• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

Saint Petersburg - ສຸດຍອດແຫ່ງສະຖາປັດຕະຍະກຳທີ່ມີຄຸນຄ່າສູງສຸດຂອງ ລັດເຊຍ

ໄດ້ເລີ່ມການກໍ່ສ້າງເມື່ອປີ 1703, Saint Petersburg ເປັນນະຄອນຫຼວງເກົ່າ ແລະ ເປັນນະຄອນໃຫຍ່ອັນດັບ 2 ຂອງ ລັດເຊຍ (ຮອງຈາກນະຄອນຫຼວງ ມົສກູ).
Saint Petersburg ຕັ້ງຢູ່ເທິງເກາະ 42 ໜ່ວຍຂອງແມ່ນຳ້ເນວາ, ນີ້ແມ່ນແມ່ນຳ້ ທີ່ມີປະລິມານນຳ້ຫຼາຍທີ່ສຸດຢູ່ ເອີຣົບ, ກວ້າງ 650 ແມັດ ແລະ ເລິກ 14-23 ແມັດ. ດ້ວຍຮ່ອງຮອຍປະຫວັດສາດ ແລະ ວັດທະນະທຳ, ຕາງໜ້າ ໃຫ້ຮູບແບບທີ່ຫຼາກຫຼາຍ ຂອງສະຖາປັດຕະຍາກຳໂລກ ຫຼາຍກວ່າ 3.700 ແຫ່ງ, Saint Petersburg ຖືກອົງການ ຢູແນັສໂກ ຮັບຮອງ ເປັນມໍລະດົກໂລກ ແລະ ເປັນນະຄອນ ທ່ອງທ່ຽວ ທີ່ຈັບໃຈ ອັນດັບ 8 ຂອງໂລກ.



Petergof - ພະລາຊະວັງລະດູຮ້ອນ
ພະລາຊະວັງ Petergof ຫ່າງຈາກນະຄອນ Saint Peter sburg ປະມານ 20 ກິໂລແມັດ ໄປທາງທິດຕາເວັນຕົກ.
ພະລາຊະວັງ Petergof ມີສວນສາທາລະນະ 7 ແຫ່ງ, ຫໍປະສາດ 20 ຫຼັງ ແລະ ນຳ້ພຸ ທີ່ມີຊື່ສຽງອີກກວ່າ 140 ແຫ່ງ.
ຈຸດພິເສດ ແມ່ນລະບົບນຳ້ພຸ ຢູ່ໃນພະລາຊະວັງ ບໍ່ໄດ້ນຳໃຊ້ຈັກສູບນຳ້, ນຳ້ຢູ່ ທີ່ນີ້ ໄດ້ເອົາມາຈາກຫ້ວຍຫຼາຍສາຍ
ຢູ່ຫ່າງຈາກ ພະລາຊະວັງ ກວ່າ 20 ກິໂລແມັດ. ນີ້ແມ່ນກິດຈະກຳນຳ້ພຸ ມີຂະ ໜາດ ໃຫຍ່ທີ່ສຸດ ຂອງໂລກ. 





ພະລາຊະວັງລະດູໜາວ
ພະລາຊະວັງຫຼັງນີ້ ໄດ້ຮັບການກໍ່ສ້າງໃນເວລາ 9 ປີ, ແຕ່ປີ 1754-1762 ບົນເນື້ອທີ່ 90.000 ຕາຕະລາງແມັດ ໂດຍນັກ
ສະຖາປານິກຊາວ ອີຕາລີ Rastrelli ເປັນຜູ້ອອກແບບ. ພະລາຊະວັງ ແຫ່ງນີ້ ມີທັງໝົດ 1.000 ຫ້ອງ,
117 ຂັ້ນໄດ, ມີ ປະຕູແລະປ່ອງຢ້ຽມເກືອບ 2.000 ປ່ອງ. ປະຈຸບັນ, ພະລາຊະ ວັງ ແຫ່ງນີ້ ໄດ້ກາຍເປັນຫໍພິພິທະພັນແຫ່ງຊາດ Hermitage ແລະ ວາງສະແດງວັດຖຸສິ່ງຂອງມີຄ່າກວ່າ 3 ລ້ານຊຸດ. ຖ້າເບິ່ງ ຂອງ ມີຄ່າແຕ່ລະຊຸດໃຊ້ເວລາ 3 ນາທີ, ນັກທ່ອງທ່ຽວ ຕ້ອງໃຊ້ ເວລາ 17 ປີ ຈິ່ງເບິ່ງໝົດຂອງວາງສະແດງຢູ່ທີ່ນີ້.





ພະລາຊະວັງ Ekaterina
ພະລາຊະວັງ Ekaterina ຢູ່ນະຄອນ Puskin, ຫ່າງຈາກໃຈ ກາງນະຄອນ St. Petersburg ເກືອບ 30 ກິໂລແມັດໄປທາງ ທິດໃຕ້. ພະລາຊະວັງແຫ່ງນີ້ ໄດ້ຮັບການກໍ່ສ້າງເມື່ອປີ 1717. ມາຢາມພະລາຊະວັງ Ekaterina, ນັກທ່ອງທ່ຽວຈະໄດ້ຮັບ
ຊົມ ຄວາມສວຍສົດງົດງາມຂອງເຄື່ອງປະດັບປະດາ ທີ່ເຮັດ ດ້ວຍຄຳ ແລະ ໂລຫະ ທີ່ມີຄ່າຕ່າງໆ. 
ພະລາຊະວັງ Ekaterina ເປັນໜຶ່ງໃນບັນດາພະລາຊະວັງທີ່ສວຍງາມ, ສະຫງ່າຜ່າເຜີຍທີ່ສຸດໃນໂລກ,
ຖືກອົງການ ຢູແນັສ ໂກ ຮັບຮອງເປັນມໍລະດົກ ວັດທະນະທຳໂລກ ເມື່ອປີ 1990.



