• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

Simon Redington ກັບມູມມອງທ່ີປະທັບໃຈ ກ່ຽວກັບວັດທະນະທຳ ຫວຽດ

ເກີດ ແລະ ໃຫຍ່ ຢູ່ນະຄອນຫຼວງ ລອນດອນ, ປະເທດ ອັງກິດ, ແຕ່ທ່ານ Simon Redington ໄດ້ເລືອກ ຮ່າໂນ້ຍ ເປັນບ່ອນສ້າງຕັ້ງໂຮງແຕ້ມຮູບ ກ່ຽວກັບ ວັດທະນະທຳ ຫວຽດນາມ. ບັນ ດາ ຜົນງານການ ປະດິດແຕ່ງ ຂອງທ່ານ Simon Redington ທີ່ແຕ້ມກ່ຽວກັບ ຫວຽດນາມ ໄດ້ນຳມາວາງສະແດງຢູ່ຫຼາຍປະເທດ ໃນໂລກ.
ທ່ານ Simon ໄດ້ຮັບໃບປະກາດປະລິນຍາຕີ ຂອງ ມະຫາວິທະ ຍາໄລ Goldsmiths, ໃບປະກາດປະລິນຍາໂທ ດ້ານການຮັກສາສິລະປະ ຂອງ ມະຫາວິທະຍາໄລ ວິຈິດສິນ Hertfordshire ແລະ ໃບປະກາດປະລິນຍາໂທ ຂະແໜງ ກຣາຟິກ ຂັ້ນສູງ ມະຫາວິທະ ຍາໄລວິຈິດສິນ Central St. Martins, ລອນດອນ. ການປະສານ ສົມທົບລະຫວ່າງ 2 ຂົງເຂດສິລະປະ ແລະ ຈິດຕະວິທະຍາ ໄດ້ຊ່ວຍໃຫ້ເພິ່ນຢືນຢັນໄດ້ຄວາມ ສາມາດຂອງຕົນໃນ ວົງການນັກແຕ້ມ ຂອງ ຍຸກປັດຈຸບັນ. 

ບັນດາຜົນງານທ່ີຊັດເຈນ ແລະ ສະແດງອອກ ຂອງທ່ານ Simon ໄດ້ປະຕິບັດໃນຫຼາຍວັດຖຸ ທີ່ແຕກຕ່າງກັນຄື: ພິມ ແລະ ແກະສະ ຫຼັກດ້ວຍໄມ້, ພິມ ແລະ ອັດໃສ່ເຈ້ຍ. ປັດຈຸບັນ, ບັນດາຜົນງານ ຂອງ ເພິ່ນທີ່ແຕ້ມ ກ່ຽວກັບຊີວິດການເປັນຢູ່, ຜູ້ຄົນຫວຽດນາມ ໄດ້ວາງສະແດງທີ່ ຫໍພິພິທະພັນ Victoria ແລະ Albert, ຫໍພິພິທະພັນ ລອນດອນ, ຫໍພິພິທະພັນ Ashmolean, ມະຫາວິທະຍາ ໄລ Oxford, ສະຖາບັນສິລະປະ Chicago, ມະ ຫາວິທະຍາໄລ Brown, ສູນກາງກ່ຽວກັບສິລະປະ ອັງກິດ Yale, ມະຫາວິທະຍາ ໄລ Harvard, ຫໍພິພິທະພັນສິ ລະປະ Metropolitan, ຫໍສະໝຸດ New York ແລະ ມະຫາວິທະຍາໄລ Stanford, ເພິ່ນຍັງໄດ້ເປີດໂຮງແຕ້ມຮູບແຫ່ງໜຶ່ງຢູ່ ຮ່າໂນ້ຍ ແລະ ໂຮງພິມ ແຫ່ງໜຶ່ງ ຢູ່ປະ ເທດ ຝຣັ່ງ. 



