ດ້ວຍຄໍາຂວັນທ່ີວ່າ: “ສາມັກຄີ-ປະຊາທິປະໄຕ-ວິໄນ-ຫົວຄິດ ປະດິດ ສ້າງ-ພັດທະນາ”, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ສໍາຫຼວດ ກວດກາຄືນ ການປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຕິດພັນ ກັບການຕີລາຄາ ສັງລວມຂະບວນວິວັດແຫ່ງການປ່ຽນແປງໃໝ່; ກຳ ນົດທິດທາງ, ເປົ້າໝາຍ, ໜ້າທີ່ 5 ປີ, 10 ຕໍ່ໜ້າ ແລະ ວິໄສທັດເຖິງປີ 2045; ຕີລາຄາການປະຕິບັດ ກົດລະບຽບ ຂອງ ພັກ ຄັ້ງທີ XII; ສຳ ຫຼວດ ກວດກາຄືນ ການນຳພາ ຂອງ ຄະນະບໍລິຫານງານ ສູນກາງພັກ ສະໄໝທີ XII; ເລືອກຕັ້ງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XIII.
ອາຍຸການ 5 ປີ (2016-2020) ເປັນຂີດໝາຍ ທ່ີທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ໃນການກຳໄດ້ກາລະໂອກາດ, ສະແດງເຖິງ ຄວາມ ມານະພະຍາຍາມ, ການສູ້ຊົນ ຢ່າງອົງອາດກ້າຫານ, ຜ່ານຜ່າ ຄວາມ ຫຍຸ້ງຍາກ, ສິ່ງທ້າທາຍນາໆ ປະການ, ບັນລຸໄດ້ຜົນງານ ຫຼາຍຢ່າງ ທີ່ ສຳຄັນ, ມີີຄວາມໝາຍປະຫວັດສາດ, ສະແດງເຖິງການເຕີບ ໃຫຍ່ໃນ ທຸກດ້ານ ຂອງ ພັກ, ລັດ; ເປັນນໍ້າໜຶ່ງໃຈດຽວ ແລະ ຮ່ວມແຮງ ຮ່ວມໃຈ ຂອງ ທົ່ວປວງຊົນ.
ຜົນສຳເລັດດັ່ງກ່າວ ແມ່ນຍ້ອນ ຄວາມສາມາດ ໃນການນຳພາ, ກຳອຳ ນາດ ຂອງ ພັກ; ປະສິດທິຜົນ ໃນການຄຸ້ມຄອງ, ການຊີ້ນຳ ຂອງ ລັດ ແລະ ປະສິດທິຜົນການເຄື່ອນໄຫວ ຂອງ ລະບົບການເມືອງ. ຜົນສຳ ເລັດດັ່ງກ່າວ ຍັງສະແດງ ໃຫ້ເຫັນຢ່າງຈະແຈ້ງວ່າ ກຳລັງແຮງ ຂອງ “ແນວຄວາມຄິດ ຂອງ ພັກ ສອດຄ່ອງ ກັບຈິດໃຈປະຊາຊົນ”. ຍ້ອນພັກ ຍາມໃດກໍເຊື່ອມຊຶມ ຢ່າງເລິກເຊິ່ງ, ປະຕິບັດ ຢ່າງຈິງຈັງ ທັດສະນະ ເອົາປະຊາຊົນ ເປັນກົກ, ຖືປະຊາຊົນ ເປັນເປົ້າໝາຍ, ເປັນເຈົ້າ ຂອງ ຂະບວນວິວັດ ແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ; ທຸກແຜນນະໂຍບາຍ, ນະໂຍບາຍ ຂອງ ພັກ ແລະ ລັດ ຕ່າງກໍເລີ່ມຈາກຄວາມມຸ່ງມາດປາດຖະໜາ, ສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງ ປະຊາຊົນ...
