• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

Meliá Hotels International ກັບພາລະໜ້າທີ່ ໂຄສະນາເຜີຍແຜ່ວັດທະນະທຳທ້ອງຖິິ່ນ

ຕະຫຼອດ 20 ປີ ທ່ີຜ່ານມາ, ໂຮງແຮມ Meliá Hotels International ບໍ່ພຽງແຕ່ເປັນເຄື່ອງໝາຍການຄ້າ ເພື່ອການ ພັກເຊົາ ຫຼື ຈັດຕັ້ງບັນດາເຫດການ ທີ່ສຳຄັນລະດັບຊາດ ແລະ ສາກົນເທົ່ານັ້ນ, ແຕ່ຍັງເປັນ ເພື່ອນຮ່ວມທາງ ທີ່ມີຄວາມ ຮັບ ຜິດຊອບ ຕໍ່ການ ທ່ອງທ່ຽວ ຫວຽດນາມ ໂດຍຜ່ານ ການໂຄສະ ນາ ເຜີຍແຜ່ ວັດທະນະທຳ ພື້ນເມືອງ, ເຊື່ອມຕໍ່ ນັກທ່ອງທ່ຽວ ຈາກທົ່ວທຸກສາລະທິດ ມາຍັງ ຫວຽດນາມ.
ຫວຽດນາມ ໄດ້ຖືເປັນໜຶ່ງໃນບັນດາຕະຫຼາດ ມີຄວາມສາມາດ ບົ່ມຊ້ອນ ໃນພາກພື້ນ, ມີທ່າໄດ້ປຽບ ຍ້ອນມີທຳມະຊາດ ທີ່ ສວຍງາມ ແລະ ຜູ້ຄົນມີຈິດໃຈໂອບເອື້ອອາລີ. ນີ້ແມ່ນກຸນແຈ ທ່ີສໍາຄັນ ສໍາລັບ Meliá Hotels International ໃນການດຶງ ດູດ ນັກທ່ອງທ່ຽວຈາກທົ່ວທຸກສາລະທິດ ມາຍັງຫວຽດນາມ. ປີ 2019, ອັດຕາການຈະເລີນເຕີບໂຕ ຂອງ Meliá ລະຫວ່າງປະ ເທດສູງເຖິງ 12 %, ໃນນັ້ນ 80% ແມ່ນຢູ່ຫວຽດນາມ. ຕາມ ລາຍງານລ່າສຸດ ໂດຍ SAM (ບໍລິສັດສະວິດ ຜູ້ຊ່ຽວຊານໃນ ການຈັດ ຕົວເລກຄວາມໝັ້ນຄົງ ຂອງ Dow Jones) ປະກາດ, Meliá Hotels International ໄດ້ຄະແນນສູງສຸດໃນປະ ຫວັດສາດ ຂອງ ຂະແໜງບໍລິການທ່ອງທ່ຽວທົ່ວ ໂລກຄື: 83 ຄະແນນ (ສູງກວ່າ 10 ຄະແນນ ເມື່ອທຽບ ກັບປີ ກ່ອນ) ແລະ ກາຍເປັນກຸ່ມບໍລິສັດ ມີການຈະເລີນເຕີບໂຕ ແລະ ພັດທະນະ ນາ ຢ່າງໝັ້ນຄົງທີສຸດ ໃນໂລກ.

