• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

Jordan Vogt-Roberts: ຂ້ອຍເລືອກຫວຽດນາມ ຍ້ອນວ່າ ບໍ່ມີແດນໃດງາມໄປກ່ວານີ້ອີກແລ້ວ

ເຖິງວ່າມີຄວາມກົດດັນຈາກເພື່ອນຮ່ວມງານ ກ່ຽວກັບ ຄວາມຈຳ ເປັນຕ້ອງ ຖ່າຍທຳໃນໂຮງ ສະແດງ ຊຶ່ງ ໂຮລີວູດ ເຄີຍໃຊ້ໃນການ ຖ່າຍທຳຜ່ານມາ, ແຕ່ເມື່ອໄດ້ ມາຫວຽດນາມ ຜູ້ກຳກັບການ ສະ ແດງ ຫນັງ ຄິງຄອງ  ໄດ້ເຂົ້າໃຈວ່າ ຄົງບໍ່ມີບ່ອນໃດງາມກ່ວາ ຫວຽດນາມ ເພື່ອຈັດການ ຖ່າຍທຳຫນັງ “Kong: Skull Island”.
ນີ້ແມ່ນການແບ່ງປັນຂອງ ທ່ານ Jordan Vogt-Roberts ຜູ້ ກຳ ກັບການສະແດງໜັງ ທີ່ກຳລັງດັງໄປທ່ົວໂລກ ເຊິ່ງມີຊື່ວ່າ ຄິງຄອງ : ເກາະກະໂຫຼກຫົວລີງ ຕໍ່ສື່ມວນຊົນ ກ່ຽວກັບເຫດຜົນ ທີ່ເລືອກ ຫວຽດນາມ ເປັນບ່ອນຈັດການຖ່າຍທຳຫຼັກ ຂອງ ໜັງທີ່ກຳລັງນິ ຍົມ ກັນໄປທົ່ວໂລກ.

ຫຼັງຈາກໄດ້ເລືອກສະຖານທີ່ແຫ່ງນີ້, ຂ້າພະເຈົ້າເຂົ້າໃຈວ່າ ຈະ ຕ້ອງປະຕິບັດການຖ່າຍທຳ ໜັງແນວໃດ ເພາະວ່າ ບໍ່ເຄີຍມີການ ຖ່າຍທຳຂະໜາດໃຫຍ່ແບບນີ້ໃນຫວຽດນາມ. ນີ້ກໍ່ແມ່ນ ພາລະ ໜ້າທີ່ຕ້ອງ ຖ່າຍທອດ ຄວາມເອກອ້າງທະນົງໃຈ ຂອງ ຄົນແຖບ ນີ້, ຄວາສວຍງາມ ຂອງ ຫວຽດນາມ ໄປສູ່ຊາວໂລກ, ທ່ານ Jordan  ໄດ້ກ່າວປາໄສ ໃນ ການຢ້ຽມຢາມຫວຽດນາມ ແລະ ຮັບນາມມະຍົດ ເປັນທູດ ດ້ານການທ່ອງທ່ຽວໃຫ້ແກ່ຫວຽດນາມ.
 
ສຳລັບນາມມະຍົດນີ້, Jordan Vogt-Roberts  ໄດ້ກາຍເປັນ ຕົວແທນການທູດ ການທ່ອງທ່ຽວຫວຽດນາມ ເປັນຄົນຕ່າງປະ ເທດ ຜູ້ທຳອິດ ພ້ອມກັບຄວາມມຸ່ງຫວັງ ພັດທະນາການທ່ອງ ທ່ຽວຫວຽດນາມ ຢ່າງກະໂດດຂັ້ນ. ຄືກັບກຳປູເຈຍ ທີ່ເຄີຍໄດ້ຮັບ ຜົນສຳເລັດ ໃນໜັງ "ຄວາມລັບຂອງສຸສານເກ່ົາ" ຫຼື ໃນປະເທດ ນິວຊີແລນ ໃນໜັງ "ຜູ້ເປັນໃຫ່ຍ ຂອງ ແຫວນ". 