ໃນຕໍ່ໜ້າ ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ,ໄພອັນຕະລາຍ 4 ຢ່າງທີ່ພັກຊີ້ອອກມາວ່າ ຍັງຄົງຄ້າງ, ຍັງຮ້າຍແຮງ ຍິ່ງຂຶ້ນ; ການສໍ້ ລາດບັງຫຼວງ, ຟຸມເຟືອຍ, ອາດຍາສິດ, ປະກົດການເຊື່ອມຖອຍ ກ່ຽວ ກັບ ແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, ການ “ຫັນປ່ຽນໂດຍ ຕົນເອງ”, “ປ່ຽນແປງໂດຍຕົນເອງ” ໃນວຽກງານພາຍໃນ ກໍຄື ການຂັດ ແຍ້ງ ດ້ານສັງຄົມ ຍັງມີການ ຜັນແປຢ່າງສັບສົນ; ບັນດາອິດທິກຳ ລັງ ປໍລະປັກ ຍັງສືບຕໍ່ເພີ່ມທະວີຕ້ານ ແລະ ທຳລາຍ ພາລະກິດ ປະຕິວັດ ຂອງ ພັກ, ລັດ ແລະ ປະຊາຊົນເຮົາ; ປົກປັກຮັກສາຄວາມເປັນ ເອກະ ລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນ, ຮັກສາ ໄວ້ສະພາບແວດລ້ອມ ແຫ່ງສັນຕິພາບ, ໝັ້ນຄົງ ແລະ ປັບຕົວ ເຂົ້າກັບ ການປ່ຽນແປງ ຂອງ ດິນຟ້າອາກາດ, ໄພທຳທະຊາດ, ໂລກລະບາດ ເປັນຄວາມຮຽກຮ້ອງ ທີ່ຮີບຮ້ອນ ສຳລັບປະເທດເຮົາ.
ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກ ກໍານົດ ເປົ້າໝາຍ, ກຳນົດທິດ, ໜ້າທີ່ ນຳພາລະກິດປະຕິວັດ ຂອງ ປະຊາຊົນ ເຮົາ ພັດທະນາ ຢ່າງ ແຂງແຮງ, ຄົ້ນຄືນເຈດຈຳນົງ ແລະ ຄວາມຕັດສິນໃຈ ພັດທນະາປະ ເທດຊາດ, ເສີມຂະຫຍາຍກຳລັງແຮງ ຂອງ ມະຫາສາມັກຄີທົ່ວປວງ ຊົນ ປະສານສົມທົບ ກັບກຳລັງແຮງ ຂອງ ຍຸກສະໄໝ. ເປັນເຈົ້າການ, ສະດຸ້ງໄວ ກຳແໜ້ນກາລະໂອກາດ, ຕັດສິນໃຈ ຜ່ານຜ່າຄວາມຫຍຸ້ງ ຍາກ, ສິ່ງທ້າທາຍ, ສືບຕໍ່ປ່ຽນໃໝ່ຈິນຕະນາການ, ເຮັດໃຫ້ ກົດບັນຍັດ ໃຫ້ສົມບູນ ຄົບຖ້ວນ, ປຸກລະດົມເຈດຈຳນົງ, ຄວາມສາມາດບົ່ມຊອນ, ແຫຼ່ງກຳລັງແຮງ ໃຫ້ແກ່ການພັດທະນາ. ຍູ້ແຮງຢ່າງຮອບດ້ານ, ຄົບຊຸດ ຂະບວນວິວັດ ແຫ່ງການປ່ຽນແປງໃໝ່ ການຫັນເປັນອຸດສາຫະກຳ ທັນ ສະໄໝ; ປົກປັກຮັກສາປະເທດຊາດ ຢ່າງໝັ້ນຄົງ, ຮັກສາສະພາບແວດ ລ້ອມ ແຫ່ງສັນຕິພາບ, ສະຖຽນລະພາບ, ສືບຕໍ່ ນຳປະເທດຊາດ ພັດ ທະນາ ຢ່າງໄວວາ ແລະ ໝັ້ນຄົງ.

