• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

Salvador Pérez Arroyo ແລະ ຄວາມຮັກທີ່ມີຕໍ່ ຫວຽດນາມ ຜ່ານສາຍຕາຂອງນັກສະຖາປານິກ

ຢູ່ໄວອາຍຸ 75 ປີ ແລະ ມີຄວາມສະໜິດຕິດພັນກັບ ຫວຽດນາມ ມາເປັນເວລາ 11 ປີ, ນັກສະຖາປານິກ Salvador Pérez Arroyo, ປະທານສະພາບໍລິຫານ ບໍລິສັດ S Design ໄດ້ສະຫຼຸບເລື່ອງລາວຕ່າງໆ ກ່ຽວກັບຈັງຫວະດຳລົງຊີວິດທຸກໆ ວັນຢູ່ ຫວຽດນາມ ເມື່ອສະເໜີອອກໂຄງການຮູບພາບທີ່ມີຊື່ວ່າ “Happy Street”.
ສ່ວນຫຼາຍເວລາອາໄສຢູ່ນະຄອນ ໂຮ່ຈີມິນ, ແຕ່ນັກສະຖາປານິກ Salvador Pérez Arroyo ມີຄວາມສະໜິດຕິດພັນກັບ ຮ່າໂນ້ຍ. ຫວ່າງແລ້ວນີ້, ເພິ່ນ ໄດ້ອອກມາ ຮ່າໂນ້ຍ ເພື່ອຈັດງານວາງສະແດງຮູບພາບດ້ວຍຊື່ວ່າ “Happy Street”, ຮູບຖ່າຍກ່ຽວກັບຊາວ  ຫວຽດນາມ ພວມຮັບມືກັບ​ໂລກລະບາດ ໂຄວິດ-19, ກ່ຽວກັບຖະໜົນຫຼາຍສາຍທີ່ເພິ່ນເຄີຍມາຫາ. ເພິ່ນແບ່ງປັນກັບຂ້າພະເຈົ້າວ່າ ເພິ່ນຄືໄດ້ເພີ່ມກຳລັງຊີວິດ ເມື່ອໄດ້ພົບປະກັບຊາວ ຫວຽດນາມ ຫຼາຍຄົນ, ຊາວ ຫວຽດນາມ ມີນຳ້ໃຈອົບອຸ່ນ ແລະ ເປັນຄົນໃຈດີ. ນັ້ນແມ່ນເຫດຜົນ ເພື່ອເພິ່ນຕັ້ງຊື່ໃຫ້ປະມວນຮູບພາບຂອງຕົນແມ່ນ “Happy Street”. 

ນັກສະຖາປານິກ Salvador Pérez Arroyo (ຊາວ ແອສະປາຍ),  ຜູ້ໄດ້ເລືອກ ຫວຽດນາມ ເປັນບ່ອນຢູ່ ແລະ ເຮັດວຽກໃນຕະຫຼອດເວລາ 11 ປີ ຜ່ານມາ.


ປື້ມຮູບພາບ “Happy Streets” ຂອງ ນັກສະຖາປານິກ Salvador Pérez Arroyo, ບ່ອນແບ່ງປັນບັນດາພຶດຕິກຳຕົວຈິງໃນສັງຄົມ ຫວຽດນາມ.


ນັກສະຖາປານິກ Salvador Pérez Arroyo ແບ່ງປັນກ່ຽວກັບບັນດາຮູບພາບທີ່ເພິ່ນຖ່າຍມາ ກັບຜູ້ເຂົ້າຮ່ວມໃນງານວາງສະແດງຮູບພາບ “Happy Streets”.


ນັກສະຖາປານິກ Salvador Pérez Arroyo ເຊັນລາຍຊື່
ໃສ່ປື້ມຮູບພາບ “Happy Streets” ມອບໃຫ້ແກ່ຜູ້ອ່ານ...



... ແລະ ໂອ້ລົມກັນກັບແມ່ຍິງຄົນໜຶ່ງ ທີ່ເພິ່ນໄດ້ພົບຢູ່ທ້ອງຖະໜົນ ທີ່ ຮ່າໂນ້ຍ. 


ນັກສະຖາປານິກ Salvador Pérez Arroyo ແລະ ຜູ້ເຂົ້າຮ່ວມງານວາງສະແດງຮູບພາບ “Happy Streets” ຖ່າຍຮູບຮ່ວມກັນ.
 

