• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

Laurent Brault-ນັກຊ່ຽວຊານ ຝຣັ່ງ ແລະ ກໍ່ສ້າງພະນັກງານໃຫ້ແກ່ຂະແໜງການບິນ ຫວຽດ ຢ່າງສຸດໃຈ

ໄດ້ສົ່ງມາ ຫວຽດນາມ ເພື່ອສ້າງຕັ້ງ ແລະ ພັດທະນາພະແນກການບິນທີ່ມະຫາວິທະຍາໄລ ວິທະຍາສາດ ເຕັກໂນໂລຊີ ຮ່າໂນ້ຍ, ນັກຊ່ຽວຊານກະຊວງສຶກສາ ຝຣັ່ງ Laurent Brault ໄດ້ຮັບຄວາມນັບຖື ແລະ ຮັກແພງຈາກບັນດາເພື່ອນຮ່ວມງານ ກັບນັກສຶກສາ ຫວຽດນາມ. ປັດຈຸບັນ, ເພິ່ນພວມພະຍາຍາມກໍ່ສ້າງບັນດາພະນັກງານຜູ້ດີເດັ່ນທີ່ເຮັດວຽກໃນຂົງເຂດການບິນໃຫ້ແກ່ ຫວຽດນາມ, ພ້ອມກັນນັ້ນ ກໍ່ສ້າງເງື່ອນໄວອຳນວຍຄວາມສະດວກດີທີ່ສຸດໃຫ້ແກ່ນັກສຶກສາທີ່ຮຽນໃນຂະແໜງດັ່ງກ່າວ ສາມາດກາຍເປັນພະນັກງານຜູ້ດີເດັ່ນ, ປະກອບສ່ວນໃຫ້ແກ່ການພັດທະນາຂອງການບິນ ຫວຽດນາມ ໃນອະນາຄົດ.
ປີ 2018, ພະແນກການບິນໄດ້ສ້າງຕັ້ງທີ່ມະຫາວິທະຍາໄລ ວິທະຍາສາດ ເຕັກໂນໂລຊີ ຮ່າໂນ້ຍ (USTH), ສະແດງໃຫ້ເຫັນການຮ່ວມມືດ້ານການທູດຂອງລັດຖະບານ ຫວຽດນາມ ແລະ ຝຣັ່ງໃນຂົງເຂກການສຶກສາ. ນັກຊ່ຽວຊານ Laurent Brault ມາ ຫວຽດນາມ ໂດຍພາລະກຳທີ່ເປັນນັກຄຸ້ມຄອງດ້ານການສຶກສາ ຝຣັ່ງ ເພື່ອພັດທະນາພະແນກການບິນຢູ່ USTH. ຊຸມມື້ທຳອິດ, ພະແນກດັ່ງກ່າວ ບໍ່ມີຫົວໜ້າພະແນກ, ສະນັ້ນ ທ່ານ Laurent Brault ໄດ້ຮັບຕຳແໜ່ງເປັນຮອງ ຫົວໜ້າພະແນກ. ດ້ວຍຄວາມມານະພະຍາຍາມຂອງຕົນ, ເພິ່ມ ພ້ອມກັບບັນດາເພື່ອນຮ່ວມງານ ໄດ້ເຮັດໃຫ້ພະແນກ ການບິນ ກາຍເປັນບ່ອນກໍ່ສ້າງພະນັກງານທີ່ເຮັດວຽກໃນຂົງເຂດການບິນ ຕາມມາດຕະຖານສາກົນ.

