ເພື່ອຮັບປະກັນສິດ ແລະ ພັນທະຂອງຜູ້ມີສິດເລືອກຕັ້ງ ທີ່ແມ່ນແຂກທ່ອງທ່ຽວພວມໄປທ່ຽວ, ພັກເຊົາຢູ່ໃນບໍລິເວນແຂວງ ກວ໋າງນິງ ໄດ້ເປັນເຈົ້າການສ້າງບັນດາວິທີການລະອຽດເພື່ອແນໃສ່ໜູນຊ່ວຍຜູ້ມີສິດເລືອກຕັ້ງປະຕິບັດສິດການເລືອກຕັ້ງ ຢູ່ບັນດາເຂດທ່ອງທ່ຽວ.
18 ໜ່ວຍເລືອກຕັ້ງໃນບໍລິເວນຕາແສງ ບ້າຍໄຈ ພວມສຳຫຼວດກວດຄືນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ກຽມພ້ອມໃຫ້ແກ່ວັນທີ 15 ມີນາ (ພາບ: VOV)
ເຫດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2026 – 2031 ໄດ້ດຳເນີນໃນວັນທີ 15 ມີນາ, ກົງກັບເວລາທ້າຍອາທິດດັ່ງນັ້ນຈຳນວນແຂກທ່ອງທ່ຽວທີ່ມາທ່ຽວກວ໋າງນິງ ຄາດວ່າຈະຍັງຮັກສາຢູ່ລະດັບສູງ.
ເພື່ອຮັບປະກັນສິດ ແລະ ພັນທະຂອງຜູ້ມີສິດເລືອກຕັ້ງ ທີ່ແມ່ນແຂກທ່ອງທ່ຽວພວມໄປທ່ຽວ, ພັກເຊົາຢູ່ໃນບໍລິເວນແຂວງ ກວ໋າງນິງ ໄດ້ເປັນເຈົ້າການສ້າງບັນດາວິທີການລະອຽດເພື່ອແນໃສ່ໜູນຊ່ວຍຜູ້ມີສິດເລືອກຕັ້ງປະຕິບັດສິດການເລືອກຕັ້ງ ຢູ່ບັນດາເຂດທ່ອງທ່ຽວ. ຢູ່ຕາແສງ ບ້າຍໄຈ, ສະຖານທີ່ຈຸດສຸມຂອງການທ່ອງທ່ຽວຂອງແຂວງ ກ໋ວາງນິງ, ໄລ່ສະເລ່ຍແຕ່ລະວັນໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 10.000 ເທື່ອຄົນ. ທ່ານ ຫງວຽນຮວ່າງກຸຍ, ເລຂາຄະນະພັກ, ປະທານສະພາປະຊາຊົນຕາແສງ ບ້າຍໄຈ ໃຫ້ຮູ້ວ່່າ:
ປັດຈຸບັນ, ພວກຂ້າພະເຈົ້າພວມປະສານສົມທົບກັບບັນດາໂຮງແຮມໃຫຍ່, ບັນດາ ບໍລິສັດ tour ທ່ອງທ່ຽວເພື່ອເກັບສະຖິຕິຈຳນວນແຂກທ່ອງທ່ຽວທາງການ ທີ່ມີຄວາມປາດຖະໜາຢາກປ່ອນບັດຢູ່ທ້ອງຖິ່ນ, ຈາກນັ້ນ, ພວກຂ້າພະເຈົ້າຈະແນະນຳບັນດາຂັ້ນຕອນ, ລະບຽບການ ແລະ ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ຈຳນວນແຂກທ່ອງທ່ຽວນີ້ປະຕິບັດສິດຂອງຜູ້ມີສິດເລືອກຕັ້ງ ຢູ່ກ໋ວາງນິງ.
(ແຫຼ່ງຄັດຈາກ VOV)