ນັກສະຖາປານິກ Salvador Pérez Arroyo ເກີດເມື່ອປີ 1945 ຢູ່ນະຄອນ Madrid, ປະເທດ ແອສະບາຍ. ເພິ່ນເຄີຍສິດສອນຢູ່ມະຫາວິທະຍາໄລຫຼາຍແຫ່ງທີ່ ອັງກິດ, ອີຕາລີ, ໂບໂລ່ຍ ແລະ ໂຮນລັງ. ທ່ານ Salvador Pérez Arroyo ເປັນໜຶ່ງໃນນັກສະຖາປານິກ 10 ຄົນອັນດັບໜຶ່ງຂອງໂລກ, ເພິ່ນໄດ້ສາງຊື່ສຽງດ້ວຍກິດຈະກຳຫຼາຍແຫ່ງຄື ທາດໃຈກາງນະຄອນ Madrid, ຫໍກິລາ Gion, ຫໍພິພິດທະພັນ ວິທະຍາສາດ Rome, ແຜນສັງລວມນະຄອນຫຼວງ Madrid ແລະ ອື່ນໆ. 
ຮູບພາບດຳຂາວ 80 ໃບໄດ້ຖ່າຍກ່ຽວກັບຫວ່າງເວຫາໃນຊີວິດການເປັນຢູ່ຂອງປະຊາຊົນທີ່ຕົວເມືອງໃຫຍ່ ຫຼາຍແຫ່ງຂອງ ຫວຽດນາມ.  ນັກສະຖາປານິກ Salvador Pérez Arroyo ໄດ້ບັນທຶກໄວ້ບັນດາຮູບພາບທີ່ມ່ວນຊື່ນ ກ່ຽວກັບຊາວ ຫວຽດນາມ ຫຼາຍຄົນ ທີ່ເພິ່ນເຄີຍໄດ້ພົບປະ, ແຕ່ນັກສິລະປິນສະແດງຕາມທ້ອງຖະໜົນ, ຍິງສາວໄປວັດ, ຈັງຫວະຟ້ອນຢູ່ທ້ອງຖະໜົນ ຫຼື ຫວ່າງເວຫາໃນຮ້ອນ ກາເຟ, ການຄ້າຂາຍໃນຕະຫຼາດເບັນແທ່ງ, ຫວ່າງເວຫາໃນໂບດ ຕາມດາວ, ນັກສຶກສາຖ່າຍຮູບຮ່ວມກັນຢູ່ໂຮງມະໂຫລະສົບ ຮ່າໂນ້ຍ ແລະ ອື່ນໆ.
 
ຈາກຮູບພາບຫຼາຍໃບ, ນັກສະຖາປານິກ Salvador Pérez Arroyo ຢາກສົ່ງໄປ ສານທີ່ດີສະບັບໜຶ່ງ ກ່ຽວກັບຊີວິດ ແລະ ວັດທະນະທຳຂອງ ຫວຽດນາມ ໃນສະໄໝປະຈຸບັນ. ເພິ່ນ ໃຫ້ຮູ້ວ່າ “ ຫວຽດ ນາມ ໃນສະໄໝປະຈຸບັນ ເປັນປະເທດໜຶ່ງທີ່ທັນສະໄໝ, ປ່ຽນແປງຕາມແຕ່ລະປີ. ຫວ່າງເວຫາໃນປະຊາຄົມ ເຕັມໄປດ້ວຍຄວາມປະດິດຄິດສ້າງ ແລະ ຂະຫຍັນຂັນເຄື່ອນ, ຮູບພາບຂອງເພິ່ນ ຫາໄປເຖິງຄວາມຫຼາກຫຼາຍຮູບແບບຂອງ ວັດທະນະທຳ ພ້ອມກັບຄວາມຊິນເຄີຍຂອງມະນຸດ ໃນຊີວິດປະຈຸບັນ”.
 
ຮູບພາບຫຼາຍໃບໃນປຶ້ມຮູບພາບຂອງເພິ່ນ ລ້ວນແຕ່ໄດ້ຖ່າຍຢູ່ເຂດສາທາລະນະ ດ້ວຍຫວ່າງເວຫາເປີດ. ຄຳອະທິບາຍໃນຮູບແຕ່ລະໃບ ແມ່ນຄວາມສັງເກດຂອງນັກສະຖາປານິກ Salvador Pérez Arroyo ກ່ຽວກັບຊີວິດປະຈຳວັນຢູ່ທີ່ນັ້ນ. ຢູ່ ຫວຽດນາມ, ບໍ່ຍາກເພື່ອໂອ້ລົມກັນກັບທຸກຄົນຢູ່ທ້ອງຖະໜົນ ແລະ ນັກສະຖາປານິກ Salvador Pérez Arroyo ໄດ້ບັນທຶກໄວ້ ຮູບພາບຫຼາຍໃບກ່ຽວກັບປະຊາຊົນຢູ່ບັນດານະຄອນ ແລະ ໄວອາຍຸແຕກຕ່າງກັນ, ພ້ອມກັບຫວ່າງເວຫາດ້ານສະຖາປັດຕະຍະກຳຢູ່ ຫວຽດນາມ ອີກດ້ວຍ. 