ທ່ານ  Laurent Brault ຮັບຜິດຊອບເປັນຜູ້ຈັດທຳບັນດາການເຄື່ອນໄຫວກັບຄູ່ຮ່ວມມື ຝຣັ່ງ, ຄຸ້ມຄອງບັນດາແຜນການກໍ່ສ້າງ, ຮັບສະໝັກຄູສອນ ແລະ ນັກສຶກສາ, ທັງເປັນຜູ້ຄຸ້ມຄອງການເງິນ. ເພິ່ນກໍ່ເປັນຜູ້ຄຸ້ມຄອງການສຶກສາ ແລະ ການພົວພັນກັບຕ່າງປະເທດ, ກໍ່ສ້າງສາຍພົວພັນຮ່ວມມືຍຸດທະສາດ ລະຫວ່າງພະແນກການບິນ ກັບບັນດາຄູ່ຮ່ວມມືສາກົນຄື: ສອງພື້ນຖານກໍ່ສ້າງພະນັກງານການບິນອັນດັບໜຶ່ງຂອງ ເອີຣົບ ແມ່ນໂຮງຮຽນການບິນພົນລະເຮືອນແຫ່ງຊາດ ຝຣັ່ງ (ENAC), ສະຖາບັນການບິນ ອາວະກາດ ຝຣັ່ງ (IAS) ພ້ອມກັບຄູ່ຮ່ວມມືແມ່ນມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຂອງ ຝຣັ່ງ ເພື່ອການພັດທນະາຂອງ USTH (USTH Consortium) 40 ແຫ່ງ, ພ້ອມກັນນັ້ນ ກໍ່ເປີດກວ້າງການພົວພັນຍຸດທະສາດ ກັບສະຫະບໍລິສັດການບິນ ຫວຽດນາມ (Vietnam Airlines), ບໍລິສັດ ເຕັກນິກ ເຮືອບິນ (VAECO) ເພື່ອສົ່ງນັກສຶກສາມາຝຶກອົບຮົມ ແລະ ຮັບສະໝັກ ວິສະວະກອນຜູ້ດີເດັ່ນໃຫ້ແກ່ສອງຫົວໜ່ວຍດັ່ງກ່າວຢູ່ ຫວຽດນາມ.  
 
ທ່ານ  Laurent Brault ໃຫ້ຮູ້ວ່າ ສິ່ງທີ່ເຮັດໃຫ້ເພິ່ນຮູ້ສຶກເອກອ້າງທະນົງໃຈ ແມ່ນໄດ້ເຫັນກັບຕາ ຫ້ອງທົດລອງ ການບິນ ຢູ່ USTH ເປີດນຳໃຊ້ຢ່າງເປັນທາງການ. ຫ້ອງທົດລອງດັ່ງກ່າວ ແມ່ນຜົນສຳເລັດຂອງສາຍພົວພັນຮ່ວມມື ລະຫວ່າງ USTH ກັບບັນດາຄູ່ຮ່ວມມືຂອງ ຝຣັ່ງ ແລະ ຫວຽດນາມ ໃນຂົງເຂດການບິນ. ຫ້ອງທົດລອງ ໄດ້ກໍ່ສ້າງ ຈາກແຫຼ່ງເງິນລົງທຶນ  700.000 ໂດລາສະຫະລັດ ດ້ວຍພາຫະນະອຸປະກອນທີ່ທັນສະໄໝ ຕາມມາດຕະຖານຂອງບັນດາໂຮງຮຽນ ກໍ່ສ້າງການບິນ ສາກົນ.


ທ່ານ Laurent Brault, ຮອງຫົວໜ້າພະແນກການບິນ,ມະຫາວິທະຍາໄລ ວິທະຍາສາດ ເຕັກໂນໂລຊີ ຮ່າໂນ້ຍ (USTH), ຜູ້ກໍ່ສ້າງພະນັກງານໃຫ້ແກ່ຂະແໜງການບິນ ຫວຽດ ຢ່າງສຸດໃຈ. ພາບ: ຫວຽດເກື່ອງ/VNP


ທ່ານ Laurent Brault ທີ່ຫ້ອງທົດລອງຂອງພະແນກການບິນ.ພາບ: ຫວຽດເກື່ອງ/VNP


ບັນດາພາຫະນະທີ່ທັນສະໄໝທີ່ຫ້ອງທົດລອງຂອງພະແນກ ການບິນ ເປັນສິ່ງທີ່ເຮັດໃຫ້ ທ່ານ Laurent Brault ຮູ້ສຶກເອກອ້າງທະນົງໃຈ.  ພາບ: ຫວຽດເກື່ອງ/VNP


ທ່ານ Laurent Brault ແນະນຳລອກແບບກົນລະສາດທາດແຫຼວໃນຫ້ອງທົດລອງຂອງພະແນກການບິນ. ພາບ: ເອກະສານ


ທ່ານ Laurent Brault ພ້ອມກັບເພື່ອນຮ່ວມງານ ແລະ ນັກສຶກສາຂອງພະແນກການບິນ. ພາບ: ເອກະສານ


