝາຍຖືປະຊາຊົນເປັນພື້ນຖານຂອງການພັດທະນາໃນສະໄໝຈະມາເຖິງ.
(ແຫຼ່ງຄັດຈາກ VOV)