Vogt-Roberts ຜູ້ກຳກັບການສະແດງໜັງທີ່ກຳລັງດັງໄປທ່ົວ ໂລກ ມີຊື່ເປັນພາສາ ຫວຽດ ວ່າ ຄິງຄອງ: ເກາະຫົວກະໂຫຼກ.
ໜັງ ຄິງຄອງ: ເກາະຫົວກະໂຫຼກ ໄດ້ເລືອກເອົາຫວຽດນາມ ເປັນ ບ່ອນ ຈັດການຖ່າຍທຳໜັງ. ພາບ: ເຈິ່ນແທງຢາງ/VNP



ໃນໄລຍະຜ່ານມາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຈັດຕ້ັງຄະນະກຳມະການ ເຊິ່ງມີສະມາຊິກ 13 ຄົນ
ໂດຍທ່ານ ເວືອງຢຸຍບຽນ ຮອງລັດຖະມົນຕີ ເປັນປະທານ ເພື່ອລົງຄະແນນ ເລືອກຕັ້ງ ຕົວແທນການທູດ ທ່ອງທ່ຽວ
ຫວຽດນາມ ສະໄໝ 2017
2020 ແລະ ຜົນປາກົດວ່າ 100% ບັດຄະແນນສຽງ ເຫັນດີໃຫ້ຜູ້ກຳກັບການສະແດງໜັງ
ຄິງຄອງ: ເກາະຫົວກະໂຫຼກ
  Jordan Vort Roberts ເປັນຕົວແທນການທູດ ທ່ອງທ່ຽວ ຫວຽດນາມ.
ໃນພາບ: ທ່ານ ລັດຖະມົນຕີ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ມອບຂໍ້ຕົກລົງຕົວແທນການທູດ
ທ່ອງທ່ຽວ ຫວຽດນາມ ສະໄໝ 2017
2020 ໃຫ້ແກ່ຜູ້ກຳກັບການ ສະແດງໜັງ Jordan VortRoberts.
ພາບ: ກວກແຄງ/VNA



ທ່ານ ຫງຽນຫງອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຖ່າຍຮູບ ກັບ ຜູ້ກຳກັບການສະແດງໜັງ Jordan Vort Roberts ແລະ ເອກອັກຄະລັດຖະທູດ ສ.ອາເມລິກາ ປະຈຳ ຫວຽດນາມ Ted Osius ໃນງານປະຊຸມຂ່າວ ປະກາດ ຕົວແທນການທູດ ທ່ອງທ່ຽວຫວຽດນາມ ສະໄໝ 2017 2020. ພາບ: ນາມຫງຽນ
 


ເອກອັກຄະລັດຖະທູດ ສ.ອາເມລິການ ປະຈຳ ຫວຽດນາມ Ted Osius ແລກປ່ຽນກັບ ຕົວແທນການທູດ ທ່ອງທ່ຽວຫວຽດນາມ ສະໄໝ 2017 2020 Jordan Vort Roberts  ນອກກອງ ປະຊຸມຂ່າວ ກ່ຽວກັບການພັດທະນາ ແລະ ໂຄສະນາການທ່ອງ ທ່ຽວຫວຽດນາມ ໃນໄລຍະຈະມາເຖິງ. ພາບ: ນາມຫງຽນ


ຕົວແທນການທູດທ່ອງທ່ຽວຫວຽດນາມ ສະໄໝ 2017 2020 Jordan Vort Roberts  ແລກປ່ຽນກັບ
ນັກຂ່າວຫວຽດນາມ ໃນການປະຊຸມຂ່າວທີ່ຈັດຂຶ້ນ ຢູ່ສຳນັກງານໃຫຍ່ຂອງ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.
ພາບ: ເຈິ່ນແທງຢາງ/VNP



ຜູ້ກຳກັບການສະແດງ Jordan Vort Roberts  ຢືນຢູ່ຂ້າງ ປ້າຍແນະນຳໜັງ ຄິງຄອງ: ເກາະຫົວກະໂຫຼກ ທີ່ຮ່າໂນ້ຍ.
ນີ້ເປັນ ໜັງທີ່ໄດ້ຮັບຄວາມນິຍົມທີ່ສຸດໃນອາທິດຜ່ານມາ ໃນທ່ົວໂລກ. ສ້າງລາຍຮັບໄດ້ 142,6 ລ້ານໂດລາສະຫະລັດ
ພາຍຫຼັງການ ສາຍ ພຽງສອງວັນ. ພາບ: ນາມຫງຽນ