ນອກຈາກການພັດທະນາທາງດ້ານເສດຖະກິດ, Meliá ຍັງ ເປັນ ກຸ່ມບໍລິສັດ ທ່ີເຊື່ອມໂຍງ ການພັດທະນາ ກັບການ ປົກ ປັກ ຮັກສາສິ່ງແວດລ້ອມ. ຢູ່ ຫວຽດ ນາມ, Meliá ໄດ້ປຸກລະ ດົມບັ້ນຮົບ ເວົ້າ "ບໍ່" ກັບເຄື່ອງ ປຼາສຕິກ ໃຊ້ຄັ້ງດຽວ ແຕ່ປີ 2018. ບັນດາໂຮງແຮມທີ່ກຳລັງ ເຄື່ອນໄຫວ ຂອງ Meliá ແຕ່ ເກາະຝູ໋ກວັກ ຈົນເຖິງ ປ່າ ບາວີ່ ຕ່າງກໍໄດ້ກາຍເປັນ ຈຸດນັດ ໝາຍເວົ້າ "ບໍ່" ກັບເຄື່ອງ ປຼາສ ຕິກ. Meliá ໄດ້ຈໍາກັດ ການ ນຳໃຊ້ ບັນດາຜະລິດຕະພັນ ປຼາສຕິກ ໃຊ້ຄັ້ງດຽວ ແລະ ປ່ຽນ ແທນ ບັນດາທໍ່ດູດ, ຈອກ, ຖົງ ປຼາສຕິກ ດ້ວຍ ວັດຖຸ ທ່ີຜະລິດ ຈາກ ໄມ້ໄຜ່, ເຈ້ຍ, ແປ້ງເຂົ້າ ຫຼື ແກ້ວ ...

 

Meliá ຮ່າໂນ້ຍ ໂຮງແຮມລະດັບ 5 ດາວ ໄດ້ມາດຕະຖານ ສາ ກົນ ໂດຍກຸ່ມບໍລິສັດ Meliá Hotels International ກໍ່ສ້າງຄັ້ງ ທຳອິດ ເມື່ອເລີ່ມລົງທຶນເຂົ້າ ຫວຽດນາມ. ພາບ: ຫວຽດເກື່ອງ


Meliá ໂຮ່ຈ່າມ ໄດ້ຮັບການເລືອກເປັນໜຶ່ງ ໃນບັນດາໂຮງ ແຮມ ງາມທີ່ສຸດໃນໂລກ ໂດຍ MeliáHotels International ເປັນຜູ້ກໍ່ສ້າງໃນ ປີ 2019. ພາບ: ເອກະສານ


ທ່ານນາງ María Jesús Figa, ເອກອັກຄະລັດຖະທູດ ແອັດ ສະປາຍ ປະຈຳ ຫວຽດນາມ ຖ່າຍຮູບຮ່ວມກັບບັນດາຜູ້ນຳ ກຸ່ມ ບໍລິສັດ Meliá Hotels International
ເນື່ອງໃນໂອກາດ ສະ ເຫຼີມສະຫຼອງ 20 ປີ ວັນ Meliá ມີໜ້າ ຢູ່ ຫວຽດນາມ. ພາບ: ຫວຽດເກື່ອງ



Meliá ຮ່າໂນ້ຍ ເປັນສະຖານທີ່ຈັດຫຼາຍເຫດການສາກົນ ທີ່ ສຳຄັນ. ໃນພາບ ແມ່ນເຫດການຮ່ວມມືສາກົນ ເພື່ອການຈະ ເລີນເຕີບໂຕ ທີ່ຍືນຍົງ ດ້ານກະສິກຳ. ພາບ: ຫວຽດເກື່ອງ


Meliá Hotels International ນໍາໃຊ້ພະນັກງານ ເປັນຄົນ ຫວຽດ ແລະ ເຄົາລົບວັດທະນະທຳ ຫວຽດນາມ. ໃນພາບ ພະ ນັກງານຕ້ອນຮັບ ຂອງ Meliá ຮ່າໂນ້ຍ
ໃນ ຊຸດເສື້ອຍາວ ມູນ ເຊື້ອ. ພາບ: ຫວຽດເກື່ອງ

