• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ງານບຸນແຂ່ງຊ້າງຢູ່ບ້ານໂດນ

ພໍມາເດືອນມີນາຂອງແຕ່ລະປີ, ເມື່ອດອກໄມ້ຢູ່ເຂດປ່າ ໄຕງວຽນ ເບັ່ງບານອວດອົ່ງສີສັນ ກໍແມ່ນເວລາຊາວບ້ານໂດນຈັດຕັ້ງງານບຸນ ແຂ່ງຊ້າງປະເພນີຢ່າງຄຶກຄື້ນ. ບ້ານໂດນ ຖືວ່າເປັນ ເມືອງ ເອກຂອງຊ້າງຢູ່ເຂດໄຕງວຽນ. ຊ້າງມີຄວາມສະໜິດຕິດພັນກັບປະຊາຊົນບັນດາເຜົ່າ ໃນເຂດໄຕງວຽນ, ຊ້າງປຽບເໝືອນໝູ່ສະໜິດ ແລະ ເປັນສະມາຊິກໜຶ່ງໃນ ແຕ່ລະຄອບຄົວ ຂອງ ຊາວເຜົ່າໄຕງວຽນ. ງານບຸນແຂ່ງຊ້າງຢູ່ບ້ານໂດນມີຄວາມ ໝາຍທີ່ສະແດງເຖິງກຳລັງແຮງ, ຄວາມສະຫຼາດສະຫຼຽວຂອງຊ້າງ ພ້ອມທັງສ່ອງແສງຈຸດ ວັດທະນະທຳມູນເຊື້ອອັນເປັນເອກະລັກ ຂອງ ຊົນເຜົ່າໄຕງວຽນ ອີກດ້ວຍ.
ປະຕິບັດ: ເຕິດເຊີນ-ຈິ້ງໂບ້

 

ຈັດພິທີມອບລາງວັນໃຫ້ແກ່ຊ້າງທີ່ຍາດໄດ້ຊະນະໃນການແຂ່ງຂັນ.
ລອຍນ້ຳແມ່ນໜຶ່ງໃນລາຍການແຂ່ງຂັນທີ່ຍາກທີ່ສຸດ ຂອງຊ້າງ.
ຕອນໜຶ່ງໃນການຍິງປະຕູຂອງຊ້າງ ຄຳງວາກ.
ໃນພາກສ່ວນແຂ່ງຂັນເຕະບານ.
ຊ້າງທັງຫຼາຍແຂ່ງຂັນກັນເພື່ອສຸມກຳລັງແຮງຢ່າງເຕັມຢຽດ ໃນການແຂ່ງລອຍນ້ຳ.
ພາກສ່ວນແຂ່ງລອຍນ້ຳ ໄດ້ຮັບການດຳເນີນໄປຢູ່ທ່ານ້ຳທາລ໋ວງ ທີ່ບ້ານໂດນ.
ຊ້າງສອງໂຕກຳລັງແຂ່ງຂັນເອົາໄຊຊະນະໃນການແຂ່ງລອຍນ້ຳ.
ການແຂ່ງຂັນຍິ່ງເຂັ້ມຂຸ້ນຂຶ້ນເລື້ອຍໆຂອງ ຊ້າງນຳໜ້າ 3 ໂຕ ໃນຮອບຊີງຊະນະເລີດ.
ຊ້າງສອງໂຕກຳລັງສຸມກຳລັງແຮງເພື່ອຍາດກັນກ້າວເຂົ້າສູ່ເສັ້ນໄຊ.
ໃນພາກສ່ວນແຂ່ງຂັນເຕະບານ.
ຊ້າງເປັນ “ຜູ້ຮັກສາປະຕູ” ຂອງທີມມີທຸງສີແດງ.
ພິທີແຫ່ຊ້າງບົນເສັ້ນທາງຫຼາຍສາຍຂອງບ້ານໂດນ ກ່ອນທີ່ຈະນຳຊ້າງເຂົ້າສູ່ການແຂ່ງຂັນ.
ບຸນແຂ່ງຊ້າງປີນີ້ມີການເຂົ້າຮ່ວມຂອງຊ້າງ 18 ໂຕ ຊຶ່ງເປັນຕົວແທນຂອງ 18 ຊົນເຜົ່າຢູ່ເມືອງບວນໂດນ.

Top