ຜູ້ກຳກັບການສະແດງ Jordan Vort Roberts ພົບປະ ກັບຜູ້ ຊົມຫວຽດນາມ ເນື່ອງໃນໂອກາດ ນຳສະເໜີໜັງຄິງຄອງ:
ເກາະ ຫົວກະໂຫຼກ ທີ່ຮ່າໂນ້ຍ. ພາບ: ນາມຫງຽນ



ຜູ້ກຳກັບການສະແດງ Jordan Vort Roberts ຖ່າຍຮູບ ຄູ່ ກັບນັກສິລະປິນມະຫາຊົນ ທີ່ມາຈາກ ເມືອງ ນິງບິ່ງ
ເຊິ່ງສວມບົດເປັນຕົວລະຄອນ ຊົນເຜົ່າ ໃນໜັງ ຄິງຄອງ: ເກາະຫົວ ກະ ໂຫຼກ ໃນໂອກາດເປີດສະແດງໜັງທີ່ຮ່າໂນ້ຍ.
ພາບ: ນາມຫງຽນ



ຜູ້ກຳກັບການສະແດງ Jordan Vort Roberts ຖ່າຍຮູບ ແລກ ປ່ຽນກັບ ບັນດານັກຂ່າວຫວຽດນາມ
ໃນໂອກາດນຳສະເໜີຕົວ ແທນການທູດທ່ອງທ່ຽວຫວຽດນາມ ສະໄໝ 2017
2020 ທີ່ສຳນັກງານໃຫຍ່
ຂອງ ກະຊວງວັດທະນະທຳ, ກິລາ ແລະ ທ່ອງ ທ່ຽວ. ພາບ: ເຈິ່ນແທງຢາງ/
VNP



ຜູ້ກຳກັບການສະແດງ Jordan Vort Roberts ພົບປະກັບ ແຟນໜັງ ເທິງເຮືອທີ່ ອ່າວຮາລອງ ມໍລະດົກໂລກ .
ພາບ: ນາມຫງຽນ



ຜູ້ກຳກັບການສະແດງ Jordan Vort Roberts ຊົມທິວທັດ ຄວາມງາມ ຂອງ ທຳມະຊາດ ມໍລະດົກໂລກ ອ່າວຮາລອງ.
ໃນ ໂອກາດກັບມາ ໃນຖານະເປັນ ຕົວແທນການທູດທ່ອງທ່ຽວ ຫວຽດນາມ. ພາບ: ນາມຫງຽນ

 

ເຖິງແມ່ນວ່າໄດ້ເລີ່ມຖ່າຍທຳແຕ່ ປີ 2013 ແລະ ຄິງຄອງ: ເກາະ ຫົວກະໂຫຼກ ແມ່ນເລື່ອງທີ່ສາມ ໃນບົດບາດກຳກັບການສະແດງ , ຜູ້ກຳກັບການສະແດງ ອາຍຸ 33 ປີນີ້ ໄດ້ຮັບການຕີລາຄາສູງ ໃນ ດ້ານຄຸນນະພາບ ແລະ ຫົວຄິດປະດິດສ້າງ ຈາກນັກວິຈານ ລະ ຄອນ ຂອງ ສ.ອາເມລິກາ ເມື່ອທຽບໃສ່ອາຍຸການ.
 
ໃນໂອກາດຢ້ຽມຢາມຫວຽດນາມ ເປັນເວລາກວ່າ 1 ອາທິດ, ຜູ້ ກຳກັບການສະແດງ ພ້ອມກັບໜວດທ່ີເປັນເອກະລັກ ຍັງເຮັດເຮັດ ໃຫ້ວົງການສື່ ແລະ ຜູ້ຕິດຕາມຫວຽດນາມ ມີຄວາມຕື່ນເຕັ້້ນ ເມື່ອ ເຂົາປະກາດວ່າ ຈະຂາຍເຮືອນທີ່ ລອດແອນເຈີເລັດ ແລະ ມາຊື້ ເຮືອນ ຢູ່ຫວຽດນາມ ເພື່່ອສະດວກໃນບົດບາດເປັນຕົວແທນ ການ ທູດ ດ້ານທ່ອງທ່ຽວຫວຽດນາມ.
 