ໂຮງແຮມ Meliá ແຕ່ລະແຫ່ງ ຢູ່ແຕ່ລະທ້ອງຖິ່ນ ໄດ້ມີບັນດາ ການເຄື່ອນໄຫວສະເພາະ ຊຶ່ງປະກອບສ່ວນ ເຂົ້າໃນ ຄວາມມາ ນະພະຍາຍາມລວມຂອງທົ່ວກຸ່ມບໍລິສັດ. ຕົວຢ່າງ: Meliá ບາ ວີ່ Mountain Retreat ໄດ້ນໍາໃຊ້ເຈ້ຍ ecoheim ຊຶ່ງເປັນປະ ເພດເຈ້ຍ ເປັນມິດກັບສິ່ງແວດລ້ອມ ຫຼື ບັນດາປະເພດເຈ້ຍ ສາ ມາດຜະລິດຄືນໃໝ່ ເພື່ອການພິມ ເອກະສານທີ່ ນຳໃຊ້ຢູ່ທີ່ນີ້. ສ່ວນ Meliá ດ່າໜັງ ກັບໂຄງການສະບູ ແຫ່ງຄວາມຫວັງ (Soap for hope), ເກັບທ້ອນ ສະບູ ທີ່ນຳໃຊ້ບໍ່ໝົດແລ້ວ ປະ ຕິບັດ ຂັ້ນຕອນຂ້າເຊື້ອ ແລະ ໜີບເຢັນ, ອົບແຫ້ງ ແລະ ຜະລິດ ເປັນສະບູກ້ອນໃໝ່ ແລ້ວສົ່ງໄປຍັງບັນດາເຂດ ທີ່ຍັງຂາດ ດ້ານ ສຸຂາອະນາໄມ. ລະອຽດ ຄື Meliá ໄດ້ຝາກ ສະບູ ຜະລິດຄືນ  ໃໝ່ ຈຳນວນ 14 ໂຕນ ໄປຍັງບັນດາເຂດພູສູງ ຂອງ ຫວຽດ ນາມ ທີ່ຫຼາຍຄອບຄົວຍັງທຸກຍາກ, ຂາດສຸຂາອະນາໄມ.

ໃນແຜນພັດທະນາ, Meliá ສູ້ຊົນ ກ່ອນປີ 2020 ຈະຫຼຸດ 8% ປະລິມານໃຊ້ນໍ້າ ແລະ 18,4% ປະລິມານ CO2 ທີ່ ລະບາຍ ອອກ ຂອງ ນັກທ່ອງທ່ຽວທີ່ພັກຄ້າງຄືນ ແຕ່ລະຄົນ, ບັນລຸ 70% ຂອງການຊົມໃຊ້ພະລັງງານທັງໝົດ ເປັນພະລັງງານສີຂຽວ. 52% ໂຮງແຮມ ຂອງ ກຸ່ມບໍລິສັດ ໄດ້ຮັບໃບຮັບຮອງ ການພັດ ທະນາທ່ີໝັ້ນຄົງ, ເອົາເງື່ອນໄຂການພັດທະນາທີ່ໝັ້ນຄົງ ເປັນ ສັນຍາ ກັບຄູ່ຮ່ວມມື ແລະ ຜູ້ສະໜອງ, 90% ຜູ້ສະໜອງ ແມ່ນ ບັນດາ ຮາກຖານ ຜະລິດຢູ່ ທ້ອງຖິ່ນ.

ທ່ານ Gabriel, ຮອງປະທານ ທັງເປັນ ຜູ້ອຳນວຍການ ດ້ານ ບໍລິຫານ ຂອງ ກຸ່ມບໍລິສັດ Meliá ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ມີປະສົບການ ເປັນເວລາ 60 ປີ ໃນການດໍາເນີນທຸລະກິດ ບໍລິ ຫານໂຮງແຮມໃນທົ່ວໂລກ, ເພາະສະນັ້ນ ເມື່ອເຂົ້າ ມາລົງທຶນ ຢູ່ ຫວຽດນາມ, Meliá ມີທ່າໄດ້ປຽບຫຼາຍຢ່າງ ກ່ຽວກັບການ ຮັບຮູ້ ເຄື່ອງໝາຍການຄ້າ, ພວກຂ້າພະເຈົ້າ ຖື ວັດທະນະທຳ ທ້ອງຖິ່ນ ເປັນເປົ້າໝາຍ ໃນການພັດທະນາ, ນຳໃຊ້ແຮງງານ ແລະ ຖື ສຳຄັນ ແນວຄວາມຄິດສ້າງສັນ ຈາກທ້ອງຖິ່ນ, ພຽງ 9 ເດືອນ ທ້າຍປີ ລາຍຮັບຂອງ Meliá ໄດ້ເພີ່ມຂຶ້ນ 5%, ລວມ ຍອດ ກຳໄລທັງໝົດເພີ່ມຂຶ້ນ 6% ເມື່ອທຽບກັບ ຕົ້ນປີ 2019”.