![]() ຕອນເຊົ້າວັນທີ 31 ມັງກອນ 2021, ທີ່ ຮ່າໂນ້ຍ, ກອງປະຊຸມ ຄັ້ງປະຖົມມະລືກ ຄະນະບໍລິຫານງານ ສູນກາງພັກ ສະໄໝທີ XIII ໄດ້ດໍາເນີນການເລືອກຕັ້ງ ກົມການເມືອງ, ເລຂາທິການ ໃຫຍ່, ຄະນະເລຂາ, ຄະນະກຳມະການ ກວດກາສູນກາງພັກ, ຫົວໜ້າຄະນະກຳມະການກວດກາສູນກາງພັກ, ສະຫາຍ ຫງວຽນຝູ໋ຈ້ອງ ໄດ້ຮັບເລືອກ ເປັນເລຂາທິການໃຫຍ່ ຄະນະ ບໍ ລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII. ໃນພາບ: ຕາງໜ້າກົມການເມືອງ ສະໄໝທີ XIII, ສະຫາຍ ນາ ຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຊໍ່ດອກໄມ້ ອວຍພອນ ສະຫາຍ ຫງວຽນຝູ໋ຈ້ອງ ໄດ້ຮັບເລືອກເປັນ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ສະ ໄໝທີ XIII. ພາບ: ຈີ໋ຢຸ້ງ/VNA ![]() ປະຫວັດຫຍໍ້ ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ຄະ ນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ສະໄໝ ທີ XIII, ປະທານປະເທດ ສັງຄົມນິຍົມ ຫວຽດນາມ. ![]() ກອງປະຊຸມ ຄັ້ງປະຖົມມະລືກ ຄະນະບໍລິຫານງານ ສູນກາງ ພັກ ສະໄໝທີ XIII ໄດ້ດໍາເນີນການເລືອກຕັ້ງ ກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາ, ຄະນະກຳມະການ ກວດກາ ສູນກາງພັກ, ຫົວໜ້າຄະນະກຳມະການກວດກາສູນກາງ. ![]() ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ສະເໜີຕົວ. ພາບ: VNA ![]() ຕອນເຊົ້າວັນທີ 31 ມັງກອນ 2021, ທີ່ ຮ່າໂນ້ຍ, ກອງປະຊຸມ ຄັ້ງປະຖົມມະລືກ ຄະນະບໍລິຫານງານ ສູນກາງພັກ ສະໄໝທີ XIII ໄດ້ດໍາເນີນການເລືອກຕັ້ງ ກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາ, ຄະນະກຳມະການ ກວດກາສູນກາງ ພັກ, ຫົວໜ້າຄະນະກຳມະການກວດກາສູນກາງ. ສະຫາຍ ຫງວຽນ ຝູ໋ຈ້ອງ ໄດ້ຮັບເລືອກ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດຫວຽດນາມ ສະໄໝທີ XIII. ພາບ: VNA ![]() ບັນດາສະຫາຍ ກຳມະການ ສູນກາງພັກ ເຂົ້າຮ່ວມກອງປະ ຊຸມຄັ້ງປະຖົມມະລືກ ຄະນະບໍລິຫານງານ ສູນກາງພັກ ສະ ໄໝທີ XIII. ພາບ: VNA |
ຜົນສຳເລັດດັ່ງກ່າວ ແມ່ນຍ້ອນ ຄວາມສາມາດ ໃນການນຳພາ, ກຳອຳ ນາດ ຂອງ ພັກ; ປະສິດທິຜົນ ໃນການຄຸ້ມຄອງ, ການຊີ້ນຳ ຂອງ ລັດ ແລະ ປະສິດທິຜົນການເຄື່ອນໄຫວ ຂອງ ລະບົບການເມືອງ. ຜົນສຳ ເລັດດັ່ງກ່າວ ຍັງສະແດງ ໃຫ້ເຫັນຢ່າງຈະແຈ້ງວ່າ ກຳລັງແຮງ ຂອງ “ແນວຄວາມຄິດ ຂອງ ພັກ ສອດຄ່ອງ ກັບຈິດໃຈປະຊາຊົນ”. ຍ້ອນພັກ ຍາມໃດກໍເຊື່ອມຊຶມ ຢ່າງເລິກເຊິ່ງ, ປະຕິບັດ ຢ່າງຈິງຈັງ ທັດສະນະ ເອົາປະຊາຊົນ ເປັນກົກ, ຖືປະຊາຊົນ ເປັນເປົ້າໝາຍ, ເປັນເຈົ້າ ຂອງ ຂະບວນວິວັດ ແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ; ທຸກແຜນນະໂຍບາຍ, ນະໂຍບາຍ ຂອງ ພັກ ແລະ ລັດ ຕ່າງກໍເລີ່ມຈາກຄວາມມຸ່ງມາດປາດຖະໜາ, ສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງ ປະຊາຊົນ...