ການປະກາດນີ້ ຊຶ່ງ Jordan Vogt-Roberts ໄດ້ຢືນຢັນຫລາຍ ຄັ້ງ ໃນເວລາພົບກັບນັກຂ່າວ ແລະ ແຟນໆ, ໄປຄຽງຄູ່ກັບການ ຍ້ອງ ເຖິງຄວາມງາມ ຂອງ ນາງສາວ ຫວຽດນາມ ເຖິງແມ່ນວ່າ ເລື່່ອງນີ້ບໍ່ກ່ຽວກັບການຕັດສິນໃຈ ມາຢູ່ຫວຽດນາມ.

ການຖ່າຍທຳການສະແດງ 70% ຂອງ ໜັງ ຄິງຄອງ: ເກາະຫົວ ກະໂຫຼກ ຖືກຖ່າຍທຳ ໃນຫວຽດນາມ ລວມມີ: ອ່າວ ຮ່າລອງ (ແຂວງ ກວາງນິງ), ຈ່າງອານ (ແຂວງ ນິງບິ່ງ) ແລະ ສວນແຫ່ງຊາດ ຟອງ ຍາ-ແກບາງ , ຖ້ຳເຊີນດ່ອງ (ແຂວງ ກວາງບິ່ງ). ສ່ວນທີ່ເຫຼືອ ແມ່ນຖ່າຍທຳຢູ່ເກາະ ຮາວາຍ ແລະ ອົດສະຕຣາລີ ເຊິ່ງເປັນບ່ອນ ຈັດ ການຖ່າຍທຳ ປະ ຈຳຂອງ ໂຮລີີວູດ. (ຕາມວາລະສານ ຕິຊົມ ໜັງ ແຖວໜ້າ IMDP ຂອງ ສ.ອາເມລິກາ).

Jordan Vogt-Roberts ກ່າວວ່າ “ໄດ້ເປັນຕົວແທນການທູດ ແມ່ນມີກຽດ ແລະ ຄວາມຮັບຜິດຊອບ ອັນໃຫຍ່ຫຼວງ, ເພື່ອ ປະຕິ ບັດໜ້າທີ່ ຢ່າງມີຄວາມຮັບຜິດຊອບແມ່ນບໍ່ຄວນຢູ່ໄກ. ຂ້ອຍຢາກ ຢູ່ໃກ້ຫວຽດນາມ ທີ່ສຸດ, ດັ່ງນັ້ນ ຈຶ່ງຕັດສິນໃຈຂາຍ ເຮືອນທີ່ Los Angesles. ໃນຕໍ່ໜ້າ ຂ້າພະເຈົ້າຈະຕັ້ງຫນ້າຮ່ວມມືກັບ ຄູ່ຮ່ວມ ມືສາກົນ ແລະ ຫວຽດນາມ ເພື່ອເຮັດໃຫ້ຊາວໂລກ ຮູ້ຈັກຫວຽດ ນາມ ຫລາຍກ່ວານີ້”.

ວາລະສານຮູບພາບຫວຽດນາມ ຂໍແນະນຳບັນດາສະຖານທີ່່ຊຶ່ງ ຄະນະ ໄດ້ຖ່າຍທຳ ເປັນເວລາ ເຖິງ 6 ເດືອນ.