ຢູ່ຫວຽດນາມ, Meliá ຊ່ວຍໃຫ້ນັກທ່ອງທ່ຽວ ໄດ້ສຳຜັດ ກັບ ການບໍລິການ ສາກົນ. ຢູ່ແຕ່ລະທ້ອງຖິ່ນ Meliá ເຄົາລົບ ວັດ ທະນະທໍາ ແຕ່ລະພາກ ແລະ ນໍາເອົາການທ່ອງທ່ຽວ ຊຸມຊົນ ເຂົ້າເຖິງນັກທ່ອງທ່ຽວ ແຕ່ລະຄົນ. ຈຸດພິເສດ ສໍາລັບກຸ່ມ ບໍລິ ສັດນີ້ແມ່ນ ເຂົາເຈົ້າມີຄວາມພາກພູມໃຈ ກັບຖັນແຖວພະນັກ ງານ ຫວຽດນາມ ແລະ ມີນະໂຍບາຍດຶງດູດ ຜູ້ມີຄວາມສາມາດ ຂອງທ້ອງຖິ່ນ ຢູ່ສະເໝີ. Meliá ໄດ້ນໍາໃຊ້ 80% ຜູ້ນໍາ ຂັ້ນ ຕ່າງໆ ເປັນຄົນ ຫວຽດ ນັບແຕ່ ຕຳແໜ່ງຫົວໜ້າຫ້ອງການ ຂຶ້ນ ໄປ.



Meliá Hotels International ຍາມໃດກໍຖືສໍາຄັນ ວັດທະນະ ທຳທ້ອງຖິ່ນຢູ່ສະເໝີ, ດັ່ງນັ້ນ ຈິ່ງໄດ້ອອກແບບເຮືອນຄົວດ້ວຍ ໄມ້ ກັບການປຸງແຕ່ງອາຫານທີ່ພິເສດຫຼາຍລາຍການ
ຂອງ ຝູ໋ກວັກ ຢູ່ Meliá ຝູ໋ກວັກ. ພາບ: ເອກະສານ



ພໍ່ຄົວຂອງ Meliá  ໄດ້ນຳໃຊ້ເຄື່ອງປຸງແຕ່ງ ທີ່ມີຢູ່ທົ່ວໄປ ຂອງ ທ້ອງຖິ່ນຄື: ຜັກ, ແຄ, ໝາກນາວ, ໝາກພ້າວ, ໝາກມັງກອນ ເພື່ອນໍາມາປຸງແຕ່ງ
ບັນດາລາຍການອາຫານ ທີ່ເຂັ້ມຄົ້ນໄປ ດ້ວຍ ວັດທະນະທຳ ຫວຽດນາມ. ພາບ: ເອກະສານ



Meliá ມັກຈັດງານຕະຫຼາດນັດມູນເຊື້ອ ຫວຽດນາມ ເພື່ອ ແນະ ນຳ ກ່ຽວກັບ ອາຫານການກິນຂອງ ຫວຽດນາມ ເຖິງເພື່ອນມິດ ສາກົນ. ພາບ: ເອກະສານ


ຝຶກແອບ ໂຢກາ ທີ່ Meliá ດ່າໜັງ. ພາບ: ເອກະສານ


ມູມໜຶ່ງເຂດພັກຜ່ອນແຄມທະເລ ສຳລັບນັກທ່ອງທ່ຽວ ທີ່ Meliá ໂຮ່ຈ່າມ. ພາບ: ເອກະສານ


ທ່ີໂຮງແຮມ Meliá ບາວີ່ ມັກຈັດຕັ້ງບັນດາລາຍການທ່ອງທ່ຽວ ຄົ້ນພົບທຳມະຊາດ ແລະ ວັດທະນະທຳທ້ອງຖິ່ນ. ພາບ: ເອກະສານ


