ເຖິງວ່າມີຄວາມກົດດັນຈາກເພື່ອນຮ່ວມງານ ກ່ຽວກັບ ຄວາມຈຳ ເປັນຕ້ອງ ຖ່າຍທຳໃນໂຮງ ສະແດງ ຊຶ່ງ ໂຮລີວູດ ເຄີຍໃຊ້ໃນການ ຖ່າຍທຳຜ່ານມາ, ແຕ່ເມື່ອໄດ້ ມາຫວຽດນາມ ຜູ້ກຳກັບການ ສະ ແດງ ຫນັງ ຄິງຄອງ ໄດ້ເຂົ້າໃຈວ່າ ຄົງບໍ່ມີບ່ອນໃດງາມກ່ວາ ຫວຽດນາມ ເພື່ອຈັດການ ຖ່າຍທຳຫນັງ “Kong: Skull Island”.
ນີ້ແມ່ນການແບ່ງປັນຂອງ ທ່ານ Jordan Vogt-Roberts ຜູ້ ກຳ ກັບການສະແດງໜັງ ທີ່ກຳລັງດັງໄປທ່ົວໂລກ ເຊິ່ງມີຊື່ວ່າ ຄິງຄອງ : ເກາະກະໂຫຼກຫົວລີງ ຕໍ່ສື່ມວນຊົນ ກ່ຽວກັບເຫດຜົນ ທີ່ເລືອກ ຫວຽດນາມ ເປັນບ່ອນຈັດການຖ່າຍທຳຫຼັກ ຂອງ ໜັງທີ່ກຳລັງນິ ຍົມ ກັນໄປທົ່ວໂລກ.
ຫຼັງຈາກໄດ້ເລືອກສະຖານທີ່ແຫ່ງນີ້, ຂ້າພະເຈົ້າເຂົ້າໃຈວ່າ ຈະ ຕ້ອງປະຕິບັດການຖ່າຍທຳ ໜັງແນວໃດ ເພາະວ່າ ບໍ່ເຄີຍມີການ ຖ່າຍທຳຂະໜາດໃຫຍ່ແບບນີ້ໃນຫວຽດນາມ. ນີ້ກໍ່ແມ່ນ ພາລະ ໜ້າທີ່ຕ້ອງ ຖ່າຍທອດ ຄວາມເອກອ້າງທະນົງໃຈ ຂອງ ຄົນແຖບ ນີ້, ຄວາສວຍງາມ ຂອງ ຫວຽດນາມ ໄປສູ່ຊາວໂລກ, ທ່ານ Jordan ໄດ້ກ່າວປາໄສ ໃນ ການຢ້ຽມຢາມຫວຽດນາມ ແລະ ຮັບນາມມະຍົດ ເປັນທູດ ດ້ານການທ່ອງທ່ຽວໃຫ້ແກ່ຫວຽດນາມ.
ສຳລັບນາມມະຍົດນີ້, Jordan Vogt-Roberts ໄດ້ກາຍເປັນ ຕົວແທນການທູດ ການທ່ອງທ່ຽວຫວຽດນາມ ເປັນຄົນຕ່າງປະ ເທດ ຜູ້ທຳອິດ ພ້ອມກັບຄວາມມຸ່ງຫວັງ ພັດທະນາການທ່ອງ ທ່ຽວຫວຽດນາມ ຢ່າງກະໂດດຂັ້ນ. ຄືກັບກຳປູເຈຍ ທີ່ເຄີຍໄດ້ຮັບ ຜົນສຳເລັດ ໃນໜັງ "ຄວາມລັບຂອງສຸສານເກ່ົາ" ຫຼື ໃນປະເທດ ນິວຊີແລນ ໃນໜັງ "ຜູ້ເປັນໃຫ່ຍ ຂອງ ແຫວນ".

