ງານບຸນແຂ່ງຊ້າງຢູ່ບ້ານໂດນ

 

ຈັດພິທີມອບລາງວັນໃຫ້ແກ່ຊ້າງທີ່ຍາດໄດ້ຊະນະໃນການແຂ່ງຂັນ.
ລອຍນ້ຳແມ່ນໜຶ່ງໃນລາຍການແຂ່ງຂັນທີ່ຍາກທີ່ສຸດ ຂອງຊ້າງ.
ຕອນໜຶ່ງໃນການຍິງປະຕູຂອງຊ້າງ ຄຳງວາກ.
ໃນພາກສ່ວນແຂ່ງຂັນເຕະບານ.
ຊ້າງທັງຫຼາຍແຂ່ງຂັນກັນເພື່ອສຸມກຳລັງແຮງຢ່າງເຕັມຢຽດ ໃນການແຂ່ງລອຍນ້ຳ.
ພາກສ່ວນແຂ່ງລອຍນ້ຳ ໄດ້ຮັບການດຳເນີນໄປຢູ່ທ່ານ້ຳທາລ໋ວງ ທີ່ບ້ານໂດນ.
ຊ້າງສອງໂຕກຳລັງແຂ່ງຂັນເອົາໄຊຊະນະໃນການແຂ່ງລອຍນ້ຳ.
ການແຂ່ງຂັນຍິ່ງເຂັ້ມຂຸ້ນຂຶ້ນເລື້ອຍໆຂອງ ຊ້າງນຳໜ້າ 3 ໂຕ ໃນຮອບຊີງຊະນະເລີດ.
ຊ້າງສອງໂຕກຳລັງສຸມກຳລັງແຮງເພື່ອຍາດກັນກ້າວເຂົ້າສູ່ເສັ້ນໄຊ.
ໃນພາກສ່ວນແຂ່ງຂັນເຕະບານ.
ຊ້າງເປັນ “ຜູ້ຮັກສາປະຕູ” ຂອງທີມມີທຸງສີແດງ.
ພິທີແຫ່ຊ້າງບົນເສັ້ນທາງຫຼາຍສາຍຂອງບ້ານໂດນ ກ່ອນທີ່ຈະນຳຊ້າງເຂົ້າສູ່ການແຂ່ງຂັນ.
ບຸນແຂ່ງຊ້າງປີນີ້ມີການເຂົ້າຮ່ວມຂອງຊ້າງ 18 ໂຕ ຊຶ່ງເປັນຕົວແທນຂອງ 18 ຊົນເຜົ່າຢູ່ເມືອງບວນໂດນ.
  • ພໍມາເດືອນມີນາຂອງແຕ່ລະປີ, ເມື່ອດອກໄມ້ຢູ່ເຂດປ່າ ໄຕງວຽນ ເບັ່ງບານອວດອົ່ງສີສັນ ກໍແມ່ນເວລາຊາວບ້ານໂດນຈັດຕັ້ງງານບຸນ ແຂ່ງຊ້າງປະເພນີຢ່າງຄຶກຄື້ນ. ບ້ານໂດນ ຖືວ່າເປັນ ເມືອງ ເອກຂອງຊ້າງຢູ່ເຂດໄຕງວຽນ. ຊ້າງມີຄວາມສະໜິດຕິດພັນກັບປະຊາຊົນບັນດາເຜົ່າ ໃນເຂດໄຕງວຽນ, ຊ້າງປຽບເໝືອນໝູ່ສະໜິດ ແລະ ເປັນສະມາຊິກໜຶ່ງໃນ ແຕ່ລະຄອບຄົວ ຂອງ ຊາວເຜົ່າໄຕງວຽນ. ງານບຸນແຂ່ງຊ້າງຢູ່ບ້ານໂດນມີຄວາມ ໝາຍທີ່ສະແດງເຖິງກຳລັງແຮງ, ຄວາມສະຫຼາດສະຫຼຽວຂອງຊ້າງ ພ້ອມທັງສ່ອງແສງຈຸດ ວັດທະນະທຳມູນເຊື້ອອັນເປັນເອກະລັກ ຂອງ ຊົນເຜົ່າໄຕງວຽນ ອີກດ້ວຍ.
    ປະຕິບັດ: ເຕິດເຊີນ-ຈິ້ງໂບ້


top