• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ສືບຕໍ່ເຮັດວຽກ

ຕອນເຊົ້າວັນທີ 11 ທັນວາ, ສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາຮ່າງກົດໝາຍ, ມະຕິສຳຄັນຫຼາຍສະບັບ.
ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ (ພາບ: VGP)

ໃນນັ້ນ, ສະມາຊິກສະພາແຫ່ງຊາດໄດ້ລົງມະຕິເຫັນດີເຫັນພ້ອມຮັບຮອງເອົາກົດໝາຍວ່າດ້ວຍການຫັນເປັນດີຈີຕອນ ຢ່າງເປັນທາງການ.

        ໃນສະພາບການເສດຖະກິດດີຈີຕອນ ພວມກາຍເປັນກຳລັງໜູນຫຼັກແຫຼ່ງຂອງການເຕີບໂຕທົ່ວໂລກ, ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍການຫັນເປັນດີຈີຕອນ ມີຄວາມໝາຍສຳຄັນສຳລັບ ຫວຽດນາມ. ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ຢືນຢັນວ່າ:

        “ເປັນຄັ້ງທຳອິດ, ບັນດາຄຳນິຍາມສຳຄັນທີ່ສຸດຂອງການຫັນເປັນດີຈີຕອນ, ຄື: ການຫັນປ່ຽນພື້ນຖານໂຄງລ່າງເປັນດີຈີຕອນ, ຂໍ້ມູນດີຈີຕອນ, ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ… ໄດ້ກຳນົດຢ່າງເປັນທາງການໃນກົດໝາຍ. ກົດໝາຍກໍ່ປະກາດໃຊ້ໂຄງການຫັນເປັນດີຈີຕອນແຫ່ງຊາດຢ່າງເປັນທາງການ, ກອບຄຸ້ມຄອງຂໍ້ມູນ, ກອບກຳລັງຄວາມສາມາດດີຈີຕອນ.”

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິກ່ຽວກັບແຜນນະໂຍບາຍການລົງທຶນໂຄງການກໍ່ສ້າງທ່າອາກາດສະຍານສາກົນ ຢາບິ່ງ,  ແຂວງ ບັກນິງ; ມະຕິກ່ຽວກັບແຜນນະໂຍບາຍການລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງ ວິງ - ແທັງຖຸຍ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 10 ທັນວາ, ສະພາແຫ່ງຊາດ ໄດ້ຮັບຮອງເອົາວິໄສທັດຮອດປີ 2050 ຫວຽດນາມ ຈະກາຍເປັນປະເທດເຂັ້ມແຂງແຮງກ້າ, ຈະເລີນຮຸ່ງເຮືອງ, ຜາສຸກ; ປະເທດຊາດພັດທະນາ, ມີລາຍຮັບສູງ, ມີລະບອບລະບຽບການເສດຖະກິດການຕະຫຼາດ ຕາມການກຳນົດທິດສັງຄົມນິຍົມຢ່າງຄົບຖ້ວນ, ຄົບຊຸດ, ທັນສະໄໝ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top