ທ່ານ Laurent Brault ທີ່ພິທີເປີດຫ້ອງທົດລອງຂອງພະແນກການບິນ. ພາບ: ເອກະສານ


ຄະນະອະທິການບໍດີ USTH, ຕາງໜ້າໃຫ້ຄູ່ຮ່ວມມື ຖ່າຍຮູບຮ່ວມກັບບັນດານັກສຶກສາຊຸດທຳອິດຂອງພະແນກເຕັກນິກ
ການບິນ. ພາບ: ເອກະສານ



ນອກຈາກໜ້າທີ່ຄຸ້ມຄອງການບໍລິຫານ, ທ່ານ Laurent Brault ເປັນຜູ້ຊ່ວຍເຫຼືອນັກສຶກສາໃນການຮຳ່ຮຽນ. ພາບ: ເອກະສານ

ພາຍຫຼັງການສ້າງຕັ້ງມາເປັນເວລາ 3 ປີ, ພະແນກການບິນ ໄດ້ ແລະ ພວມກໍ່ສ້າງນັກສຶກສາປະມານ 100 ຄົນ, ຄາດຄະເນວ່າ ຊຸດທຳອິດຈະຈົບເມື່ອປີ 2021. ຕາມທ່ານ Laurent Brault, ຫຼັງຈາກເປີດນຳໃຊ້, ການຮັບສະໝັກຄູສອນເປັນບັນຫາຍາກກວ່າໝູ່ສຳລັບເພິ່ນ. ປັດຈຸບັນ, ພະແນກມີພຽງຄູສອນ 5 ຄົນເປັນຄົນ ຫວຽດ ເທ່ົານັ້ນ, ຈຳນວນຍັງເຫຼືອແມ່ນການຮ່ວມມືຂອງບັນດາຄູສອນຕ່າງປະເທດ. ເລື່ອງສຶບຕໍ່ຊອກຫາ, ກໍ່ສ້າງບັນດາຄູສອນດີເດ່ັນທີ່ເປັນຄົນ ຫວຽດ ໄດ້ທ່ານ Laurent Brault ຖືເປັນໜ້າທີ່ຍຸດທະສາດ ເຊິ່ງພະແນກການບິນພວມຜັນຂະຫຍາຍ.

ຕາມຂໍ້ຕົກລົງວ່າດ້ວຍການຮ່ວມມື, ແຕ່ລະປີ Vietnam Airlines ຈະຮັບສະໝັກພະນັກງານ 30 ຄົນທີ່ຮຽນຈົບຢູ່ USTH ເຂົ້າເຮັດວຽກໃນບໍລິສັດ ຫຼື ຢູ່ VAECO ໃຫ້ແກ່ 5 ຊຸດຮຽນທຳອິດ.
ທ່ານ Laurent Brault ໄດ້ເຊີນນັກຊ່ຽວຊານ 15 ຄົນມາຈາກ ລີບັງ, ອັງກິດ ແລະ ໂຮງຮຽນການບິນພົນລະເຮືອນ ຝຣັ່ງ ມາ ຫວຽດນາມ ເພື່ອສອນໃຫ້ບັນດານັກສຶກສາ ຫວຽດນາມ, ຊ່ວຍໃຫ້ເຂົາເຈົ້າມີຄວາມຮູ້ສັງລວມ ກ່ຽວກັບຂະແໜງເຕັກນິກ ການບິນ. ທ່ານ Laurent Brault ສັງເກດວ່າ ຂົງເຂດບຳລຸງຮັກສາ ເຮືອບິນ ຂອງ ຫວຽດນາມ  ພວມຂາດພະນັກງານ, ປັດຈຸບັນ, ບັນດາບໍລິສັດການບິນ ຫວຽດນາມ ຍັງຕ້ອງສົ່ງເຮືອບິນໄປສ້ອມແປ່ງ ແລະ ບຳລຸງຮັກສາຢູ່ຕ່າງປະເທດ. ເພິ່ນຫວັງວ່າ ຄຸນນະພາບຂອງການສິດສອນ ກໍ່ຄືການປະສານສົມທົບລະຫວ່າງທິດສະດີ ແລະ ການປະຕິບັດຕົວຈິງ ທີ່ພະແນກ ການບິນ ຈະຊ່ວຍເຮັດໃຫ້ຜູ້ຮຽນ ມີຄວາມຮູ້ ແລະ ຄວາມສາມາດດ້ານວິຊາການ ເພື່ອຫຼັງຈາກຮຽນຈົບ ຈະກາຍເປັນພະນັກງານຫຼັກແຫຼ່ງຂອງຂະແໜງບຳລຸງຮັກສາ ແລະ ເຕັກນິກ ການບິນ ຢູ່ ຫວຽດນາມ.