Vogt-Roberts ຜູ້ກຳກັບການສະແດງໜັງທີ່ກຳລັງດັງໄປທ່ົວ ໂລກ ມີຊື່ເປັນພາສາ ຫວຽດ ວ່າ ຄິງຄອງ: ເກາະຫົວກະໂຫຼກ.
ໜັງ ຄິງຄອງ: ເກາະຫົວກະໂຫຼກ ໄດ້ເລືອກເອົາຫວຽດນາມ ເປັນ ບ່ອນ ຈັດການຖ່າຍທຳໜັງ. ພາບ: ເຈິ່ນແທງຢາງ/VNP

ໃນໄລຍະຜ່ານມາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຈັດຕ້ັງຄະນະກຳມະການ ເຊິ່ງມີສະມາຊິກ 13 ຄົນ
ໂດຍທ່ານ ເວືອງຢຸຍບຽນ ຮອງລັດຖະມົນຕີ ເປັນປະທານ ເພື່ອລົງຄະແນນ ເລືອກຕັ້ງ ຕົວແທນການທູດ ທ່ອງທ່ຽວ
ຫວຽດນາມ ສະໄໝ 2017 – 2020 ແລະ ຜົນປາກົດວ່າ 100% ບັດຄະແນນສຽງ ເຫັນດີໃຫ້ຜູ້ກຳກັບການສະແດງໜັງ
ຄິງຄອງ: ເກາະຫົວກະໂຫຼກ Jordan Vort – Roberts ເປັນຕົວແທນການທູດ ທ່ອງທ່ຽວ ຫວຽດນາມ.
ໃນພາບ: ທ່ານ ລັດຖະມົນຕີ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ມອບຂໍ້ຕົກລົງຕົວແທນການທູດ
ທ່ອງທ່ຽວ ຫວຽດນາມ ສະໄໝ 2017 – 2020 ໃຫ້ແກ່ຜູ້ກຳກັບການ ສະແດງໜັງ Jordan Vort–Roberts.
ພາບ: ກວກແຄງ/VNA

ທ່ານ ຫງຽນຫງອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຖ່າຍຮູບ ກັບ ຜູ້ກຳກັບການສະແດງໜັງ Jordan Vort – Roberts ແລະ ເອກອັກຄະລັດຖະທູດ ສ.ອາເມລິກາ ປະຈຳ ຫວຽດນາມ Ted Osius ໃນງານປະຊຸມຂ່າວ ປະກາດ ຕົວແທນການທູດ ທ່ອງທ່ຽວຫວຽດນາມ ສະໄໝ 2017 – 2020. ພາບ: ນາມຫງຽນ

ເອກອັກຄະລັດຖະທູດ ສ.ອາເມລິການ ປະຈຳ ຫວຽດນາມ Ted Osius ແລກປ່ຽນກັບ ຕົວແທນການທູດ ທ່ອງທ່ຽວຫວຽດນາມ ສະໄໝ 2017 – 2020 Jordan Vort – Roberts ນອກກອງ ປະຊຸມຂ່າວ ກ່ຽວກັບການພັດທະນາ ແລະ ໂຄສະນາການທ່ອງ ທ່ຽວຫວຽດນາມ ໃນໄລຍະຈະມາເຖິງ. ພາບ: ນາມຫງຽນ

ຕົວແທນການທູດທ່ອງທ່ຽວຫວຽດນາມ ສະໄໝ 2017 – 2020 Jordan Vort – Roberts ແລກປ່ຽນກັບ
ນັກຂ່າວຫວຽດນາມ ໃນການປະຊຸມຂ່າວທີ່ຈັດຂຶ້ນ ຢູ່ສຳນັກງານໃຫຍ່ຂອງ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.
ພາບ: ເຈິ່ນແທງຢາງ/VNP

ຜູ້ກຳກັບການສະແດງ Jordan Vort – Roberts ຢືນຢູ່ຂ້າງ ປ້າຍແນະນຳໜັງ ຄິງຄອງ: ເກາະຫົວກະໂຫຼກ ທີ່ຮ່າໂນ້ຍ.
ນີ້ເປັນ ໜັງທີ່ໄດ້ຮັບຄວາມນິຍົມທີ່ສຸດໃນອາທິດຜ່ານມາ ໃນທ່ົວໂລກ. ສ້າງລາຍຮັບໄດ້ 142,6 ລ້ານໂດລາສະຫະລັດ
ພາຍຫຼັງການ ສາຍ ພຽງສອງວັນ. ພາບ: ນາມຫງຽນ