ທ່ານ Simon Redington, ຈິດຕະກອນ ຊາວ ອັງກິດ ໄດ້ເລືອກ ຫວຽດນາມ ເປັນບ່ອນເຮັດວຽກດ້ານສິລະປະ ຂອງ ຕົນ. ພາບ: ແທງຢາງ



ງານແກະສະຫຼັກ ສັງກະສີ ກ່ຽວກັບວິຖີຊີວິດ ໄດ້ທ່ານ Simon Redington ນໍາສະເໜີ ໃນງານວາງສະແດງ ທີ່ມີຫົວຂໍ້ “Noise”. ພາບ: ແທງຢາງ



ບັນດາຫົວຂໍ້ ກ່ຽວກັບ ຮ່າໂນ້ຍ ເປັນແຮງບັນດານໃຈ ຂອງ ທ່ານ Simon Redington ໃນການປະດິດແຕ່ງ. ພາບ: ແທງຢາງ



ມູມໜຶ່ງໃນຫ້ອງວາງສະແດງ ຮູບພາບທີ່ມີຫົວຂໍ້ “Noise” ຂອງ ນັກແຕ້ມ Simon Redington. ພາບ: ກົງດາດ



ທ່ານ Simon Redington ໄດ້ປະສົບຜົນສໍາເລັດ ໃນການຈັດງານວາງສະແດງຮູບພາບ ທີ່ມີຫົວຂໍ້ “Noise” ເຊິ່ງດຶງດູດຄວາມສົນ ໃຈ ຂອງ ຜູ້ຊົມດ້ວຍຈຳນວນຫຼວງ ຫຼາຍ. ພາບ: ກົງດາດ

ມື່ອບໍ່ດົນມານີ້, ທ່ານ Simon ໄດ້ຈັດງານວາງສະແດງຮູບພາບ ທີ່ມີຫົວຂໍ້ “Noise. ຜົນງານເຫຼົ່ານີ້ ແມ່ນຜົນງານ ທີ່ເພິ່ນປະຕິບັດໃນເວລາ 2 ປີ, ຈາກຫຼາຍວັດຖຸ ທີ່ແຕກຕ່າງກັນຄື: ສີນໍ້າມັນ, ຕັດ ແລະ ຕິດໃສ່ເຈ້ຍ... ດ້ວຍຫົວຂໍ້ທ່ີຫຼາກຫຼາຍ ແລະ ຂໍ້ຄວາມທ່ີມີຄວາມໝາຍ, ບັນດາຜົນງານເຫຼົ່ານີ້ ໄດ້ກ່າວເຖິງ ປະເດັນຮ້ອນ ໃນຊີວິດ ເຊິ່ງຜູ້ຄົນກໍາລັງປະເຊີນໜ້າ ແລະ ຮັບມືກັບການປ່ຽນ ແປງ ຂອງ ມັນ. 
ເມື່ອເວົ້າເຖິງຄວາມສະໜິດຕິດພັນ ກັບ ຫວຽດນາມ ແລະ ໄດ້ ເລືອກ ຮ່າໂນ້ຍ ເປັນບ່ອນເຮັດວຽກຂອງຕົນ, ທ່ານ Simon ໄດ້ໄຂຄວາມໃນໃຈອອກມາວ່າ ປີ 1997, ເພິ່ນມີແຜນ ມາປະເທດຈຳນວນໜຶ່ງ ຄື: ສິງກະໂປ, ໄທ, ແຕ່ເພິ່ນໄດ້ມາ ຮ່າໂນ້ຍ ຂອງ ຫວຽດນາມ ໂດຍຄວາມບັງເອີນ. ເບື້ອງຕົ້ນ, ເພິ່ນອາໄສ ຢູ່ຖະໜົນ ຮ່າງກວາດ ແລະ ໃຊ້ເວລາສ່ວນຫຼາຍ ໃຫ້ແກ່ການປະດິດແຕ່ງດ້ານສິລະປະ. ຢູ່ທີ່ນີ້, ເພິ່ນໄດ້ຮູ້ຈັກກັບນັກແຕ້ມ ເລກວ໋າງຮ່າ ແລະ ໝູ່ເພື່ອນເປັນຊາວ ຫວຽດນາມ ຈຳນວນໜຶ່ງ. ເຂົາເຈົ້າເປັນຜູ້ສ້າງຄວາມສະໜິດຕິດພັນ ແລະ ເປັນເຫດຜົນທີ່ເຮັດໃຫ້ເພິ່ນຕັດສິນໃຈ ເຮັດວຽກ ດ້ານສິລະປະ ຢູ່ຫວຽດນາມ ມາເປັນເວລາກວ່າ 20 ປີ. ທ່ານ Simon ແລະ ທ່ານ ເລກວ໋າງຮ່າ ພ້ອມກັນສ້າງຕັ້ງໂຮງແຕ້ມ ຮູບ ແລະ ໂຮມພິມ ບັນດາຜົນງານການປະດິດແຕ່ງຢູ່ທີ່ນີ້. 