ພາບ “ຕະຫຼາດ ຈີນ” ຢູ່ນະຄອນ ໂຮ່ຈີມິນ.


ຮູບພາບໄດ້ນັກສະຖາປານິກ Salvador Pérez Arroyo
ຖ່າຍໃນເວລາພັກຢູ່ໂຮງແຮມ
Metropole ຮ່າໂນ້ຍ.


“ຟ້ອນຢູ່ທ້ອງຖະໜົນ”.


ພາບຖ່າຍໜອງ ເກືອມ ໃນຍາມຄຳ່ຄ້ອຍ.


ພາບບັນທຶກໄວ້ວິນາທີຂອງຄູ່ບ່າວສາວຖ່າຍຮູບໃນງານ
ດອງ ທີ່ສູນກາງວາງສະແດງໃໝ່ຂອງ ນະຄອນ ຮ້າລອງ, ແຂວງ ກວາງນີງ.



ນະຄອນ ເຫວ້ ດ້ວຍຮູບພາບຍິງສາວຫຼາຍຄົນໃນຊຸດອາພອນມູນເຊື້ອ ພວມຂ້າມທາງ, ໃກ້ກັບຂົວເຫຼັກທີ່ເກົ່າແກ່.


ຄວາມສຸກຂອງຊາວ ຮ່າໂນ້ຍ ໄດ້ນັກສະຖາປານິກ Salvador Pérez Arroyo ບັນທຶກໄວ້ຢູ່ ຫໍ ຫງອກເຊີນ. 

ໃນການເດີນທາງໄປຖ່າຍຮູບ ແລະ ຈົດກ່າຍມາເປັນເວລາ 3 ປີຢ່າງຕໍ່ເນື່ອງ, ມີຫວ່າງເວຫາເປີດໜຶ່ງຜ່ານກ້ອງຖ່າຍຮູບຂອງນັກສະຖາປານິກ Salvador Pérez Arroyo ຊຶ່ງໄດ້ສະແດງອອກຢ່າງອຸດົມສົມບູນຢູ່ “ Happy Street”. ພ້ອມກັບຮູບພາບຫຼາຍໃບ, ເພິ່ນໄດ້ຂຽນຄຳອະທິບາຍຮູບຕາມແບບວິທະຍາສາດ, ແຕ່ສະຖານທີ່, ການເວລາ ເຖິງສະພາວະຕົວລະຄອນປະກົດຕົວ. ຕົວຢ່າງ, ໃນພາບຖ່າຍຍິງສາວຄົນໜຶ່ງພວມຢືນອີງຫຼັງໃສ່ຝາດ້ວຍສາຍຕາພວມຄິດຫງຳ່, ເພິ່ນໄດ້ຂຽນວ່າ: “ຂ້າພະເຈົ້າມີຄວາມຮັກກັບຖະໜົນຫຼາຍສາຍຢູ່ ຮ່າໂນ້ຍ. ເວລາຍ່າງຫຼິ້ນຢູ່ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໄດ້ເຮັດໃຫ້ເຮົາຮູ້ສຶກສະບາຍໃຈ ແລະ ມ່ວນຊື່ນ. ເຮົາສາມາດພົບເຫັນບັນດາຄຳກອນເປັນຄູ່, ຕົວໜັງສື ແລະ ບັນດາຮ່ອງຮອຍຂອງສະໄໝກ່ອນ...”. 

ຢູ່ ຫວຽດນາມ, ນັກສະຖາປານິກ Salvador Pérez Arroyo ແລະ ບໍລິສັດ S Design ໄດ້ອອກແບບຫຼາຍກິດຈະກຳຄື ໂຮງລະຄອນຕຳຫຼວດປະຊາຊົນ, ສວນສາທາລະນະ  FLC ເຊີ່ມເຊີນ, ຂົວ ຖູທຽມ... “Happy Streets" ເປັນບ່ອນເພິ່ນແບ່ງປັນບັນດາພຶດຕິກຳ ດ້ານສັງຄົມທີ່ເຂດເມືອງໃຫຍ່ ແລະ ຊອກຫາວັດທະນະທຳ ຫວຽດນາມ ໃນສະໄໝປະຈຸບັນ. 
ບົດ: ບິກເວີນ - ພາບ: ແທງຢາງ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top