ຜູ້ກຳກັບການສະແດງ Jordan Vort – Roberts ພົບປະ ກັບຜູ້ ຊົມຫວຽດນາມ ເນື່ອງໃນໂອກາດ ນຳສະເໜີໜັງຄິງຄອງ:
ເກາະ ຫົວກະໂຫຼກ ທີ່ຮ່າໂນ້ຍ. ພາບ: ນາມຫງຽນ

ຜູ້ກຳກັບການສະແດງ Jordan Vort – Roberts ຖ່າຍຮູບ ຄູ່ ກັບນັກສິລະປິນມະຫາຊົນ ທີ່ມາຈາກ ເມືອງ ນິງບິ່ງ
ເຊິ່ງສວມບົດເປັນຕົວລະຄອນ ຊົນເຜົ່າ ໃນໜັງ ຄິງຄອງ: ເກາະຫົວ ກະ ໂຫຼກ ໃນໂອກາດເປີດສະແດງໜັງທີ່ຮ່າໂນ້ຍ.
ພາບ: ນາມຫງຽນ

ຜູ້ກຳກັບການສະແດງ Jordan Vort – Roberts ຖ່າຍຮູບ ແລກ ປ່ຽນກັບ ບັນດານັກຂ່າວຫວຽດນາມ
ໃນໂອກາດນຳສະເໜີຕົວ ແທນການທູດທ່ອງທ່ຽວຫວຽດນາມ ສະໄໝ 2017 – 2020 ທີ່ສຳນັກງານໃຫຍ່
ຂອງ ກະຊວງວັດທະນະທຳ, ກິລາ ແລະ ທ່ອງ ທ່ຽວ. ພາບ: ເຈິ່ນແທງຢາງ/VNP

ຜູ້ກຳກັບການສະແດງ Jordan Vort – Roberts ພົບປະກັບ ແຟນໜັງ ເທິງເຮືອທີ່ ອ່າວຮາລອງ ມໍລະດົກໂລກ .
ພາບ: ນາມຫງຽນ

