• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທັບ ໄທ ແລະ ກຳປູເຈຍ ຢືນຢັນຄືນໃໝ່ຄຳໝັ້ນສັນຍາຢຸດຍິງ ແລະ ຊຸກຍູ້ການຮ່ວມມື

2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື, ໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງ 13 ຈຸດກ່ຽວກັບການປະຕິບັດຄຳສັ່ງຢຸດຍິງ.
ທີ່ກອງປະຊຸມ

ວັນທີ 22 ສິງຫາ, ຄະນະຜູ້ແທນທະຫານເຂດ 1 ຂອງ ໄທ ແລະ ທະຫານເຂດ 5 ຂອງ ກຳປູເຈຍ, ໄດ້ຈັດກອງປະຊຸມຄະນະກຳມະການຊາຍແດນເຂດ (RBC) ຢູ່ແຂວງ ສະແກ້ວ ຂອງ ໄທ. 2 ຝ່າຍໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຢຸດຍິງ ແລະ ຊຸກຍູ້ການຮ່ວມມືໃນບັນຫາຈຳນວນໜຶ່ງ.

        ຕາມແຈ້ງການໂດຍນາຍພົນ ອາມາຣິດ ບອນສູຢາ, ຜູ້ບັນຊາການທະຫານເຂດ 1 ຂອງ ໄທ ທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື, ໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງ 13 ຈຸດກ່ຽວກັບການປະຕິບັດຄຳສັ່ງຢຸດຍິງ, ຮັກສາສັນຕິພາບຢູ່ເຂດເຊິ່ງ 2 ຝ່າຍບັນລຸໄດ້ໃນວາລະປະຊຸມຄະນະກຳມະການຊາຍແດນຮ່ວມ (GBC) ທີ່ຈັດຂຶ້ນໃນວັນທີ 07 ກໍລະກົດ ຢູ່ ມາເລເຊຍ. ທະຫານເຂດ 1 ຂອງ ໄທ ແລະ ທະຫານເຂດ 5 ຂອງ ກຳປູເຈຍ ກໍ່ເຫັນດີຊຸກຍູ້ການຮ່ວມມືໃນບັນຫາການຄົ້ນຫາທຳລາຍລະເບີດບໍ່ທັນແຕກເພື່ອຈຸດປະສົງມະນຸດສະທຳ, ສົມທົບກັນປ້ອງກັນ ຕ້ານອາດຊະຍາກຳຂ້າມຊາດ, ໂດຍສະເພາະແມ່ນບັນດາການສໍ້ໂກງຫຼອກລວງທາງອິນເຕີເນັດ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມພົບປະລະຫວ່າງການນຳພັກ, ລັດ ກັບຜູ້ແທນດີເດັ່ນຕາງໜ້າໃຫ້ປະຊາຊົນທຸກຊັ້ນວັນນະ

ກອງປະຊຸມພົບປະລະຫວ່າງການນຳພັກ, ລັດ ກັບຜູ້ແທນດີເດັ່ນຕາງໜ້າໃຫ້ປະຊາຊົນທຸກຊັ້ນວັນນະ

ກອງປະຊຸມແມ່ນໂອກາດເພື່ອໃຫ້ການນຳພັກ, ລັດ ຮັບຟັງຄວາມໃນໃຈ, ຂໍ້ສະເໜີຂອງປະຊາຊົນທຸກຊັ້ນວັນນະ, ເພື່ອຈາກນັ້ນ ຈະສືບຕໍ່ສ້າງນະໂຍບາຍໃຫ້ຕິດແທດກັບສະພາບຕົວຈິງ

Top