ທ່ານ Laurent Brault ໃຫ້ຮູ້ວ່າ ພ້ອມກັບການກໍ່ສ້າງ ແລະ ເຮັດວຽກກ່ຽວກັບການບຳລຸງຮັກສາເຮືອບິນ, ບັນດານັກສຶກສາ ອາດສາມາດເລືອກຮຽນຕໍ່ ກ່ຽງກັບການຄົ້ນຄວ້າ ແລະ ພັດທະນາ ເຕັກນິກ ການບິນ. ພວກຂ້າພະເຈົ້າຈະຊ່ວຍນັກສຶກສາ ມີຄວາມຮູ້, ຄວາມສາມາດດ້ານວິຊາການ ແລະ ມີປະສົບການໃນຂົງເຂດການບິນ ແລະ ເຕັກນິກ ບຳລຸງຮັກສາບັນດາປະເພດເຮືອບິນພົນລະເຮືອນ. ຈາກນັ້ນ ສາມາດຕອບສະໜອງ
ໃຫ້ແກ່ຄວາມຕ້ອງການກ່ຽວກັບພະນັກງານເຕັກນິກສູງ ຈາກບັນດາອົງການ ການບິນຢູ່ພາຍໃນ ກໍ່ຄືບັນດາອົງການ ການບິນ ໃນທ່ົວໂລກອີກດ້ວຍ.
 
ທ່ານ Laurent Brault ລໍຖ້ານັກຮຽນຊຸດທຳອິດ, ຮຽນຈົບປີ 2021 ຈະເປັນຜູ້ແຜ່ກະຈາຍບັນດາຄຸນຄ່າການກໍ່ສ້າງ ກ່ຽວກັບ ການບິນ ເຖິງບັນດານັກຮຽນຊຸດຕໍ່ໄປ, ເຂົາເຈົ້າມີຄວາມສາມາດ ແລະ ໝັ້ນໃຈສະໝັກເລືອກເປັນພະນັກງານຂອງຂະແໜງ ການບິນ ຫວຽດນາມ, ກາຍເປັນເຈົ້າຂອງ ຂອງປະເທດຊາດ. 
ບົດ: ບິກເວີນ - ພາບ: ຫວຽດເກື່ອງ ແລະ ເອກະສານ

ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ປັດຈຸບັນ, ທ່ານ Lucian Rodriguez Lovell ແມ່ນນັກຄົ້ນຄວ້າ ຂັ້ນປະລິນຍາເອກ, ອາຈານສອນ ວິຊາການອອກແບບ ຢູ່ມະຫາວິ ທະຍາໄລ RMIT ຫວຽດນາມ ໃນຂົງເຂດປະດິດສ້າງ ຍຸກໃໝ່, ການປະຕິບັດຕົວຈິງ ຂອງ ທ່ານ Lucian ແມ່ນປິ່ນອ້ອມ ຫົວເລື່ອງ ກ່ຽວກັບການຫຼິ້ນເກມຕົວຈິງ ແບບປະສົມ, ອອກແບບ ປະສົບການ ດີຈີຕອນ ແບບທົດລອງ, ບັນດາຂັ້ນຕອນ ຈັດແກ້ຮູບພາບ ຈາກຟີຊິກເຖິງ 3D. ຈາກທີ່ນີ້, ທ່ານ ໄດ້ປະດິດສ້າງ ບັນດາຜະລິດຕະພັນ ເພື່ອຊ່ວຍໃຫ້ປະຊາຄົມ ຜ່ານປະສົບການຕົວຈິງ ກັບບັນດາຜະລິດ ຕະພັນ ຫັດຖະກຳພື້ນເມືອງ ຂອງ ຫວຽດນາມ ເຊັ່ນ: ເຮັດໂຄມໄຟ, ເຮັດເຂົ້າຕົ້ມ, ເຄື່ອງຫຼິ້ນຄົ້ນພົບປະຫວັດສາດ ຫວຽດນາມ... ດ້ວຍເຕັກໂນໂລຊີ ທັນສະໄໝ.

Top