ຜູ້ກຳກັບການສະແດງ Jordan Vort – Roberts ຊົມທິວທັດ ຄວາມງາມ ຂອງ ທຳມະຊາດ ມໍລະດົກໂລກ ອ່າວຮາລອງ.
ໃນ ໂອກາດກັບມາ ໃນຖານະເປັນ ຕົວແທນການທູດທ່ອງທ່ຽວ ຫວຽດນາມ. ພາບ: ນາມຫງຽນ
|
ເຖິງແມ່ນວ່າໄດ້ເລີ່ມຖ່າຍທຳແຕ່ ປີ 2013 ແລະ ຄິງຄອງ: ເກາະ ຫົວກະໂຫຼກ ແມ່ນເລື່ອງທີ່ສາມ ໃນບົດບາດກຳກັບການສະແດງ , ຜູ້ກຳກັບການສະແດງ ອາຍຸ 33 ປີນີ້ ໄດ້ຮັບການຕີລາຄາສູງ ໃນ ດ້ານຄຸນນະພາບ ແລະ ຫົວຄິດປະດິດສ້າງ ຈາກນັກວິຈານ ລະ ຄອນ ຂອງ ສ.ອາເມລິກາ ເມື່ອທຽບໃສ່ອາຍຸການ.
ໃນໂອກາດຢ້ຽມຢາມຫວຽດນາມ ເປັນເວລາກວ່າ 1 ອາທິດ, ຜູ້ ກຳກັບການສະແດງ ພ້ອມກັບໜວດທ່ີເປັນເອກະລັກ ຍັງເຮັດເຮັດ ໃຫ້ວົງການສື່ ແລະ ຜູ້ຕິດຕາມຫວຽດນາມ ມີຄວາມຕື່ນເຕັ້້ນ ເມື່ອ ເຂົາປະກາດວ່າ ຈະຂາຍເຮືອນທີ່ ລອດແອນເຈີເລັດ ແລະ ມາຊື້ ເຮືອນ ຢູ່ຫວຽດນາມ ເພື່່ອສະດວກໃນບົດບາດເປັນຕົວແທນ ການ ທູດ ດ້ານທ່ອງທ່ຽວຫວຽດນາມ.
ການປະກາດນີ້ ຊຶ່ງ Jordan Vogt-Roberts ໄດ້ຢືນຢັນຫລາຍ ຄັ້ງ ໃນເວລາພົບກັບນັກຂ່າວ ແລະ ແຟນໆ, ໄປຄຽງຄູ່ກັບການ ຍ້ອງ ເຖິງຄວາມງາມ ຂອງ ນາງສາວ ຫວຽດນາມ ເຖິງແມ່ນວ່າ ເລື່່ອງນີ້ບໍ່ກ່ຽວກັບການຕັດສິນໃຈ ມາຢູ່ຫວຽດນາມ.
ການຖ່າຍທຳການສະແດງ 70% ຂອງ ໜັງ ຄິງຄອງ: ເກາະຫົວ ກະໂຫຼກ ຖືກຖ່າຍທຳ ໃນຫວຽດນາມ ລວມມີ: ອ່າວ ຮ່າລອງ (ແຂວງ ກວາງນິງ), ຈ່າງອານ (ແຂວງ ນິງບິ່ງ) ແລະ ສວນແຫ່ງຊາດ ຟອງ ຍາ-ແກບາງ , ຖ້ຳເຊີນດ່ອງ (ແຂວງ ກວາງບິ່ງ). ສ່ວນທີ່ເຫຼືອ ແມ່ນຖ່າຍທຳຢູ່ເກາະ ຮາວາຍ ແລະ ອົດສະຕຣາລີ ເຊິ່ງເປັນບ່ອນ ຈັດ ການຖ່າຍທຳ ປະ ຈຳຂອງ ໂຮລີີວູດ. (ຕາມວາລະສານ ຕິຊົມ ໜັງ ແຖວໜ້າ IMDP ຂອງ ສ.ອາເມລິກາ). |
Jordan Vogt-Roberts ກ່າວວ່າ “ໄດ້ເປັນຕົວແທນການທູດ ແມ່ນມີກຽດ ແລະ ຄວາມຮັບຜິດຊອບ ອັນໃຫຍ່ຫຼວງ, ເພື່ອ ປະຕິ ບັດໜ້າທີ່ ຢ່າງມີຄວາມຮັບຜິດຊອບແມ່ນບໍ່ຄວນຢູ່ໄກ. ຂ້ອຍຢາກ ຢູ່ໃກ້ຫວຽດນາມ ທີ່ສຸດ, ດັ່ງນັ້ນ ຈຶ່ງຕັດສິນໃຈຂາຍ ເຮືອນທີ່ Los Angesles. ໃນຕໍ່ໜ້າ ຂ້າພະເຈົ້າຈະຕັ້ງຫນ້າຮ່ວມມືກັບ ຄູ່ຮ່ວມ ມືສາກົນ ແລະ ຫວຽດນາມ ເພື່ອເຮັດໃຫ້ຊາວໂລກ ຮູ້ຈັກຫວຽດ ນາມ ຫລາຍກ່ວານີ້”.
ວາລະສານຮູບພາບຫວຽດນາມ ຂໍແນະນຳບັນດາສະຖານທີ່່ຊຶ່ງ ຄະນະ ໄດ້ຖ່າຍທຳ ເປັນເວລາ ເຖິງ 6 ເດືອນ.
ບົດ: ເຈືອງຟີຮຸ່ງ - ພາບ: ຫງວຽນຖັ໋ງ, ເຈິ່ນແທງຢາງ, ນາມ ຫງວຽນ, ກວກແຄງ, ເຈິ່ນກົງດາດ ແລະ ເອກະສານຂ່າວ ພາບ ຫວຽດນາມ