![]() ຕອນເຊົ້າວັນທີ 1 ກຸມພາ, ທີ່ສູນປະຊຸມແຫ່ງຊາດ (ຮ່າໂນ້ຍ), ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງ ພັກ ກອມມູນິດຫວຽດນາມ ໄດ້ຈັດພິທີປິດກອງປະຊຸມ. ໃນພາບ: ຄະນະປະທານ ກ່າວປິດກອງ ປະຊຸມໃຫຍ່ຄັ້ງທີ XIII. ພາບ: VNA ![]() ສະຫາຍ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາ ສຶກສາສູນ ກາງ ຕາງໜ້າຄະນະປະທານ ລາຍງານຜົນການເລືອກຕັ້ງ ກົມ ການເມືອງ, ເລຂາທິການໃຫຍ່, ຄະນະເລຂາ, ຄະນະກຳມະ ການ ກວດກາສູນກາງພັກ, ຫົວໜ້າຄະນະກຳມະການ ກວດ ກາສູນກາງສະໄໝທີ XIII. ພາບ: VNA ![]() ສະຫາຍ ເລມິງຮຶງ, ຫົວໜ້າກອງເລຂາ ກອງປະຊຸມໃຫຍ່ ອ່ານ ຮ່າງມະຕິ ຂອງ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ພາບ: VNA ![]() ບັນດາຜູ້ແທນລົງຄະແນນສຽງ ຮັບຮອງເອົາມະຕິ ກອງປະຊຸມ ໃຫຍ່ ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ.ພາບ: VNA ![]() ພາຍຫຼັງພິທີປິດກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກສຳເລັດ ຜົນ, ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງ ພັກ ສະໄໝທີ XIII, ປະທານປະເທດ ສສ ຫວຽດນາມ ຫງວຽນ ຝູ໋ຈ້ອງ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງ ຜົນ ຂອງ ກອງປະຊຸມໃຫຍ່. ພາບ: VNA ![]() ບັນດາສໍານັກຂ່າວ, ໜັງສືພິມ ຫຼາຍສະບັບ ໄດ້ມາລາຍງານ ຂ່າວໂດຍກົງ ພິທີປິດກອງປະຊຸມໃຫຍ່. ພາບ: VNA ![]() ບັນດານັກຂ່າວສາກົນ ເຮັດວຽກທີ່ສູນຂ່າວ ໃນພິທີປິດກອງ ປະຊຸມ. ພາບ: VNA |
ໃນຕໍ່ໜ້າ ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ,ໄພອັນຕະລາຍ 4 ຢ່າງທີ່ພັກຊີ້ອອກມາວ່າ ຍັງຄົງຄ້າງ, ຍັງຮ້າຍແຮງ ຍິ່ງຂຶ້ນ; ການສໍ້ ລາດບັງຫຼວງ, ຟຸມເຟືອຍ, ອາດຍາສິດ, ປະກົດການເຊື່ອມຖອຍ ກ່ຽວ ກັບ ແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, ການ “ຫັນປ່ຽນໂດຍ ຕົນເອງ”, “ປ່ຽນແປງໂດຍຕົນເອງ” ໃນວຽກງານພາຍໃນ ກໍຄື ການຂັດ ແຍ້ງ ດ້ານສັງຄົມ ຍັງມີການ ຜັນແປຢ່າງສັບສົນ; ບັນດາອິດທິກຳ ລັງ ປໍລະປັກ ຍັງສືບຕໍ່ເພີ່ມທະວີຕ້ານ ແລະ ທຳລາຍ ພາລະກິດ ປະຕິວັດ ຂອງ ພັກ, ລັດ ແລະ ປະຊາຊົນເຮົາ; ປົກປັກຮັກສາຄວາມເປັນ ເອກະ ລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນ, ຮັກສາ ໄວ້ສະພາບແວດລ້ອມ ແຫ່ງສັນຕິພາບ, ໝັ້ນຄົງ ແລະ ປັບຕົວ ເຂົ້າກັບ ການປ່ຽນແປງ ຂອງ ດິນຟ້າອາກາດ, ໄພທຳທະຊາດ, ໂລກລະບາດ ເປັນຄວາມຮຽກຮ້ອງ ທີ່ຮີບຮ້ອນ ສຳລັບປະເທດເຮົາ.