ຄວາມງາມຂອງມໍລະດົກໂລກອ່າວຮາລອງ ບ່ອນທີ່ ຜູ້ກຳກັບ ການສະແດງ Jordan Vort Roberts ໄດ້ເລືອກເປັນບ່ອນ ຈັດການຖ່າຍທຳໜັງ ຄິງຄອງ: ເກາະກະໂຫຼກ ດ້ວຍງົບປະມານ ສູງເຖິງເຖິງ 180 ລ້ານໂດລາສະຫະລັດ.
ພາບ: ຫງວຽນຖັ໋ງ ແລະ ເຈິ່ນກົງດາດ/VNP



ພາບເຂົ້າສຸກເຫຼືອງ ເຕັມທົ່ງນາ ແຄມແມ່ນ້ຳ ໂງດົ່ງ ໃນເຂດມໍລະ ດົກໂລກ ຈ່າງອານ. ພາບ: ເຈິ່ນກົງດາດ/VNP


ໂດຍຕັ້ງຢູ່ໃນເຂດຮ່ອມພູເຂົາຫີນປູນ ແລະ ມີຮູບພາບທີ່ສວຍ ງາມ, ເຂດດິນແດນນ້ຳຖ້ວມ ເວິນລອງ (ເມືອງ ຢາວຽນ, ນິງບິ່ງ) ດຽວນີ້ແມ່ນເຂດທ່ອງທ່ຽວທຳມະຊາດ ທີ່ດຶງດູດນັກທ່ອງທ່ຽວ ເປັນ ຈຳນວນຫຼວງຫລາຍ ແລະ ເປັນບ່ອນທີ່ຜູ້ກຳກັບການ
ສະແດງ
Jordan Vort Roberts  ໄດ້ຈັດການຖ່າຍທຳໜັງ ຄິງຄອງ: ເກາະຫົວກະໂຫຼກ. ພາບ: ທົງທ້ຽນ/VNP
 

 
ຖ້າປຽບທຽບເຂດມໍລະດົກໂລກ ຟອງຢາ ຄືກັບ ຫໍໂຮງທີມະຫັດ ສະຈັນ ທີ່ໄດ້ພັດທະນາການ ທ່ອງທ່ຽວຢ່າງ ມີປະສິດທິພາບ, ແຕ່ ຖ້ຳ ວູລານ ໃນເຂດປ່າ ມິງຮວາ ແຂວງ ກວາງບິ່ງ ໄດ້ຮັບການ ປຽບທຽບ ເໜືອນດັ່ງ ນາງ ລາຊີນີ ນອນໃນປ່າ. ເຊິ່ງຜູ້ກຳກັບການ ສະແດງໄດ້ ໃຊ້ຄວາມງາມນີ້ຢ່າງຍອດຍິ່ງ ແລະ ມີປະສິດທິພາບ ໃນ ແຕ່ລະໄລຍະ. ພາບ: ທົງທ້ຽນ/VNP




ເຂດທ່ອງທ່ຽວທຳມະຊາດ ແມ່ນ້ຳ ໄຈ-  ຖ້ຳໂຕຍ ໃນເຂດ ມໍລະ ດົກ ຟອງຍາ ແກບ່າງ ໄດ້ຮັບການຂຸດຄົ້ນ ແຕ່ປີ 2011 ໃນຮູບ ແບບ ການທ່ອງທ່ຽວສົມທົບ ກັບການລ່ອງເຮືອ ເພື່ອທຳ ການຄົ້ນ ຄວ້າທຳມະຊາດ, ແມ່ນ້ຳລຳເຊ ແລະ ຊົມຖ້ຳມະຫັດສະຈັນ ເຊິ່ງ ເຮັດໃຫ້ນັກທ່ອງທ່ຽວ ໄດ້ຫຼົງໄຫລ ກັບເຂດປະດົງດິບ ແລະຄວາມ ງາມຂອງທຳມະຊາດ. ຄວາມງາມນີ້ແມ່ນ ຜູ້ກຳກັບການ ສະແດງ Jordan Vort – Roberts ໄດ້ຂຸດຄົ້ນອອກມາ ແລະ ສ້າງຄວາມດຶງດູດໃນໜັງ ຄິງຄອງ:
ເກາະຫົວກະໂຫຼກ. ພາບ: ເຕິດເຊີນ ແລະ ເຈິ່ນແທງຢາງ/VNP
ບົດ: ເຈືອງຟີຮຸ່ງ - ພາບ: ຫງວຽນຖັ໋ງ, ເຈິ່ນແທງຢາງ, ນາມ ຫງວຽນ, ກວກແຄງ, ເຈິ່ນກົງດາດ ແລະ ເອກະສານຂ່າວ ພາບ ຫວຽດນາມ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top