ໂຄງການ ສະບູ ແຫ່ງຄວາມຫວັງ (Soap for hope) Meliá ໄດ້ສົ່ງສະບູ ຮີໄຊເຄິນ 14 ໂຕນໄປຍັງເຂດພູສູງ ຫວຽດນາມ ເພື່ອໃຫ້ເດັກນ້ອຍ ໄດ້ທໍາຄວາມສະອາດ
ພາຍໃນໂຮງຮຽນ. ພາບ: ເອກະສານ

ປັດຈຸບັນ, ບັນດາເຫດການທ່ີສຳຄັນລະດັບສາກົນ ສ່ວນຫຼາຍ ໄດ້ຈັດຂຶ້ນຢູ່ໂຮງແຮມ Meliá ໄດ້ດຶງດູດ ນັກການເມືອງ, ນັກ ລົງທຶນສາກົນ ເປັນຈໍານວນຫຼາຍ ມາຍັງຫວຽດນາມ. ບໍລິການ ທ່ີເປັນມືອາຊີບ, ຖືອົງປະກອບທາງດ້ານວັດທະນະທຳ ທ້ອງຖິ່ນ ເປັນເປົ້າໝາຍ ໃນການພັດທະນາ ຊ່ວຍໃຫ້ Meliá ໄດ້ຮັບຫຼາຍລາງວັນ ທີ່ຊົງກຽດ ຈາກ ບັນດາອົງການ ຈັດຕັ້ງສາກົນ ທີ່ມີ ຊື່ສຽງ ເຊັ່ນ: TripAdvisor, Holiday Check, International Hotel Awards 2019 ແລະ ສະຫະພັນການທ່ອງທ່ຽວ ແລະ ການທ່ອງທ່ຽວ ອາຊີ-ປາຊີຟິກ.  

Meliá Hotels International ເປັນກຸ່ມໂຮງແຮມ ໃຫຍ່ທີສຸດ ໂລກ ຂອງ ແອັດສະປາຍ, ເປັນເຈົ້າຂອງໂຮງແຮມ 390 ແຫ່ງ ໃນ 42 ປະເທດ. ມີໜ້າຢູ່ ຫວຽດນາມແຕ່ປີ 1999, ປັດຈຸບັນ Meliá ຫວຽດນາມ ກໍາລັງຄຸ້ມຄອງໂຮງແຮມ ແລະ ເຂດພັກ ຜ່ອນລະດັບ 5 ດາວ 12 ແຫ່ງ ຢູ່ນະຄອນໃຫຍ່ໆ ເຊັ່ນ: Meliá ຮ່າໂນ້ຍ, Meliá ດ່າໜັງ, Meliá ຝູູ໋ກວັກ, Meliá ບາວີ່, Meliá ໂຮ່ຈ່າມ, Meliá ນິງບິ່ງ, Meliá ກາມແຣງ, Meliá ໄຊງ່ອນ ແລະ ອື່ນໆ ອີກຫຼາຍແຫ່ງ… ດ້ວຍບໍລິການ ທີ່ໄດ້ມາດຕະຖານ ສາກົນ, ປັດຈຸບັນ Meliá ໄດ້ກາຍເປັນ ກຸ່ມບໍລິສັດ ຄຸ້ມຄອງ ໂຮງແຮມ ທີ່ມີການພັດທະນາ ຢ່າງໝັ້ນຄົງ ທີສຸດ ຂອງ ໂລກ ໃນຂະແໜງ ບໍລິການທ່ອງທ່ຽວ ທົ່ວໂລກ.  
ບົດ: ບິກເວີນ - ພາບ: ຫວຽດເກື່ອງ, ເອກະສານ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top