![]() ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ, ສະຫາຍ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ສະຫາຍນາງ ປະທານ ສະພາແຫ່ງຊາດ ຫງວຽນທິກີມເງິນ, ສະຫາຍ ຜູ້ປະ ຈຳການ ຄະນະເລຂາ ເຈິ່ນກວັກເວື້ອງ ປ່ອນບັດເລືອກຕັ້ງ ຄະ ນະບໍລິຫານງານ ສູນກາງພັກ ສະໄໝທີ XIII ໃນວັນທີ 30 ມັງ ກອນ 2021. ພາບ: VNA ![]()
ໂຄງປະກອບ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII.
![]() ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃນວັນທີ 30 ມັງກອນ. ພາບ: VNA ![]() ບັນດາຄະນະຜູ້ແທນສາກົນ ທ່ີຖືກເຊີນເຂົ້າຮ່ວພິທີປິດ ກອງ ປະຊຸມໃຫຍ່ ຄັ້ງທີ XIII. ປພາບ: VNA |
ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກ ກໍານົດ ເປົ້າໝາຍ, ກຳນົດທິດ, ໜ້າທີ່ ນຳພາລະກິດປະຕິວັດ ຂອງ ປະຊາຊົນ ເຮົາ ພັດທະນາ ຢ່າງ ແຂງແຮງ, ຄົ້ນຄືນເຈດຈຳນົງ ແລະ ຄວາມຕັດສິນໃຈ ພັດທນະາປະ ເທດຊາດ, ເສີມຂະຫຍາຍກຳລັງແຮງ ຂອງ ມະຫາສາມັກຄີທົ່ວປວງ ຊົນ ປະສານສົມທົບ ກັບກຳລັງແຮງ ຂອງ ຍຸກສະໄໝ. ເປັນເຈົ້າການ, ສະດຸ້ງໄວ ກຳແໜ້ນກາລະໂອກາດ, ຕັດສິນໃຈ ຜ່ານຜ່າຄວາມຫຍຸ້ງ ຍາກ, ສິ່ງທ້າທາຍ, ສືບຕໍ່ປ່ຽນໃໝ່ຈິນຕະນາການ, ເຮັດໃຫ້ ກົດບັນຍັດ ໃຫ້ສົມບູນ ຄົບຖ້ວນ, ປຸກລະດົມເຈດຈຳນົງ, ຄວາມສາມາດບົ່ມຊອນ, ແຫຼ່ງກຳລັງແຮງ ໃຫ້ແກ່ການພັດທະນາ. ຍູ້ແຮງຢ່າງຮອບດ້ານ, ຄົບຊຸດ ຂະບວນວິວັດ ແຫ່ງການປ່ຽນແປງໃໝ່ ການຫັນເປັນອຸດສາຫະກຳ ທັນ ສະໄໝ; ປົກປັກຮັກສາປະເທດຊາດ ຢ່າງໝັ້ນຄົງ, ຮັກສາສະພາບແວດ ລ້ອມ ແຫ່ງສັນຕິພາບ, ສະຖຽນລະພາບ, ສືບຕໍ່ ນຳປະເທດຊາດ ພັດ ທະນາ ຢ່າງໄວວາ ແລະ ໝັ້ນຄົງ.
ສະຫາຍ ເລກວັກມິງ, ເລຂາຄະນະພັກ, ຮອງຜູ້ອຳນວຍການ ໃຫຍ່ ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ຮັບເລືອກ ເຂົ້າ ຄະນບໍລິຫານງານ ສູນກາງພັກ ສະໄໝທີ XIII ດ້ວຍຄະແນນສຽງສູງ.

ບົດ: VNP ສັງລວມ - ພາບ: VNA