ປັດຈຸບັນ, ທ່ານ Simon ສໍາເລັດການພິມ ແລະ ແກະສະ ຫຼັກ ໃສ່ສັງກະສີ ໂດຍຫົວຂໍ້ກ່ຽວກັບ ຮ່າໂນ້ຍ ໄດ້ກວ່າ 20 ສະບັບ. ເພິ່ນຄາດວ່າ ຈະນຳໄປວາງສະແດງໃນທົ່ວໂລກ ແລະ ໃຫ້ພິມອອກຢູ່ໂຮງພິມ ທີ່ປະເທດ ຝຣັ່ງ. ໃນອະນາຄົດ, ເພິ່ນ ຈະປະຕິບັດການແຕ້ມຮູບຫຼາຍກວ່າ ແລະ ຈະສົ່ງນັກ ແຕ້ມ ຫວຽດນາມ ຫຼາຍຄົນໄປ ຝຣັ່ງ ເພື່ອແນະນຳບັນດາຜົນ ງານການປະດິດແຕ່ງຂອງເຂົາ ເຈົ້າ ມາຍັງທ່ານຜູ້ຊົມຢູ່ ເອີຣົບ. ນັ້ນແມ່ນວິທີ ເພື່ອໃຫ້ເພິ່ນ ສະ ແດງຄວາມຮູ້ບຸນຄຸນ ຂອງ ຕົນກັບໝູ່ເພື່ອນທີ່ເປັນຄົນ ຫວຽດ, ຜູ້ທີ່ຊ່ວຍເຫຼືອເພິ່ນ ປະຕິບັດ ຄວາມປາດຖະໜາ ຂອງ ຕົນ ໃຫ້ກາຍເປັນຄວາມຈິງ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ທ່ານຜູ້ຊົມ ຫວຽດນາມ. 




ຜົນງານ ທີ່ມີຊື່ວ່າ “ພະຍາກອນ”. 



ຜົນງານ ທີ່ມີຊື່ວ່າ “ເຕັ້ນເທິງກອງສິ່ງເສດເຫຼືອ”. 



ຜົນງານ ທີ່ມີຊື່ວ່າ “ວັນໃໝ່ທີ່ສວຍງາມ”.



ຜົນງານ ທີ່ມີຊື່ວ່າ “ພາຍໃຕ້ດວງຈັນສີແດງ”. 



ຜົນງານ ທີ່ມີຊື່ວ່າ “ໂຄ່ນລົ້ມ”. 



ຜົນງານ ທີ່ມີຊື່ວ່າ “ເງົາເຕັ້ນລຳ”. 



ຜົນງານ ທີ່ມີຊື່ວ່າ “ນຳເອົາບັນດານັກເຕັ້ນລຳ ອອກມາ”.  
 
 ບົດ: ບິກເວິນ - ພາບ: ກົງດາດ ແລະ ແທງຢາງ

Joseph Kingsley Entsuah-ຜູ້ລະດົມກຳລັງໃຈ ຮຽນພາສາ ອັງກິດ ໃຫ້ນັກຮຽນ ຫວຽດນາມ

Joseph Kingsley Entsuah-ຜູ້ລະດົມກຳລັງໃຈ ຮຽນພາສາ ອັງກິດ ໃຫ້ນັກຮຽນ ຫວຽດນາມ

Joseph Kingsley Entsuah (ຊາວ ການາ) ຖືກເອີ້ນດ້ວຍ ຄວາມ ຮັກວ່າ “ຄູສອນ ພະລັງງານ” ໂດຍນັກຮຽນ ຢູ່ໂຮງຮຽນ ນາໆ ຊາດ Maya. ເພິ່ນມີຄວາມດຸໝັ່ນ, ອ່ອນໂຍນ ແລະ ມີທັກສະການ ສອນພາສາ ອັງກິດ ທີ່ດີເລີດກັບນັກຮຽນ. ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ຂອງ​ເພິ່ນ​ ແມ່ນ​ລະດົມ​ກຳລັງ​ໃຈ​ ໃຫ້​ນັກ​ຮຽນ ຫວຽດນາມ ຕັ້ງໜ້າ​ຮ່ຳຮຽນ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເປັນ​ເຈົ້າ​ການ​ພາສາ ​ອັງ ກິດ ​ແລະ ​ເປີດ​ປະຕູ​ແຫ່ງຄວາມຮູ້ກັບບັນດາ​ເພື່ອນ​ມິດສາ​ກົນ.

Top