ສຳນັກງານກອງເສນາທິການໃຫຍ່
ສຳນັກງານກອງເສນາທິການໃຫຍ່ ຖືເປັນສັນຍາລັກ ດ້ານ ສະ ຖາປັດຕະຍະກຳຂອງ Saint Petersburg.
ອາຄານຫຼັງນີ້ ໄດ້ ຮັບການກໍ່ສ້າງແຕ່ປີ 1820-1823. ພາຍໃນອາຄານ ມີທາງ ຍ່າງ 11 ສາຍ, ມີເດີ່ນ 5 ແຫ່ງ. 
ຈຸດເດັ່ນ ຂອງ ອາຄານຫຼັງນີ້ ແມ່ນປະຕູໄຊ. ນີ້ແມ່ນຜົນການແກະສະຫຼັກມ້າເສິກ 6 ໂຕ ເຮັດດ້ວຍທອງ,
ສະແດງໃຫ້ເຫັນການເອົາຊະນະ Napoleon ໃນສົງຄາມ ກັບຝຣັ່ງ ເມື່ອປີ 1812 ຂອງ ລັດເຊຍ. 





ໂບດກອງທັບເຮືອ St Nicholas
ໂບດ St Nicholas ໄດ້ກໍ່ສ້າງເມື່ອປີ 1903-1913, ເປັນໂຄງການໃຫຍ່ສຸດ ໃນຈຳນວນໂບດ ກອງທັບເຮືອ
ໃນສະໄໝພະເຈົ້າຊາ. ໂບດຫຼັງນີ້ ເປັນບ່ອນລະລຶກເຖິງບັນດາ ນັກຮົບ ຂອງ ກອງທັບເຮືອ ລັດເຊຍ
ທີ່ເສຍສະຫຼະຊີວິດໃນເວລາປະຕິບັດໜ້າທີ່. 
 


ໂບດ Savior on Spilled Blood
ໂບດ Savior on Spilled Blood ຕັ້ງຢູ່ແຄມລຳຄອງ Griboedova, ສູງ 81 ແມັດ, ໄດ້ຮັບການກໍ່ສ້າງແຕ່ປີ 1883-1907, ສາມາດບັນຈຸໄດ້ 1.600 ຄົນ. ໂບດຫຼັງນີ້ ໄດ້ກໍ່ສ້າງ ຢູ່ ບ່ອນເຈົ້າຊີວິດ Aleksandr II ຖືກລອບສັງຫານ ເມື່ອປີ 1881. ປະຈຸບັນ, ໂບດຫຼັງນີ້ ໄດ້ກາຍເປັນຫໍພິພິທະພັນດ້ານ ສະຖາປັດຕະຍະກຳຂອງ ລັດເຊຍ. 





ໂບດ St Isaac  
ນີ້ແມ່ນໂບດໃຫຍ່ທີ່ສຸດຢູ່ Saint Petersburg ແລະ ເປັນ ໂບດ Xlavo ສູງທີ່ 2 ຂອງໂລກ - 101,5 ແມັດ, ສາມາດ
ບັນຈຸໄດ້ 12.000 ຄົນ. ນີ້ແມ່ນໂຄງການ ທີ່ໃຊ້ເວລາໃນການກໍ່ ສ້າງ ຍາວນານທີ່ສຸດ ເຖິງ 40 ປີ,
ແຕ່ປິ 1818-1858. ໂບດ St Isaac ມີເພດານໂຄ້ງ 5 ບ່ອນ.  ເພດານໂຄ້ງຕົ້ນຕໍ່ໄດ້ກໍ່ດ້ວຍໂລຫະທີ່ມີຄ່າ,
ໃນນັ້ນ ມີຄຳກວ່າ 100 ກິໂລກຣາມ. ໂບດຫຼັງນີ້ ຍັງໄດ້ຮູ້ເຖິງດ້ວຍຊື່ວ່າ ຫໍພິພິທະພັນຫີນແກ້ວສີ
ຍ້ອນມັນໄດ້ປະດັບປະດາດ້ວຍຫີນ ທີ່ມີຄ່າຫຼາຍພັນໂຕນ ເພື່ອ ປະດັບປະດາ ຂ້າງໃນໂບດ. 





ແມ່ນຳNeva
Neva ຖືກຂະໜານນາມວ່າ ເປັນໜຶ່ງໃນບັນດາແມ່ນຳ້ ທີ່ສວຍ ງາມທີ່ສຸດຢູ່ ເອີຣົບ, ມີຂົວທັງໝົດ 10 ແຫ່ງ. ຕອນຄ່ຳນັກທ່ອງ ທ່ຽວມັກເຕົ້າໂຮມກັນຢູ່ຂົວ 2 ເບື້ອງ ເພື່ອເບິ່ງຂົວຕອນກາງ ຖືກ ຍົກຂຶ້ນໃຫ້ກຳປັ່ນແລ່ນຜ່ານ. 
 
ບົດ ແລະ ພາບ: ຫງວຽນຖັ໋ງ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top